ປະທານປະເທດ ເຈີ່ນດ້າຍກວາງ ພົບປະສັງສັນກັບກຸ່ມສະມາຊິກສະພາແຫ່ງຊາດ ຫວຽດນາມ ຊຸດທີ 14

(VOVWORLD) - ກ່າວຄຳເຫັນທີ່ການພົບປະສັງສັນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ: ດ້ວຍຄຸນນະທາດ, ພຸມປັນຍາ, ຄວາມຂະຫຍັນຂັນເຄື່ອນ, ສະຫຼາດສະຫຼຽວ, ມີຫົວຄິດປະດິດສ້າງ ແລະ ຄວາມດຸໝັ່ນຂະຫຍັນພຽນ
ປະທານປະເທດ ເຈີ່ນດ້າຍກວາງ ພົບປະສັງສັນກັບກຸ່ມສະມາຊິກສະພາແຫ່ງຊາດ ຫວຽດນາມ ຊຸດທີ 14 - ảnh 1ທ່ານປະທານປະເທດ ເຈີ່ນດ້າຍກວາງ ພົບປະສັງສັນກັບບັນດາ ສສຊ ຍິງ

ຕອນບ່າຍວັນທີ 7 ມິຖຸນາ, ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ພົບປະສັງສັນກັບກຸ່ມສະມາຊິກສະພາແຫ່ງຊາດຍິງ (ສສຊ) ຫວຽດນາມ ຊຸດທີ 14 ເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງ “ກຸ່ມສະມາຊິກສະພາແຫ່ງຊາດຍິງ ຫວຽດນາມ”. ເຂົ້າຮ່ວມການພົບປະສັງສັນມີທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ; ທ່ານນາງ ຕ່ອງທິຟ໋ອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ, ປະທານກຸ່ມສະມາຊິກສະພາແຫ່ງຊາດຍິງ ຫວຽດນາມ.

        ກ່າວຄຳເຫັນທີ່ການພົບປະສັງສັນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ: ດ້ວຍຄຸນນະທາດ, ພຸມປັນຍາ, ຄວາມຂະຫຍັນຂັນເຄື່ອນ, ສະຫຼາດສະຫຼຽວ, ມີຫົວຄິດປະດິດສ້າງ ແລະ ຄວາມດຸໝັ່ນຂະຫຍັນພຽນ, ແມ່ຍິງ ຫວຽດນາມ ໄດ້ສະແດງຄວາມມານະພະຍາຍາມ, ອຸທິດສ່ວນອັນໃຫຍ່ຫຼວງຂອງຕົນໃນບັນດາຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ, ການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຊີ… ທ່ານປະທານປະເທດ ຖືວ່າ: ໃນການເຄື່ອນໄຫວຂອງສະພາແຫ່ງຊາດໃນຕະຫຼອດ 70 ປີທີ່ຜ່ານມາ, ບັນດາ ສສຊ ຍິງ ໄດ້ປະກອບບົດບາດສຳຄັນ, ສະແດງບາດກ້າວເດີຢ່າງຈະແຈ້ງ ທັງດ້ານທັກສະໃນດ້ານນິຕິບັນຍັດ, ຕິດຕາມກວດກາ, ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ, ໄດ້ຮັບການຕີລາຄາສູງຈາກຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ:

        “ກ່ອນອື່ນໝົດ, ພວກເຮົາຕ້ອງສຸມໃສ່ເຂົ້າການລະດົມພຸມປັນຍາຂອງບັນດາ ສສຊ ຍິງ, ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວສ້າງສາ, ສ້າງລະບົບກົດໝາຍໃຫ້ສົມບູນແບບ, ສ້າງນະໂຍບາຍກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ, ເອົາໃຈໃສ່ການສົມທົບບັນຫາຄວາມສະເໝີພາບລະຫວ່າງຍິງ - ຊາຍ ເຂົ້າຮ່າງກົດໝາຍ, ລັດຖະດຳລັດ, ມະຕິ… ຂອງສະພາແຫ່ງຊາດ. ສືບຕໍ່ປ່ຽນໃໝ່ກ່ຽວກັບດ້ານເນື້ອໃນ, ຫັນ ທີການເຄື່ອນໄຫວເປັນຫຼາຍຮູບແບບ ເພື່ອແນໃສ່ແບ່ງປັນບົດຮຽນ, ແລກປ່ຽນຂໍ້ມູນຂ່າວສານ, ຄວາມຮູ້, ທັກສະໃນການເຄື່ອນໄຫວຂອງສະພາແຫ່ງຊາດ, ສ້າງຄວາມເຫັນດີເຫັນພ້ອມຂອງ ສສຊ ເມື່ອເຂົ້າຮ່ວມການສ້າງນະໂຍບາຍ, ກົດໝາຍວ່າດ້ວຍຄວາມສະເໝີພາບ.”

ຕອບກັບ

ຂ່າວ/ບົດ​ອື່ນ