ປະ​ທານ​ປະ​ເທດ ຫວຽດ​ນາມ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ: ຮ່ວມ​ມື​ເພື່ອ​ຊະ​ນະ​ໂລກ​ລະ​ບາດ​ໂຄວິດ - 19 ໂດຍ​ໄວ

(VOVWORLD) -ຕອນບ່າຍວັນທີ 22 ກັນຍາ (ຕາມເວລາ ນິວຢອກ), ໃນຂອບເຂດການເຂົ້າຮ່ວມວາລະປະຊຸມປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 76 ດ້ວຍຫົວຂໍ້: “ພ້ອມກັນໝັ້ນໃຈ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ - ມຸ່ງໄປເຖິງການຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19, ສ້າງຄວາມຍືນຍົງຄືນໃໝ່, ປົກປັກຮັກສາໜ່ວຍໂລກ, ຊຸກຍູ້ສິດທິມະນຸດ ແລະ ປະຕິຮູບ ສປຊ”, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີບົດກ່າວປາໄສສຳຄັນ.
ປະ​ທານ​ປະ​ເທດ ຫວຽດ​ນາມ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ: ຮ່ວມ​ມື​ເພື່ອ​ຊະ​ນະ​ໂລກ​ລະ​ບາດ​ໂຄວິດ - 19 ໂດຍ​ໄວ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

 ນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຍົກອອກຫຼາຍຄຳເຫັນຕີລາຄາ ພ້ອມດ້ວຍບັນດຂໍ້ສະເໜີແນະລະອຽດ ແນໃສ່ຊຸກຍູ້ການຮ່ວມມືຫຼາຍຝ່າຍຂອງ ໂດຍ ສປຊ ເປັນໃຈກາງ ແລະ ຖືກົດໝາຍສາກົນເປັນພື້ນຖານ, ເພື່ອພ້ອມກັນຮັບມືກັບບັນດາສິ່ງທ້າທາຍໃນທົ່ວໂລກ ເຊັ່ນ: ສົງຄາມ, ການປະທະກັນ, ການຂັດແຍ້ງກັນກ່ຽວກັບຊັບພະຍາກອນທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດ ແລະ ພິເສດແມ່ນໂລກລະບາດໂຄວິດ - 19 ພວມສົ່ງຜົນກະທົບບໍ່ດີຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາໃນທົ່ວໂລກ. ທ່ານກ່າວວ່າ:

ໜ້າທີ່ຮີບດ່ວນທີ່ສຸດໃນປັດຈຸບັນ ແມ່ນການຄວບຄຸມໂລກລະບາດໂຄວິດ - 19 ໃນຂອບເຂດທົ່ວໂລກ. ໂລກຈະບໍ່ສາມາດມີຄວາມປອດໄພ ໃນເມື່ອທີ່ມີປະຊາຊົນບໍ່ວ່າຜູ້ໃດ ຫຼື ປະເທດໃດທີ່ຍັງບໍ່ທັນປອດໄພຕໍ່ໂລກລະບາດ. ເພື່ອຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປໂດຍໄວ, ຄວເພີ່ມທະວີການຮ່ວມມື ແລະ ຄວາມສາມັກຄີບົນເນື້ອໃນຈິດໃຈຂອງຄວາມຮັບຜິດຊອບ ແລະ ການແບ່ງປັນ, ໂດຍສະເພາະແມ່ນໃຫ້ບຸລິມະສິດສະໜອງວັກຊິນ ໃຫ້ແກ່ປະຊາຊົນຢູ່ບັນດາປະເທດທີ່ອັດຕາສັກວັກຊິນຍັງຕ່ຳ, ສ້າງເງື່ອນໄຂເພື່ອໃຫ້ບັນດາປະເທພວມພັດທະນາຮ່ວມມືກັນຜະລິດ ແລະ ເຂົ້າຮ່ວມລະບົບສະໜອງວັກຊິນ. ທີສອງແມ່ນ, ເພື່ອຜ່ານຜ່າໂລກລະບາດ ແລະ ຟື້ນຟູເສດຖະກິດໄດ້ນັ້ນ ປັດໄຈສຳຄັນທີ່ສຸດແມ່ນຄວາມມານະພະຍາຍາມບົນຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງແຕ່ລະປະເທດ. ພວກຂ້າພະເຈົ້າຕີລາຄາສູງ ແລະ ມີຄວາມປາດຖະໜາວ່າ ລະບົບພັດທະນາ ຈະສືບຕໍ່ຮ່ວມເດີນທາງ, ຮ່ວມມືກັບບັນດາປະເທດສະມາຊິກໃນຄວາມມານະພະຍາຍາມນີ້, ຕອບສະໜອງໄດ້ຕາມຄວາມສົນໃຈ ແລະ ຜົນປະໂຫຍພັດທະນາຂອງບັນດາປະເທດທັງໝົດຢ່າງກົມກ່ຽວ”.

ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍໄດ້ຍົກອອກຄຳຮຽກຮ້ອງວ່າ ກ່ອນອື່ນໝົດຕ້ອງຮັບປະກັນໄດ້ສະພາບການສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ແຕ່ລະປະເທດ, ພາກພື້ນ ແລະ ໃນໂລກ ຈຶ່ງສາມາດຟື້ນຟູ ແລະ ເຕີບໂຕພາຍຫຼັງໂລກລະບາດໄດ້.

ປະ​ທານ​ປະ​ເທດ ຫວຽດ​ນາມ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ: ຮ່ວມ​ມື​ເພື່ອ​ຊະ​ນະ​ໂລກ​ລະ​ບາດ​ໂຄວິດ - 19 ໂດຍ​ໄວ - ảnh 2ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຖືວ່າ ໜ້າທີ່ສຳຄັນທີ່ສຸດໃນປັດຈຸບັນ ແມ່ນຄວບຄຸມໂລກລະບາດໂຄວິດ - 19 ໂດຍຜ່ານການຮ່ວມມືສາກົນ (ພາບ: VOV)
ກ່ຽວກັບສະພາບການໃນພາກພື້ນ, ທ່ານປະທານປະເທດ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ແລະ ບັນດາປະເທດສະມາຊິກ ອາຊຽນ ພວມມານະພະຍາຍາມເພີ່ມທະວີບົດບາດເປັນໃຈກາງຂອງ ອາຊຽນ ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີ - ປາຊີຟິກ; ແບ່ງປັນທັດສະນະລວມຂອງປະຊາຄົມສາກົນ ກ່ຽວກັບຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ສິດເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ.

ໃນບົດກ່າວປາໄສ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ກໍໄດ້ເນັ້ນໜັກເຖິງບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນຖານະເປັນກຳມະການບໍ່ຖາວອນ ສະພາຄວາມໝັ້ນຄົງ ສປຊ; ພ້ອມທັງສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ມາຍັງບັນດາປະເທດທີ່ໄດ້ເຊື່ອໝັ້ນມອບໝາຍໜ້າທີ່ເປັນກຳມະການບໍ່ຖາວອນ ສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ໃຫ້ແກ່ ຫວຽດນາມ.

ໃນສອງປີຜ່ານມາ, ຫວຽດນາມ ຍາມໃດກໍຍົກສູງນ້ຳໃຈຄູ່ຮ່ວມມືເພື່ອພື້ນຖານສັນຕິພາບທີ່ຍືນຍົງ”, ຍົກສູງການເຈລະຈາ, ການຮ່ວມມື, ເປັນເຈົ້າການເຂົ້າຮ່ວມ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຄວາມມານະພະຍາຍາມສະກັດກັ້ນ ແລະ ແກ້ໄຂການປະທະກັນຕ່າງໆ. ຫວຽດນາມ ໄດ້ຊຸກຍູ້ບັນດາເນື້ອໃນໃໝ່ ແລະ ແທດຈິງ, ຕອບສະໜອງໄດ້ຕາມຄວາມສົນໃຈລວມກ່ຽວກັບການຍົກສູງ ກົດບັດ   ແລະ ກົດໝາຍສາກົນ, ເພີ່ມທະວີການຮ່ວມມືກັບບັນດາອົງການຈັດຕັ້ງພາກພື້ນດ້ວຍຄວາມມຸ່ງມາປາດຖະໜາຢາກສືບຕໍ່ປະກອບສ່ວນເຂົ້າໃນວຽກງານລວມ, ຫວຽດນາມ ພວມອອກສະໝັກເລືອກຕັ້ງເປັນສະມາຊິກ ສະພາສິດທິມະນຸດ ອາຍຸການ 2023 2025 ແລະ ບັນດາກົນໄກສຳຄັນອື່ນ ຂອງ   ແລະ ປາດຖະໜາວ່າຈະໄດ້ຮັບການສະໜັບສະໜູນຈາກບັນດາປະເທດ”.

 

ຕອບກັບ

ຂ່າວ/ບົດ​ອື່ນ