ປະ​ທານ​ປະ​ເທດ ຫວຽດ​ນາມ ຫວໍ​ວັນ​ເຖືອງ ຕ້ອນ​ຮັບ​ການ​ນຳ​ບາງ​ກຸ່ມ​ບໍ​ລິ​ສັດ​ຂອງ ຈີນ

(VOVWORLD) -   ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ເວທີປາໄສຮ່ວມມືສາກົນ ໜຶ່ງແລວ, ໜຶ່ງເສັ້ນທາງ ຄັ້ງທີ 3, ຕອນບ່າຍວັນທີ 19 ຕຸລາ, ຢູ່ນະຄອນຫຼວງ ປັກກິ່ງ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕ້ອນຮັບການນຳບາງກຸ່ມບໍລິສັດແຖວໜ້າຂອງ ຈີນ.
ປະ​ທານ​ປະ​ເທດ ຫວຽດ​ນາມ ຫວໍ​ວັນ​ເຖືອງ ຕ້ອນ​ຮັບ​ການ​ນຳ​ບາງ​ກຸ່ມ​ບໍ​ລິ​ສັດ​ຂອງ ຈີນ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບ ທ່ານ ຫຼີຕື້ເສວ ປະທານສະພາບໍລິຫານກຸ່ມບໍລິສັດ ZTE (ພາບ: VOV)

 ໃນການຕ້ອນຮັບທ່ານ ແຫຼງຂວາ ປະທານກຸ່ມບໍລິສັດ ຫົວເຫວີຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເນັ້ນໜັກວ່າ ຫວຽດນາມ ຖືເປັນສຳຄັນ ແລະ ສຸມໃສ່ການຫັນເປັນດີຈີຕອນ, ສ້າງພື້ນຖານເສດຖະກິດດີີຈີຕອນ ແລະ ສັງຄົມດີຈີຕອນ. ຫວຽດນາມ ປາດຖະໜາວ່າ ຫົວເຫວີຍ ຈະສືບຕໍ່ຮ່ວມມືກັບບັນດາອົງການຂອງ ຫວຽດນາມ ຢ່າງຕັ້ງໜ້າກວ່າອີກ ເພື່ອຮ່ວມມືສ້າງພື້ນຖານດີຈີຕອນ, ພັດທະນາອິນເຕີເນັດ 5G  ຢ່າງກວ້າງຂວາງ ແລະ ໂດຍສະເພາະແມ່ນການສົມທົບກັນບຳລຸງສ້າງບຸກຄະລາກອນດີຈີຕອນ. ທ່ານ ແຫຼງຂວາ ປະທານກຸ່ມບໍລິສັດ ຫົວເຫວີຍ ໃຫ້ຮູ້ວ່າ ກຸ່ມບໍລິສັດ ປາດຖະໜາຢາກປະກອບສ່ວນເຂົ້າໃນວິວັດທະນາການພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ ແລະ ການຫັນປ່ຽນພະລັງງານຂອງ ຫວຽດນາມ ຫຼາຍກວ່າອີກ.    

        ສ່ວນໃນການຕ້ອນຮັບທ່ານ ຫຼີຕື້ເສວ, ປະທານສະພາບໍລິຫານກຸ່ມບໍລິສັດ ZTE ເຊິ່ງເປັນກຸ່ມບໍລິສັດຜະລິດອຸປະກອນໂທລະຄົມມະນາຄົມນາໆຊາດຂອງ ຈີນ, ທ່ານປະທານປະເທດ ຫວໍວັນເຖືອງ ເນັ້ນໜັກວ່າ ຫວຽດນາມ ປາດຖະໜາຢາກໃຫ້ບັນດາວິສາຫະກິດຂອງ ຈີນ, ໂດຍສະເພາະແມ່ນວິສາຫະກິດຂະໜາດໃຫຍ່, ມີລະດັບວິທະຍາສາດເຕັກໂນໂລຢີສູງ, ທັນສະໄໝ ລົງທຶນ ແລະ ເປີດກວ້າງການລົງທຶນຢູ່ ຫວຽດນາມ. ທ່ານເຊື່ອໝັ້ນວ່າ ZTE ຈະມີການຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນກວ່າກັບບັນດາວິສາຫະກິດ ຫວຽດນາມ ໃນອະນາຄົດ; ປະກອບສ່ວນເຂົ້າໃນການພັດທະນາລວມຂອງການພົວພັນຮ່ວມມື ລະຫວ່າງ ຫວຽດນາມ - ຈີນ.

ບິກທ້ວນ - ນັກຂ່າວ VOV ປະຈຳ ຈີນ

ຕອບກັບ

ຂ່າວ/ບົດ​ອື່ນ