ປະທານປະເທດ ເຈີ່ນດ້າຍກວາງ: ສູ້ຊົນນໍາແຂວງອານຢາງມີການເຕີບໂຕເທົ່າກັບລະດັບສະເລ່ຍຂອງທົ່ວປະເທດ

(VOVWORLD) -ວັນທີ 19 ສິງຫາ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ແລະ ຄະນະປະຕິບັດງານສູນກາງພັກ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບອົງຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນບັນດາເຜົ່າແຂວງອານຢາງ.

ປະທານປະເທດ ເຈີ່ນດ້າຍກວາງ: ສູ້ຊົນນໍາແຂວງອານຢາງມີການເຕີບໂຕເທົ່າກັບລະດັບສະເລ່ຍຂອງທົ່ວປະເທດ - ảnh 1ທ່ານປະທານປະເທດ ເຈີ່ນດ້າຍກວາງ ກ່າວຄໍາເຫັນທີ່ການເຮັດວຽກ

(ພາບ: Nhan Sang/TTXVN)

ທີ່ການເຮັດວຽກກັບຄະນະພັກແຂວງ ອານຢາງ ຢູ່ນະຄອນ ລອງຊວຽນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີວ່າ ແຂວງອານຢາງ ຈົ່ງຍົກສູງຄຸນນະພາບຂອງການວາງແຜນຜັງໂຄງປະກອບໂຄງລ່າງເສດຖະກິດ-ສັງຄົມ ແລະ ຕົວເມືອງ; ລະດົມ ແລະ ນໍາໃຊ້ບັນດາແຫຼ່ງກໍາລັງພາຍໃນ ແລະ ພາຍນອກທ້ອງຖິ່ນໃຫ້ມີປະສິດທິຜົນ ເພື່ອພັດທະນາເສດຖະກິດຢ່າງວ່ອງໄວ ແລະ ຍືນຍົງ; ເອົາໃຈໃສ່ເຖິງການລົງທຶນພື້ນຖານໂຄງລ່າງຢູ່ບັນດາເຂດອຸດສາຫະກໍາ, ໂຄງລ່າງຄົມມະນາຄົມ, ສ້າງສາຍສໍາພັນພາຍໃນເຂດ ຕິດພັນກັບການກໍ່ສ້າງຊົນນະບົດໃໝ່.

        ນອຈາກນັ້ນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ກໍໄດ້ສະເໜີໃຫ້ແຂວງອານຢາງ ຈົ່ງສືບຕໍ່ປະຕິບັດການພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມມີປະສິດທິຜົນ ໂດຍຜ່ານບັນດານະໂຍບາຍສົ່ງເສີມການລົງທຶນພັດທະນາພື້ນຖານໂຄງລ່າງ, ການບໍລິການ ແລະ ຜະລິດຕະພັນຮັບໃຊ້ການທ່ອງທ່ຽວ, ສ້າງສະພາບແວດລ້ອມການທ່ອງທ່ຽວທີ່ປອດໃສ, ສະໜິດສະໜົມ, ດຶງດູດແຂກທ່ອງທ່ຽວ; ຍູ້ແຮງການໂຄສະນາເຜີຍແຜ່ ກ່ຽວກັບພາບພົດຂອງບ້ານເກີດເມືອງນອນ, ທັດສະນາຍະພາບ, ບັນດາເຂດທ່ອງທ່ຽວຈຸດສຸມ ແລະ ຊາວແຂວງອານຢາງອີກດ້ວຍ; ຍົກສູງການເຄື່ອນໄຫວພົວພັນຕ່າງປະເທດກັບບັນດາແຂວງຂອງປະເທດບ້ານໃກ້ເຮືອນຄຽງທີ່ມີເສັ້ນຊາຍແດນຕິດຈອດກັນ, ປະກອບສ່ວນສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ