ປະທານປະເທດ ຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 110 ປີແຫ່ງວັນສ້າງຕັ້ງແຂວງ ລາວກາຍ

(VOVWORLD) - ຕອນເຊົ້າວັນທີ 09 ກໍລະກົດ, ທີີ່ນະຄອນ ລາວກາຍ, ດຳເນີນພິທີສະເຫຼີມສະຫຼອງ 110 ປີແຫ່ງວັນສ້າງຕັ້ງແຂວງ ລາວກາຍ (12/07/1907 – 12/07/2017) ແລະ ຕ້ອນຮັບຫຼຽນໄຊເອກະລາດຊັ້ນ 1
ປະທານປະເທດ ຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 110 ປີແຫ່ງວັນສ້າງຕັ້ງແຂວງ ລາວກາຍ - ảnh 1 ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 110 ປີແຫ່ງວັນສ້າງຕັ້ງແຂວງ ລາວກາຍ

ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຊີ້ແຈ້ງວ່າ: ແຂວງ ລາວກາຍ ມີທີ່ຕັ້ງຍຸດທະສາດສຳຄັນກ່ຽວກັບດ້ານການເມືອງ, ເສດຖະກິດ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ; ມີທ່າໄດ້ປຽບແມ່ນສູນເສດຖະກິດ, ພົວພັນແລກປ່ຽນວັດທະນະທຳ ຫວຽດນາມ ກັບບັນດາປະເທດ ອາຊຽນ, ຈີນ, ບັນດາປະເທດອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີອົງຄະນະພັກ, ອຳນາດການປົກຄອງ, ກອງທັບ ແລະ ປະຊາຊົນແຂວງ ລາວກາຍ ສຸມໃສ່ປະຕິບັດບັນດາມາດຕະການຍົກສູງຄຸນນະພາບການເຕີບໂຕຄົບຊຸດ, ພັດທະນາເສດຖະກິດຢ່າງວ່ອງໄວ ແລະ ໝັ້ນຄົງກ່ວາອີກ. ພ້ອມກັນນັ້ນ ທາງແຂວງຄວນເອົາໃຈໃສ່ຍູ້ແຮງການຫັນປ່ຽນໂຄງປະກອບເສດຖະກິດທີ່ຕິດພັນກັບການຫັນປ່ຽນອົງປະກອບແຮງງານໃນແຕ່ລະຂະແໜງ, ຂົງເຂດ; ຍົກສູງການຜະລິດເຄື່ອງປ່າຂອງດົງຢ່າງມີປະສິດທິຜົນ, ເອົາໃຈໃສ່ເປັນພິເສດເຖິງການພັດທະນາປ່າໄມ້ຜະລິດ; ເອົາໃຈໃສ່ພັດທະນາເສດຖະກິດຊົນນະບົດຕິດພັນກັບການກໍ່ສ້າງຊົນນະບົດໃໝ່. ສຸມໃສ່ພັດທະນາເສັ້ນທາງທ່ອງທ່ຽວ ຊາປາ, ລາວກາຍ, ບັກຮ່າ; ໃນນັ້ນ ສ້າງ ຊາປາ ກາຍເປັນເຂດທ່ອງທ່ຽວແຫ່ງຊາດ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ກໍ່ໃສ່ໃຈວ່າ ແຂວງ ລາວກາຍ ເອົາໃຈໃສ່ຍູ້ແຮງການພັດທະນາວັດທະນະທຳ, ສັງຄົມ, ກໍ່ສ້າງ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ຄຸນນະພາບເບິ່ງແຍງດູແລສຸຂະພາບຂອງປະຊາຊົນ; ເອົາໃຈໃສ່ພັດທະນາການສຶກສາເຂດຊົນເຜົ່າສ່ວນນ້ອຍ; ອະນຸລັກຮັກສາ, ເສີມຂະຫຍາຍບັນດາສີສັນວັດທະນະທຳຂອງຊາດ; ເປີດກ້ວາງການພົວພັນຕ່າງປະເທດ, ສ້າງສະພາບແວດລ້ອມສະດວກເພື່ອພັດທະນາ; ປົກປັກຮັກສາອະທິປະໄຕແຫ່ງຊາດ, ປະກອບສ່ວນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ