ປະທານປະເທດ ເຈີ່ນດ້າຍກວາງ ຝາກຈົດໝາຍອວຍພອນສະມັດຊາລັດຖະສະພາລະຫວ່າງຊາດ ອາຊຽນ AIPA 39

(VOVWORLD) - ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມກອງປະຊຸມໂດຍທ່ານຮອງປະທານສະພາແຫ່ງຊາດ ຫງວຽນບ໊າຕິ້ ເປັນຫົວໜ້າຄະນະ. ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ຝາກຈົດໝາຍອວຍພອນສະມັດຊາລັດຖະສະພາລະຫວ່າງຊາດ ອາຊຽນ AIPA 39.

 ສະມັດຊາລັດຖະສະພາລະຫວ່າງຊາດ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 39 (AIPA 39) ຈະໄດ້ຮັບການຈັດຕັ້ງຢູ່ສິງກະໂປ ແຕ່ວັນທີ 3 -7 ກັນຍາ 2018. ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມກອງປະຊຸມໂດຍທ່ານຮອງປະທານສະພາແຫ່ງຊາດ ຫງວຽນບ໊າຕິ້ ເປັນຫົວໜ້າຄະນະ. ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ຝາກຈົດໝາຍອວຍພອນສະມັດຊາລັດຖະສະພາລະຫວ່າງຊາດ ອາຊຽນ AIPA 39.

        ໃນຈົດໝາຍ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢັ້ງຢືນວ່າ ກ່ວາ 40 ປີຜ່ານມາ, AIPA ໄດ້ສວມບົດບາດສຳຄັນ ແລະ ມີການປະກອບສ່ວນຕັ້ງໜ້າຫຼາຍຢ່າງເຂົ້າໃນວິວັດທະນາການສ້າງປະຊາຄົມ ອາຊຽນ ສາມັກຄີ, ເປັນເອກະພາບ, ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາຢ່າງວັດທະນາຖາວອນ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນທຸກຄົນ.

        ທ່ານປະທານປະເທດ ຕີລາຄາສູງຫົວຂໍ້ຂອງ AIPA – 39 ປີນີ້ແມ່ນ: “ມຸ່ງໄປເຖິງປະຊາຄົມສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ປະດິດຄິດສ້າງ”, ເໝາະສົມກັບເປົ້າໝາຍພັດທະນາຂອງປະຊາຄົມ ອາຊຽນ ໃນສະພາບການໂລກ ແລະ ພາກພື້ນມີການຫັນປ່ຽນຢ່າງວ່ອງໄວ.

        ຕາມທ່ານປະທານປະເທດ ເຈີ່ນດ້າຍກວາງ ແລ້ວ, ໃນວິວັດການຫັນວິໄສທັດປະຊາຄົມ ອາຊຽນ 2025 ໃຫ້ປະກົດຜົນເປັນຈິງນັ້ນ, ການເຊື່ອມຕໍ່, ການໜູນຊ່ວຍເພີ່ມເຕີມເຊິ່ງກັນ ແລະ ກັນລະຫວ່າງ AIPA ແລະ ອາຊຽນ ມີຄວາມໝາຍສຳຄັນທີ່ສຸດ, ໃນນັ້ນການຮ່ວມມື AIPA ແມ່ນກຳລັງໜູນເພື່ອຊຸກຍູ້ຄວາມມານະພະຍາຍາມລວມ ສ້າງຄວາມເປັນລະບຽບຮຽບຮ້ອຍຢູ່ພາກພື້ນໂດຍອີງໃສ່ກົດເກນ, ສ້າງກອບກົດໝາຍສະດວກ, ການໜູນຊ່ວຍດ້ານການທູດແຫ່ງລັດທີ່ມີປະສິດທິຜົນລະຫວ່າງບັນດາປະເທດສະມາຊິກ ອາຊຽນ ກໍ່ຄືກັບບັນດາຄູ່ຮ່ວມມືຂອງ ອາຊຽນ; ການຮ່ວມມື ອາຊຽນ ແມ່ນພື້ນຖານສຳຄັນຊຸກຍູ້ການຮ່ວມມືລະຫວ່າງລັດຖະສະພາ.

ຕອບກັບ

ຂ່າວ/ບົດ​ອື່ນ