ປະທານປະເທດ ຫວຽນາມ ເດີນທາງຢ້ຽມຢາມ ໄທ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມ APEC 29

(VOVWORLD) - ການຢ້ຽມຢາມ ໄທຢ່າງເປັນທາງການຂອງທ່ານປະທານປະເທດ ຫງວຽນຊວນຟຸກ ແມ່ນການຢ້ຽມຢາມທາງການຂອງການນຳປະເທດ ຫວຽດນາມ ຢູ່ ລາຊາອະນາຈັກ ໄທ ພາຍຫຼັງ 24 ປີ ນັບແຕ່ການຢ້ຽມຢາມຂອງທ່ານປະທານປະເທດ ເຈິ່ນດຶກເລືອງ ໃນປີ 1998...
ປະທານປະເທດ ຫວຽນາມ ເດີນທາງຢ້ຽມຢາມ ໄທ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມ APEC 29  - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ

ໂດຍໄດ້ຮັບຄຳເຊີນຂອງທ່ານ ປຣາຢຸດ ຈັນໂອຊາ, ນາຍົກລັດຖະມົນຕີແຫ່ງລາຊະອານາຈັກ ໄທ, ຕອນເຊົ້າວັນທີ 16 ພະຈິກ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປຢ້ຽມຢາມລາຊະອານາຈັກ ໄທ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມການນຳບັນດາພື້ນຖານເສດຖະກິດເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 29, ແຕ່ວັນທີ 16 – 19 ພະຈິກ, ຢູ່ບາງກອກ.

        ການຢ້ຽມຢາມ ໄທຢ່າງເປັນທາງການຂອງທ່ານປະທານປະເທດ ຫງວຽນຊວນຟຸກ ແມ່ນການຢ້ຽມຢາມທາງການຂອງການນຳປະເທດ ຫວຽດນາມ ຢູ່ ລາຊາອະນາຈັກ ໄທ ພາຍຫຼັງ 24 ປີ ນັບແຕ່ການຢ້ຽມຢາມຂອງທ່ານປະທານປະເທດ ເຈິ່ນດຶກເລືອງ ໃນປີ 1998 ແລະ ເກືອບ 10 ປີພາຍຫຼັງການຢ້ຽມຢາມໄທ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນປີ 2013. ທ່ານປະທານປະເທດ ຫງວຽນຊວນຟຸກ ກໍ່ແມ່ນການນຳຄົນທຳອິດໃນຈຳນວນບັນດາການນຳຂອງພື້ນຖານເສດຖະກິດ APEC ຢ້ຽມຢາມໄທ ຢ່າງເປັນທາງການເນື່ອງໃນໂອກາດກອງປະຊຸມ APEC ຄັ້ງນີ້.

        ເມື່ອຕອບສຳພາດຕໍ່ສື່ມວນຊົນກ່ອນການຢ້ຽມຢາມລາຊະອານາຈັກ ໄທ ແລະ ເຂົ້າຮ່ວມກອງປະຊຸມ APEC ຂອງທ່ານປະທານປະເທດ ຫງວຽນຊວນຟຸກ, ທ່ານ ຮ່າກິມງອັກ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ໃຫ້ຮູ້ວ່າ:

        “ການຢ້ຽມຢາມຈະສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ ຫວຽດນາມ - ໄທ. ນີ້ແມ່ນໂອກາດເພື່ອໃຫ້ການນຳສອງປະເທດແລກປ່ຽນບັນດາການກຳນົດທດໃຫຍ່ ເພື່ອແນໃສ່ຍົກສູງປະສິດທິຜົນການຮ່ວມມືດ້ານການຄ້າ, ການລົງທຶນ, ການເຊື່ອມຕໍ່ດ້ານເສດຖະກິດຫຼາຍກ່ວາອີກ; ເປີດກ້ວາງການຮ່ວມມືໃນບັນດາຂົງເຂດໃໝ່ ແລະ ຄວາມສາມາດບົ່ມຊ້ອນຄື: ເສດຖະກິດດີຈີຕອນ, ການຫັນປ່ຽນດີຈີຕອນ, ເສດຖະກິດສີຂຽວ…; ພ້ອມກັນນັ້ນແມ່ນຍູ້ແຮງການຮ່ວມມືດ້ານວັດທະນະທຳ, ການສຶກສາ, ກິລາ, ພົວພັນແລກປ່ຽນປະຊາຊົນ ແລະ ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ. ບັນດາເອກະສານຮ່ວມມືສຳຄັນ ຄາດວ່າຈະໄດ້ລົງນາມໃນໂອກາດນີ້. ຄາດວ່າ ສອງຝ່າຍກໍ່ຈະຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການຢ້ຽມຢາມ”.

        ພາຍຫຼັງການຢ້ຽມຢາມ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມບັນດາການນຳພື້ນຖານເສດຖະກິດ APEC ຄັ້ງທີ 29 ດ້ວຍຫົວຂໍ້: “ເປີດກ້ວາງ. ເຊື່ອມຕໍ່. ດຸ່ນດ່ຽງ” (Open.Connect.Balance).

ຕອບກັບ

ຂ່າວ/ບົດ​ອື່ນ