ປະທານປະເທດ ເຈີ່ນດ້າຍກວາງ ຕອບສຳພາດຕໍ່ສື່ມວນຊົນລັດເຊຍ ແລະ ເບລາຣຸດ

(VOVWORLD) - ເນື່ອງໃນໂອກາດການຢ້ຽມຢາມ ສະຫະພັນລັດເຊຍ ແລະ ສາທາລະນະລັດ ເບລາຣຸດ ຢ່າງເປັນທາງການ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ມີການຕອບສຳພາດຕໍ່ບັນອົງການສື່ມວນຊົນຂອງລັດເຊຍ ແລະ ເບລາຣຸດ. 

ປະທານປະເທດ ເຈີ່ນດ້າຍກວາງ ຕອບສຳພາດຕໍ່ສື່ມວນຊົນລັດເຊຍ ແລະ ເບລາຣຸດ - ảnh 1ທ່ານປະທານປະເທດ ເຈີ່ນດ້າຍກວາງ

(ພາບປະກອບ)

ເມື່ອຕີລາຄາຜົນງານເຊິ່ງ ຫວຽດນາມ ແລະ ສະຫະພັນລັດເຊຍ ບັນລຸໄດ້ໃນໄລຍະຜ່ານມາ, ແງ່ຫວັງການຮ່ວມມືໃນໄລຍະຈະມາເຖິງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ: ນັບແຕ່ເມື່ອ 2 ປະເທດສ້າງຕັ້ງການພົວພັນທາງການທູດປີ 1950, ກາຍເປັນຄູ່ຮ່ວມມືຍຸດທະສາດປີ 2001 ແລະ ຍົກລະດັບການພົວພັນຂຶ້ນສູ່ຄູ່ຮ່ວມມືຍຸດທະສາດຮອບດ້ານເດືອນ ກໍລະກົດປີ 2012, ການພົວພັນລະຫວ່າງ 2 ປະເທດມີບັນດາບາດກ້າວພັດທະນາຢ່າງແຮງທັງລວງກ້ວາງ ແລະ ລວງເລິກ ດ້ວຍຜົນສຳເລັດອັນໃຫຍ່ຫຼວງໃນຂົງເຂດຕ່າງໆ. ຍາມໃດ 2 ຝ່າຍກໍ່ຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍຄື: ສະຫະປະຊາຊາດ, APEC, ASEM, ASEAN - ລັດເຊຍ… ພິເສດ, ຫວຽດນາມ ແລະ ລັດເຊຍ ໄດ້ ແລະ ພວມຮ່ວມມືຢ່າງແໜ້ນແຟ້ນ ໃນປີ APEC ຫວຽດນາມ 2017. ກ່ຽວກັບບັນດາບັນຫາຈຸດສຸມທີ່ 2 ຝ່າຍຈະແລກປ່ຽນໃນຂອບເຂດການຢ້ຽມຢາມ ສະຫະພັນ ລັດເຊຍ ຈະມາເຖິງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ: ການຢ້ຽມຢາມເພື່ອແນໃສ່ສືບຕໍ່ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຖື ສະຫະພັນລັດເຊຍ ແມ່ນບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດ, ແມ່ນຄູ່ຮ່ວມມືຍຸດທະສາດຮອບດ້ານ, ໄວ້ເນື້ອເຊື່ອໃຈ. ສອງຝ່າຍຈະແລກປ່ຽນກ່ຽວກັບການພົວພັນຮ່ວມມື 2 ຝ່າຍ, ກຳນົດທິດທາງ ແລະ ມາດຕະການຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆ, ພິເສດແມ່ນການຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ພັນທະມິດ ເສດຖະກິດ ອາຊີ - ເອີລົບ. ທ່ານປະທານປະເທດ ຢັ້ງຢືນວ່າ: ຫວຽດນາມ  ຍາມໃດກໍ່ສະໜັບສະໜູນ, ກຽມພ້ອມສ້າງທຸກໆເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ລັດເຊຍ, ຮ່ວມມື, ດຳເນີນທຸລະກິດ ຢູ່ ຫວຽດນາມ.  ເມື່ອຕີລາຄາກ່ຽວກັບບົດບາດຂອງສັນຍາການຄ້າເສລີລະຫວ່າງ ສຳພັນທະມິດເສດຖະກິດ ອາຊີ - ເອີລົບ ແລະ ຫວຽດນາມ ໃນການຍົກວົງເງິນການຄ້າ 2 ຝ່າຍ ຫວຽດນາມ - ລັດເຊຍ ຂຶ້ນ 10 ຕື້ USD ໃນປີ 2020, ທ່ານປະທານປະເທດ ໃຫ້ຮູ້ວ່າ: ສັນຍາສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດ ຫວຽດນາມ ແລະ ບັນດາປະເທດສະມາຊິກ EAEU ສົ່ງອອກສິນຄ້າໄປຕະຫຼາດຂອງກັນ, ປະກອບສ່ວນສ້າງຕະຫຼາດໃຊ້ສອຍຢູ່ແຕ່ລະປະເທດເປັນຫຼາຍຮູບຫຼາຍແບບ.

        ກ່ຽວກັບແງ່ຫວັງການຮ່ວມມື ຫວຽນດາມ - ເບລາຣຸດ ໃນໄລຍະຈະມາເຖິງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ: ການພົວພັນ ຫວຽດນາມ - ເບລາຣຸດ ມີຄວາມສາມາດບົ່ມຊ້ອນເພື່ອພັດທະນາແຮງ, ຂະຫຍັນຂັນເຄື່ອນ ແລະ ມີປະສິດທິຜົນກ່ວາໃນໄລຍະຈະມາເຖິງ. ສອງຝ່າຍພວມຕັ້ງໜ້າຜັນຂະຫຍາຍໂຄງການຮ່ວມມືທຸລະກິດປະກອບ, ຜະລິດລົດຂົນສົ່ງລະຫວ່າງບໍລິສັດຫຸ້ນສ່ວນ “ໂຮງງານລົດໂອໂຕ Minsk” (MAZ) ແລະ ບໍລິສັດຫຸ້ນສ່ວນ ເອົາຫວຽດ (ເອີລົບ - ຫວຽດນາມ), ຮ່ວມມືໃນຂົງເຂດກະສິກຳຈະໄດ້ຮັບການຍູ້ແຮງ, ພິເສດແມ່ນໃນການສົ່ງອອກຜະລິດຕະພັນກະເສດ ແລະ ຮ່ວມທຸລະກິດປູງແຕ່ງຜະລິດຕະພັນກະເສດ. ພ້ອມກັນນັ້ນ ແມ່ນການສືບຕໍ່ຮ່ວມມືໃນຂົງເຂດສຶກສາ - ບຳລຸງສ້າງ, ຖະແຫຼງການ - ສື່ສານ, 2 ປະເທດຈະເປີດກ້ວາງການຮ່ວມມືໃນຂົງເຂດຊັບພະຍາກອນ - ສິ່ງແວດລ້ອມ… 

ຕອບກັບ

ຂ່າວ/ບົດ​ອື່ນ