ປະທານປະເທດ ເຈິ່ນດ້າຍກວາງ ຢ້ຽມຢາມອວຍພອນປີໃໝ່ຢູ່ແຂວງ ເງ້ອານ

ປະທານປະເທດ ເຈິ່ນດ້າຍກວາງ ຢ້ຽມຢາມອວຍພອນປີໃໝ່ຢູ່ແຂວງ ເງ້ອານ - ảnh 1
ປະທານປະເທດ ເຈິ່ນດ້າຍກວາງ ຢ້ຽມຢາມອວຍພອນປີໃໝ່ຢູ່ແຂວງ ເງ້ອານ
(ພາບ: ໜັງສືພິມ ເງ້ອານ)

(vovworld) – ຕອນ​ເຊົ້າ​ວັນ​ທີ 15/1, ທ່ານປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ ​ໄດ້​ລົງຢ້ຽມຢາມ​ອວຍພອນ​ປີ​ໃໝ່​ ​ແລະ ມອບ​ຂອງ​ຂັນ​ໃຫ້​ບັນດາ​ຄອບຄົວ​ນະ​ໂຍບາຍ, ຄອບຄົວ​ທີ່​ທຸກ​ຍາກ, ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມຢູ່​ຕາ​ແສງ​ຕ່າງ​ໃນ​ເມືອງ ນາມ​ດ່ານ, ແຂວງ ​ເງ້ອານ. ນະ​ທີ່​ນີ້, ທ່ານປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ສະ​ແດງ​ຄວາມ​ຫວັງ​ວ່າ, ການ​ນຳ​ແຂວງ ​ເງ້ອານ, ພ້ອມ​ກັບ​ປະຊາຊົນ​ບັນດາ​ເຜົ່າ​ໃນ​ແຂວງ ມານະ​ພະຍາຍາມ​ຊອກ​ຫາ​ທິດ​ທາງ, ວິທີ​ເຮັດ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​ກວ່າ, ​ເພື່ອ​ແນ​ໃສ່​ໝູນ​ໃຊ້​ບັນດາ​ທ່າ​ແຮງ​ຂອງ​ແຂວງ, ບັນລຸ​ຜົນງານ​ອັນ​ໃຫຍ່​ຫຼວງ​ກວ່າ​ອີກ, ກໍ່ສ້າງ​ແຂວງ​ໃຫ້​ພັດທະນາ​ຢ່າງ​ຮັ່ງມີ​ເຂັ້ມ​ແຂງ.

ຕາງໜ້າ​ການ​ນຳ​ພັກ, ລັດ, ທ່ານປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ໄດ້​ຢື້​ຢາມ​ຖາມ​ຂ່າວ, ມອບ​ຂອງຂວັນ​ໃຫ້ 100 ຄອບຄົວ​ນະ​ໂຍບາຍ, ຄອບຄົວ​ທີ່​ທຸກ​ຍາກ, ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຢູ່​ຕາ​ແສງ ນາມ​ຢາມ, ນາມ​ລິ້ງ

ຕອນ​ເຊົ້າ​ຂອງ​ວັນ​ດຽວ​ກັນ, ທ່ານປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ ​ໄດ້​ຢ້ຽມຢາມ​ເຂດ​ປູຊະນີຍະສະຖານ​ລະດັບ​ຊາດ​ພິ​ເສດ ກິມລຽນ; ​ໄປ​ຖະຫວາຍ​ທູບ​ທຽນ​ຢູ່​ແຂ​ດອະນຸສອນ​ສະຖານ ​ເຈົ້າ​ຊີວິດ ມາຍ​ຮັກ​ເດ໋, ​ເຂດ​ອະນຸສອນ​ສະຖານ ທ່ານ​ເລຂາທິການ​ໃຫຍ່ ​ເລ​ຮົ່ງຟອງ ​ໃນ​ແຂວງ ​ເງ້ອານ.

 

ຕອບກັບ

ຂ່າວ/ບົດ​ອື່ນ