ປະທານປະເທດ ເຈີ່ນດ້າຍກວາງ: ການສຶກສາແມ່ນພື້ນຖານຂອງການພັດທະນາແບບຍືນຍົງຂອງປະເທດຊາດ

(VOVWORLD) - ຕອນເຊົ້າວັນທີ 5 ກັນຍາ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ເຂົ້າຮ່ວມພິທີເປີດສົກຮຽນໃໝ່ຢູ່ ໂຮງຮຽນມັດທະຍົມຕອນຕົ້ນ ຈຶງເວືອງ, ຮ່າໂນ້ຍ. 
ປະທານປະເທດ ເຈີ່ນດ້າຍກວາງ: ການສຶກສາແມ່ນພື້ນຖານຂອງການພັດທະນາແບບຍືນຍົງຂອງປະເທດຊາດ - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ ເຂົ້າຮ່ວມພິທີເປີດສົກຮຽນໃໝ່

ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນວ່າ: ການສຶກສາແມ່ນພື້ນຖານຂອງການພັດທະນາແບບຍືນຍົງຂອງປະເທດຊາດ, ຕັດສິນອະນາຄົດຂອງຊາດ. ພັກ ແລະ ລັດ ຍາມໃດກໍ່ຖືການສຶກສາແມ່ນລັດຖະນະໂຍບາຍແຖວໜ້າ, ຖືການສຶກສາແມ່ນຢູ່ໃນລະດັບສຳຄັນທີ່ສຸດໃນວິວັດແຫ່ງການພັດທະນາຂອງປະເທດຊາດ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີວ່າ:

        “ສ້າງສະພາບແວດລ້ອມການສຶກສາປອດໄພ, ໂປ່ງໃສ, ສ້າງໂຮງຮຽນຂຽວ, ສະອາດ, ສວຍງາມ. ສຸມໃສ່ພັດທະນາພຸມປັນຍາ, ຮ່າງກາຍ, ສ້າງຄຸນສົມບັດ, ກຳລັງຄວາມສາມາດຂອງພົນລະເມືອງ, ພົບເຫັນ ແລະ ຝຶກອົບຮົມພອນສະຫວັນໃຫ້ນັກຮຽນ. ເອົາໃຈໃສ່ສຶກສາຄຸນນະທາດ, ຄຸນສົມບັດ, ແບບແຜນຊີວິດ, ພຸມປັນຍາດ້ານກົດໝາຍ, ສະຕິພົນລະເມືອງ ແລະ ອື່ນໆໃຫ້ແກ່ນັກຮຽນ. ສົມທົບການສຶກສາຂອງໂຮງຮຽນກັບການສຶກສາຂອງຄອບຄົວ ແລະ ການສຶກສາຂອງສັງຄົມ.”

        ຢູ່ແຂວງຕ່ຽນຢາງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມພິທີເປີດສົກຮຽນໃໝ່ຢູ່ ໂຮງຮຽນມັດທະຍົມຕອນຕົ້ນ ເລງອກເຮີນ, ນະຄອນ ໝີທໍ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ:

        “ສົກຮຽນໃໝ່, ຂ້າພະເຈົ້າສະເໜີໃຫ້ຂະແໜງການສຶກສາ - ບຳລຸງສ້າງ ແຂວງ ຕ່ຽນຢາງ ແລະ  ໂຮງຮຽນມັດທະຍົມຕອນຕົ້ນ ເລງອກເຮີນ ຕ້ອງສ້າງຖັນແຖວຄູອາຈານ, ພະນັກງານ ໂຮງຮຽນມີສະຕິຄວາມຮູ້ຖືກຕ້ອງ ແລະ ມີການກະທຳແທດຈິງ. ສືບຕໍ່ຍົກສູງຄວາມຮັບຜິດຊອບ, ຝືກຝົນຫຼໍ່ຫຼອມຄຸນສົມບັດ, ຄຸນທາດຂອງຄູອາຈານ, ຮ່ຳຮຽນເອງ ເພື່ອຍົກສູງລະດັບ, ປ່ຽນໃໝ່ຍົກສູງລະດັບຢ່າງຕັ້ງໜ້າ, ປ່ຽນໃໝ່, ຍົກສູງວິທີການສິດສອນເພື່ອໃຫ້ຄູສອນແຕ່ລະຄົນແມ່ນແບບຢ່າງກ່ຽວກັບຄຸນສົມບັດ, ຮ່ຳຮຽນເອງ ແລະ ມີຫົວຄິດປະດິດສ້າງ. ໄປຄຽງຄູ່ກັບການສອນຄວາມຮູ້, ທັກສະ, ຕ້ອງຝຶກອົບຮົມຄຸນນະທາດ, ຄຸນສົມບັດໃຫ້ນັກຮຽນ.”

ກໍ່ເນື່ອງໃນໂອກາດນີ້, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ກໍ່ໄດ້ເຂົ້າຮ່ວມພີທີເປີດສົກຮຽນໃໝ່ ຢູ່ໂຮງຮຽນບາງແຫ່ງ.

ປະທານປະເທດ ເຈີ່ນດ້າຍກວາງ: ການສຶກສາແມ່ນພື້ນຖານຂອງການພັດທະນາແບບຍືນຍົງຂອງປະເທດຊາດ - ảnh 2ທ່ານ ຫງວຽນຊວນຟຸກ  ກ່າວຄຳເຫັນທີ່ພິທີໄຂສົກຮຽນ 2017 – 2018

ກ່າວຄຳເຫັນທີ່ພິທີໄຂສົກຮຽນ 2017 – 2018 ຂອງສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ: ການກໍ່ສ້າງ, ຝຶກອົບຮົມ, ສ້າງຖັນແຖວພະນັກງານການນຳ, ຄຸ້ມຄອງຂອງພັກ, ລັດມີຄວາມໝາຍສຳຄັນພິເສດ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສະຖາບັນສືບຕໍ່ປັບປຸງ, ຍົກສູງທີ່ຕັ້ງຂອງສະຖາບັນ ດ້ວຍບົດບາດເປັນໂຮງຮຽນພັກຂັ້ນສູງຂອງສູນກາງພັກກອມມູນິດ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:

         “ສະຖາບັນຄວນສືບຕໍ່ຢືນຢັນທີ່ຕັ້ງຢ່າງຈະແຈ້ງ ແມ່ນສູນແຫ່ງຊາດແຫ່ງໜຶ່ງດຽວ ມີພາລະບົດບາດ, ໜ້າທີ່ກໍ່ສ້າງ, ຝຶກອົບຮົມພະນັກງານການນຳ, ຄຸ້ມຄອງໃຫ້ລະບົບການເມືອງ; ພ້ອມທັງແມ່ນສູນແຫ່ງຊາດ ຄົ້ນຄວ້າວິທະຍາສາດກ່ຽວກັບທິດສະດີລັດທິ ມາກ-ເລນິນ, ແນວຄິດ ໂຮ່ຈີມິນ, ວິທະຍາສາດການເມືອງ ແລະ ບາງຂະແໜງວິທະຍາສາດສັງຄົມ - ມະນຸດສາດອື່ນໆ

ຕອບກັບ

ຂ່າວ/ບົດ​ອື່ນ