ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ລົງພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ ຮຶງ​ອຽນ

(VOVWORLD) - ທ່ານປະທານປະເທດສະເໜີໃຫ້ຄະນະສະມາຊິກສະພາແຫ່ງຊາດແຂວງ ຮຶງອຽນ ສົມທົບກັບບັນດາອົງການຂອງແຂວງ, ຮັບເອົາທຸກຄຳເຫັນປະກອບຂອງຜູ້ມີສິດເລືອກຕັ້ງ, ສຳຫຼວດກວດຄືນບັນດາເນື້ອໃນເພື່ອສະເໜີບັນດາອົງການທີ່ມີສິດອຳນາດຂອງສູນກາງ ແລະ ສະພາແຫ່ງຊາດແກ້ໄຂ.
ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ລົງພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ ຮຶງ​ອຽນ - ảnh 1ທ່ານປະທານປະເທດ ຫວຽດນາມ ໂຕເລິມ ກ່າວຄຳເຫັນທີ່ການພົບປະ (ພາບ: VOV)

ຕອນບ່າຍວັນທີ 2 ກໍລະກົດ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ແລະ ຄະນະສະມາຊິກສະພາແຫ່ງຊາດ ແຂວງ ຮຶງອຽນ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ຮຶງອຽນ, ແນໃສ່ແຈ້ງໃຫ້ຊາບໝາກຜົນກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ກໍຄື ຮັບຟັງ, ແກ້ໄຂຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ເນັ້ນໜັກວ່າ ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ສືບຕໍ່ໄດ້ຮັບການຍູ້ແຮງ; ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັບການປັບປຸງ, ເພີ່ມທະວີ; ເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໄດ້ຮັບການຮັກສາຢ່າງໝັ້ນຄົງໜັກແໜ້ນ. ວຽກງານພົວພັນຕ່າງປະເທດກໍບັນລຸຫຼາຍໝາກຜົນທີ່ດີ, ທີ່ຕັ້ງອິດທິພົນຊື່ສຽງຂອງປະເທດຊາດນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ທ່ານປະທານປະເທດສະເໜີໃຫ້ຄະນະສະມາຊິກສະພາແຫ່ງຊາດແຂວງ ຮຶງອຽນ ສົມທົບກັບບັນດາອົງການຂອງແຂວງ, ຮັບເອົາທຸກຄຳເຫັນປະກອບຂອງຜູ້ມີສິດເລືອກຕັ້ງ, ສຳຫຼວດກວດຄືນບັນດາເນື້ອໃນເພື່ອສະເໜີບັນດາອົງການທີ່ມີສິດອຳນາດຂອງສູນກາງ ແລະ ສະພາແຫ່ງຊາດແກ້ໄຂ.

        ໃນໂອກາດນີ້, ທ່ານປະທານປະເທດ ກໍໄດ້ມອບຄອມພິວເຕີ 50 ຊຸດໃຫ້ແກ່ນະຄອນ ຮຶງອຽນ ແລະ ໄປຢ້ຽມຢາມ, ມອບຂອງຂວັນໃຫ້ 2 ຄອບຄົວເປົ້າໝາຍນະໂຍບາຍ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ