ປະ​ທານ​ປະ​ເທດ ຫວຽດ​ນາມ ເຂົ້າ​ຮ່ວມ​ສັບ​ປະ​ດາ​ສຸດຍອດ APEC

(VOVWORLD) - ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເຂົ້າຮ່ວມສັບປະດາສຸດຍອດ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2023 ແລະ ປະສານສົມທົບເຂົ້າຮ່ວມການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ ນັບແຕ່ວັນທີ 14 ຫາ ວັນທີ 17 ພະຈິກ.
ປະ​ທານ​ປະ​ເທດ ຫວຽດ​ນາມ ເຂົ້າ​ຮ່ວມ​ສັບ​ປະ​ດາ​ສຸດຍອດ APEC - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ (ພາບປະກອບ: VOV)

ຕາມແຈ້ງການຂອງກະຊວງການຕ່າງປະເທດ ຫວຽດນາມ ໃນວັນທີ 9 ພະຈິກ ໃຫ້ຮູ້ວ່າ ໂດຍໄດ້ຮັບຄຳເຊີນຂອງທ່ານປະທານາທິບໍດີ ສະຫະລັດ ອາເມລິກາ Joe Biden, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເຂົ້າຮ່ວມສັບປະດາສຸດຍອດ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2023 ແລະ ປະສານສົມທົບເຂົ້າຮ່ວມການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ ນັບແຕ່ວັນທີ 14 ຫາ ວັນທີ 17 ພະຈິກ. ການເຄື່ອນໄຫວດັ່ງກ່າວຂອງທ່ານປະທານປະເທດ ໄດ້ດຳເນີນໃນສະພາບການສະເຫຼີມສະຫຼອງ 30 ປີ ແຫ່ງວັນກອງປະຊຸມສຸດຍອດ APEC ຄັ້ງທຳອິດໄດ້ຈັດຂຶ້ນຢູ່ ອາເມລິກາ, ໃນປີ 1993 ແລະ ຂີດໝາຍແຫ່ງວັນ ຫວຽດນາມ ເຂົ້າຮ່ວມ APEC ຄົບຮອບ 25 ປີ (ປີ 1998).

 

 

ຕອບກັບ

ຂ່າວ/ບົດ​ອື່ນ