ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລີມ ຢ້ຽມ​ຢາມພະ​ນັກ​ງານ, ທະ​ຫານຢູ່​ປ້ອມ​ປ້ອງ​ກັນ​ຊາຍ​ແດນ​ ​ດ່ານ​ຊາຍ​ແດນ ຊ​ອັກ​ຢາງ (ແຂວງ ກາວ​ບັງ)

(VOVWORLD) - ໃນລາຍການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກາວບັງ, ຕອນບ່າຍວັນທີ 9 ມິຖຸນາ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໄປຢ້ຽມຢາມ, ໃຫ້ກຳລັງໃຈ ແລະ ມອບຂອງຂວັນໃຫ້ພະນັກງານ, ທະຫານປ້ອງກັນຊາຍແດນດ່ານຊາຍແດນ ຊອັກຢາງ, ເມືອງ ຮ່າກວ໋າງ, ແຂວງ ກາວບັງ.
ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລີມ ຢ້ຽມ​ຢາມພະ​ນັກ​ງານ, ທະ​ຫານຢູ່​ປ້ອມ​ປ້ອງ​ກັນ​ຊາຍ​ແດນ​ ​ດ່ານ​ຊາຍ​ແດນ ຊ​ອັກ​ຢາງ (ແຂວງ ກາວ​ບັງ) - ảnh 1ທ່ານປະທານປະເທດ ຫວຽດນາມ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ:TTXVN)

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເນັ້ນໜັກວ່າ ພະນັກງານ, ທະຫານຢູ່ປ້ອມປ້ອງກັນຊາຍແດນດ່ານຊາຍແດນ ຊອັກຢາງ ປົກປັກຮັກສາຄວາມສະຫງົບປອດໄພຢູ່ເຂດຊາຍແດນນັ້ນ ໄດ້ເປະກອບສ່ວນຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍລວມຂອງປະເທດຊາດ, ຂອງທ້ອງຖິ່ນ; ພ້ອມດຽວກັນນັ້ນ ກໍ່ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍພົວພັນຕ່າງປະເທດໄດ້ເປັນຢ່າງດີ; ປະກອບສ່ວນຮັກສາເຂດຊາຍແດນແຫ່ງສັນຕິພາບ, ມິດຕະພາບ. ທ່ານປະທານປະເທດ ກໍຮຽກຮ້ອງໃຫ້ບັນດາພະນັກງານ, ທະຫານປ້ອງກັນຊາຍແດນ ສືບຕໍ່ເສີມຂະຫຍາຍມູນເຊື້ອ, ສ້າງຖັນແຖວທະຫານທີ່ຕອບສະໜອງໄດ້ຄວາມຮຽກຮ້ອງຂອງໜ້າທີ່ໃນສະພາບການໃໝ່.

        ເນື່ອງໃນໂອກາດຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກາວບັງ, ຕອນຄ່ຳວັນທີ 9 ມິຖຸນາ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໄປຢ້ຽມຢາມປະຊາຊົນຢູ່ບໍລິເວນ ປາກບໍ, ຕາແສງ ເຈື່ອງຮ່າ, ເມືອງ ຮ່າກວ໋າງ.


ຕອບກັບ

ຂ່າວ/ບົດ​ອື່ນ