ປະທານປະເທດ ເຈີນດ້າຍກວາງ ພົບປະກັບການນຳ ລາວ, ກຳປູເຈຍ ແລະ ການນຳ ສ. ເກົາຫຼີ

(VOVWORLD) -  ເມື່ອຕ້ອນຮັບທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢັ້ງຢືນວ່າ ຫວຽດນາມ ແລະ ລາວ ຊຸກຍູ້ການຮ່ວມມື 2 ຝ່າຍໃນບັນດາຂົງເຂດ: ການເມືອງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ

ຕອນເຊົ້າວັນທີ 11 ພະຈິກ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ມີການພົບປະກັບທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ແລະ ທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ Samdech Techo Hunsen  ເນື່ອງໃນໂອກາດມາເຂົ້າຮ່ວມກອງປະຊຸມເຈລະຈາຂັ້ນສູງ APEC – ASEAN ໃນຂອບເຂດສັບປະດາຂັ້ນສູງ APEC 2017; ພົບປະກັບທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae –in ເນື່ອງໃນໂອກາດມາເຂົ້າຮ່ວມສັບປະດາຂັ້ນສູງ APEC 2017 ທີ່ຈັດຕັ້ງຢູ່ ດ່ານັ້ງ.

ປະທານປະເທດ ເຈີນດ້າຍກວາງ ພົບປະກັບການນຳ ລາວ, ກຳປູເຈຍ ແລະ ການນຳ ສ. ເກົາຫຼີ - ảnh 1 ທ່ານປະທານປະເທດ ເຈີນດ້າຍກວາງ ຕ້ອນຮັບ

ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ

(ພາບ: TTXVN)

        ເມື່ອຕ້ອນຮັບທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢັ້ງຢືນວ່າ ຫວຽດນາມ ແລະ ລາວ ຊຸກຍູ້ການຮ່ວມມື 2 ຝ່າຍໃນບັນດາຂົງເຂດ: ການເມືອງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ - ບຳລຸງສ້າງ, ວັດທະນະທຳ… ກໍ່ຄືສົມທົບກັນແໜ້ນແຟ້ນ ຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ. ເນື່ອງໃນໂອກາດນີ້, ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ໄດ້ມອບເງິນຈຳນວນ 100.000 USD ສະໜັບສະໜູນປະຊາຊົນບັນດາທ້ອງຖິ່ນທາງພາກກາງ ຫວຽດນາມ ຖືກເສຍຫາຍຢ່າງໜັກໜ່ວງຈາກພາຍຸ Damrey ຜ່ານມາ.

        ໃນການພົບປະກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hunsen, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢັ້ງຢືນວ່າ: ຫວຽດນາມ ປາດຖະໜາຢາກປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືກັບ ກຳປູເຈຍ ບົນຈິດໃຈການພົວພັນ “ຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ສະຖຽນລະພາບຍາວນານ”.

        ປີ 2017 ນີ້ແມ່ນປີມິດຕະພາບ ຫວຽດນາມ - ກຳປູເຈຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (24/6/1967 – 24/6/2017). ການນຳ 2 ທ່ານເປັນເອກະພາບຊຸກຍູ້ການຮ່ວມມື 2 ຝ່າຍເພື່ອການພັດທະນາຂອງ 2 ປະເທດ ແລະ ຜົນປະໂຫຍດຂອງປະຊາຊົນ ຫວຽດນາມ ແລະ ກຳປູເຈຍ.

        ໃນການພົບປະກັບທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae –in, ທ່ານ ປະທານປະເທດ ເຈີ່ນດ້າຍກວາງ ຢັ້ງຢືນວ່າ: ຫວຽດນາມ  ແລະ ສ. ເກົາຫຼີ ມີຜົນປະໂຫຍດຍຸດທະສາດລວມ ໃນການຮັກສາສັນຕິພາບ, ສະຖຽນລະພາບ ເພື່ອສຸມໃສ່ໃຫ້ການພັດທະນາ; ສະເໜີໃຫ້ລັດຖະບານ ສ. ເກົາຫຼີ ສືບຕໍ່ສະຫງວນໃຫ້ ຫວຽດນາມ ບ້ວງເງິນຊ່ວຍເຫຼືອລ້າ ແລະ ບ້ວງໜູນຊ່ວຍ ODA ດ້ວຍອັດຕາດອກເບ້ຍບຸລິມະສິດ, ໜູນຊ່ວຍ ຫວຽດນາມ ຍົກສູງກຳລັງຄວາມສາມາດໃຫ້ແກ່ກຳລັງປະຕິບັດກົດຫມາຍບົນທະເລ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດຍັງຕົກຄ້າງພາຍຫຼັງສົງຄາມ.

        ທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae –in ຢັັ້ງຢືນວ່າ ສ. ເກົາຫລີ ຖືເປັນສຳຄັນ ການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ. ສ. ເກົາຫຼີ ຈະພ້ອມກັບ ຫວຽດນາມ ມານະພະຍາຍາມເປີດກ້ວາງ ແລະ ນຳບັນດາຂົງເຂດຮ່ວມມືລະຫວ່າງ 2 ປະເທດກ້າວເຂົ້າສູ່ລວງເລິກ; ປາດຖະໜາວ່າ 2 ປະເທດຈະສືບຕໍ່ເພີ່ມທະວີການຮ່ວມມືກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ, ວິທະຍາສາດເຕັກໂນໂລຢີ, ການຄົມມະນາຄົມ, ພະລັງງານ, ພື້ນຖານໂຄງລ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ