ປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ

(VOVWORLD) - ທ່ານປະທານປະເທດ ກໍ່ຫວັງວ່າ ກຳລັງຕຳຫຼວດ 2 ປະເທດສືບຕໍ່ຮ່ວມມືນຳກັນຢ່າງແໜ້ນແຟ້ນ, ແທດຈິງກ່ວາອີກ...
ປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ - ảnh 1ທ່ານພົນຕີ ກົງທອງ ພົງວິຈິດ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ

ທີ່ການຕ້ອນຮັບທ່ານພົນຕີ ກົງທອງ ພົງວິຈິດ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ ໃນວັນທີ 15 ພຶດສະພາ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຕີລາຄາສູງການຮ່ວມມືໃນຂົງເຂດປ້ອງກັນຊາດ - ປ້ອງກັນຄວາມສະຫງົບລະຫວ່າງ ຫວຽດນາມ -ລາວ. ທ່ານປະທານປະເທດ ສະເໜີວ່າ: ກຳລັງຕຳຫຼວດ 2 ປະເທດເພີ່ມທະວີການສົມທົບກັນປະຕິບັດແຜນນະໂຍບາຍຂອງການນຳຂັ້ນສູງ 2 ພັກ, 2 ລັດ ໃນການຮັບປະກັນຄວາມສະຫງົບແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຢູ່ແຕ່ລະປະເທດໃນທຸກສະພາບການເປັນຢ່າງດີ. ທ່ານປະທານປະເທດ ກໍ່ຫວັງວ່າ ກຳລັງຕຳຫຼວດ 2 ປະເທດສືບຕໍ່ຮ່ວມມືນຳກັນຢ່າງແໜ້ນແຟ້ນ, ແທດຈິງກ່ວາອີກ, ຢຶດໝັ້ນບໍ່ປະໃຫ້ຢູ່ໃນທ່າຮັບ, ຕໍ່ໜ້າທຸກໆກົນອຸບາຍມ້າງແພທຳລາຍດ້ານຄວາມໝັ້ນຄົງຂອງຊາດຢູ່ແຕ່ລະປະເທດ ແລະ ແບ່ງແຍກນ້ຳໃຈສາມັກຄີມິດຕະພາບທີ່ເປັນມູນເຊື້ອແບບພິເສດ ຫວຽດນາມ - ລາວ ຂອງບັນດາກຳລັງທີ່ເປັນປໍລະປັກ, ປະຕິການ. ພ້ອມກັນນັ້ນ, ແກ້ໄຂບັນດາບັນຫາເກີດຂຶ້ນກ່ຽວຂ້ອງເຖິງຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຂອງແຕ່ລະປະເທດຢູ່ຂັ້ນຮາກຖານຢ່າງທັນການ; ຕໍ່ສູ້ດັບສູນຂະບວນການຄ້າຂາຍ, ຂົນສົ່ງຢາເສບຕິດຜ່ານຊາຍແດນເພື່ອພ້ອມກັນສ້າງຊາຍແດນ 2 ປະເທດເປັນຊາຍແດນສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ.

        ສ່ວນທ່ານ ພົນຕີ ກົງທອງ ພົງວິຈິດ ສະແດງຄວາມປາດຖະໜາວ່າ ທ່ານປະທານປະເທດ ເຈີ່ນດ້າຍກວາງ ສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ການພົວພັນຮ່ວມມືລະຫວ່າງ 2 ກະຊວງໃຫ້ນັບມື້ນັບພັດທະນາ, ປະກອບສ່ວນຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ, ຮັບປະກັນຄວາມໝັ້ນຄົງແຫ່ງຊາດຂອງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ