ປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບເອກອັກຄະລັດຖະທູດປະເທດຕ່າງໆ

(VOVWORLD) - ຕອນເຊົ້າວັນທີ 13 ກໍລະກົດ, ທີ່ສຳນັກງານປະທານປະເທດ , ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຮັບສານຕາຕັ້ງຈາກທ່ານນາງ Jesus Figa Lopez Palop ເອກອັກຄະລັດຖະທູດ ແອດສະປາຍ ແລະ ທ່ານ Adel Mohamed Ali Ba Himid ເອກອັກຄະລັດຖະທູດ ສາທາລະນະລັດ Yemen.
ປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບເອກອັກຄະລັດຖະທູດປະເທດຕ່າງໆ - ảnh 1ທ່ານນາງ Jesus Figa Lopez Palop, ເອກອັກຄະລັດຖະທູດ ແອດສະປາຍ ແລະ ທ່ານປະທານປະເທດ ເຈີ່ນດ້າຍກວາງ

ທີ່ການຕ້ອນຮັບເອກອັກຄະລັດຖະທູດ ແອດສະປາຍ ພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານປະທານປະເທດ ເຈ່ີນດ້າຍກວາງ ເນັ້ນໜັກວ່າ: 2 ປະເທດຄວນເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພ້ອມທັງ, ຍູ້ແຮງການຮ່ວມມືເສດຖະກິດໃນຂົງເຂດທີ່ ແອດສະປາຍ ມີທ່າແຮງ ຄື: ພະລັງງານຜະລິດຄືນໃໝ່, ກໍ່ສ້າງພື້ນຖານໂຄງລ່າງ, ການທ່ອງທ່ຽວ ແລະ ກະສິກຳຊີວະພາບເຕັກໂນໂລຢີສູງ… ທ່ານປະທານປະເທດ ກໍ່ສະເໜີໃຫ້ 2 ຝ່າຍຮ່ວມມືຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາການເຄື່ອນໄຫວສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດໃນປີ 2017 ເປັນຢ່າງດີ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນທີ່ບັນດາເວທີປາໄສສາກົນ, ພິເສດແມ່ນ ສປຊ, ASEM, ASEAN – EU. ເມື່ອແລກປ່ຽນກັບເອກອັກຄະລັດຖະທູດ Yemen, ທ່ານປະທານປະເທດ ເຈີ່ນດ້າຍກວາງ  ໄດ້ຊີ້ແຈ້ງວ່າ: ຫວຽດນາມ ປາດຖະໜາວ່າ: ສະພາບການຢູ່ Yemen ເປັນປົກກະຕິໂດຍໄວ, ສອງຝ່າຍແກ້ໄຂບັນດາຄວາມແຕກຕ່າງກັນ ແລະ ການຂັດແຍ້ງຜ່ານການເຈລະຈາ. ທ່ານປະທານປະເທດ ຢືນຢັນວ່າ: ຍາມໃດ ຫວຽດນາມ ກໍ່ຖືການຊຸກຍູ້ການພົວພັນຫຼາຍດ້ານກັບ Yemen ແລະ ປາດຖະໜາວ່າ: ສອງປະເທດ ນັບມື້ນັບພັດທະນາກ່ວາໃນໄລຍະຈະມາເຖິງ.

        ແລະກໍ່ໃນຕອນເຊົ້າວັນທີ 12 ກໍລະກົດ, ທ່ານປະທານປະເທດ ເຈ່ີນດ້າຍກວາງ ໄດ້ຕ້ອນຮັບເອກອັກຄະລັດຖະທູດ ແຟງລັງ Ilkka- Pekka Simila ແລະ ເອກອັກຄະລັດຖະທູດ ເກັຼກ Nikos Kanellos ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດການປະຕິບັດງານຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ