ປະ​ທານ​ປະ​ເທດ ຫວຽດ​ນາມ ຫວໍ​ວັນ​ເຖືອງ ເລີ່ມ​ຕົ້ນ​ລາຍ​ການ​ເຂົ້າ​ຮ່ວມກ​ອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປາ​ໄສ ​ຮ່ວມ​ມື​ສາ​ກົນ​ “ໜຶ່ງ​ແລວ​, ໜຶ່ງ​ເສັ້ນ​ທາງ” ຄັ້ງ​ທີ 3 ຢູ່ ຈີນ

(VOVWORLD) -     ຕອນບ່າຍວັນທີ 17 ຕຸລາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ, ໄດ້ໄປຮອດສະໜາມບິນນະຄອນຫຼວງ ປັກກິ່ງ, ຈີນ, ເລີ່ມຕົ້ນບັນດາການເຄື່ອນໄຫວເຂົ້າຮ່ວມເວທີປາໄສຂັ້ນສູງກ່ຽວກັບການຮ່ວມມືສາກົນ “ໜຶ່ງແລວ, ໜຶ່ງເສັ້ນທາງ” ຄັ້ງທີ 3, ເຊິ່ງໄດ້ດໍເນີນແຕ່ວັນທີ 17 – 20 ຕຸລາ.       
ປະ​ທານ​ປະ​ເທດ ຫວຽດ​ນາມ ຫວໍ​ວັນ​ເຖືອງ ເລີ່ມ​ຕົ້ນ​ລາຍ​ການ​ເຂົ້າ​ຮ່ວມກ​ອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປາ​ໄສ ​ຮ່ວມ​ມື​ສາ​ກົນ​ “ໜຶ່ງ​ແລວ​, ໜຶ່ງ​ເສັ້ນ​ທາງ” ຄັ້ງ​ທີ 3 ຢູ່ ຈີນ - ảnh 1ພະນັກງານສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ປັກກິ່ງ ຕ້ອນຮັບທ່ານປະທານປະເທດ ຫວໍວັນເຖືອງ ຢູ່ ສະໜາມບິນສາກົນ ປັກກິ່ງ (ພາບ: VOV)

ຕາມວາລະດຳເນີນກອງປະຊຸມແລ້ວ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ເຂົ້າຮ່ວມພິທີໄຂກອງປະຊຸມສຸດຍອດ ເວທີປາໄສຂັ້ນສູງ ຮ່ວມມືສາກົນ “ໜຶ່ງແລວ, ໜຶ່ງເສັ້ນທາງ” ຄັ້ງທີ 3 ໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີນຜິງ ເປັນປະທານ; ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດ ດ້ວຍຫົວຂໍ້: ເສດຖະກິດດີຈີຕອນ - ກຳລັງໜູນໃໝ່ຂອງການເຕີບໂຕ; ເຂົ້າຮ່ວມງານລ້ຽງຕ້ອນຮັບບັນດາຫົວໜ້າຄະນະ ແລະ ພັນລະຍາການນຳບັນດາປະເທດ ໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ແລະ ພັນລະຍາເປັນປະທານ.

        ທ່ານປະທານປະເທດ ຫວໍວັນເຖືອງ ຈະມີການພົບປະສອງຝ່າຍສຳຄັນກັບການນຳບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ ທີ່ເຂົ້າຮ່ວມເວທີປາໄສຄັ້ງນີ້, ເປັນຕົ້ນແມ່ນທ່ານປະທານາທິບໍດີ ລັດເຊຍ Vladimir Putin; ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ…

        ທ່ານປະທານປະເທດ ຫວໍວັນເຖືອງ ກໍຈະມີຫຼາຍການພົບປະສອງຝ່າຍກັບການນຳຈີນ ອີກດ້ວຍ.

ຫວູຢຸງ - ບິກທ້ວນ

ຕອບກັບ

ຂ່າວ/ບົດ​ອື່ນ