ປະທານປະເທດ ເຈີນດ້າຍກວາງກ່າວປາໄສທີ່ກອງປະຊຸມສຸດຍອດບັນດາປະເທດໃຊ້ພາສາຝະລັ່ງຄັ້ງທີ 16

ປະທານປະເທດ ເຈີນດ້າຍກວາງກ່າວປາໄສທີ່ກອງປະຊຸມສຸດຍອດບັນດາປະເທດໃຊ້ພາສາຝະລັ່ງຄັ້ງທີ 16 - ảnh 1
ທ່ານປະ​ທານ​ປະ​ເທດ​ ເຈີນ​ດ້​າຍກວາງກ່າວ​ປາ​ໄສ​ທີ່ກອງ​ປະ​ຊຸມ​ສຸດຍອດ​ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝະ​ລັ່ງຄັ້ງ​ທີ 16


(vovworld)- ຕອນ​ເຊົ້າ​ວັນ​ທີ 26/11, ຕາມ​ເວ​ລາ​ທ້ອງ​ຖິ່ນ, ຢູ່ Antananarivo, Madagascar ໄດ້ໄຂ​ກອງ​ປະ​ຊຸມ​ສຸດຍອດ​ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝະ​ລັ່ງຄັ້ງ​ທີ 16 ຂຶ້ນ​ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ປະ​ທາ​ນາ​ທີ​ບໍ​ດີ​, ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ບັນ​ດາ​ດານ​ນຳ​ຂັ້ນ​ສູງຂອງ 80 ປະ​ເທດ​ສະ​ມາ​ຊິກ​ຂອງ​ອົງ​ການ​ພາ​ສາ​ຝະ​ລັ່ງ​ສາ​ກົນ. ທີ່ກອງ​ປະ​ຊຸມ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້​າຍກວາງໄດ້​ກ່າວ​ບົດ​ປາ​ໄສ​ໄຂ​ກອງ​ປະ​ຊຸມ. ຂຶ້ນ​ຕົ້ນ​ບົດ​ປາ​ໄສ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້​າຍກວາງໄດ້​ສົ່ງ​ຄຳ​ແບ່ງ​ປັນ​ຄວາມ​ເສົ້າ​ສະ​ລົດ​ໃຈ​ຢ່າງ​ເລິກ​ເຊິ່ງ​ມາ​ຍັງ​ລັດ ແລະ ປະ​ຊາ​ຊົນ​ກູ​ບາ​ຕໍ່​ການ​ເຖິງ​ແກ່​ມໍ​ລະ​ນະ​ກຳ​ຂອງ​ຜູ້​ນຳ​ກູ​ບາ Fidel Castro.

     ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້​າຍກວາງ ໄດ້​ເນັ້ນ​ໜັກ​ວ່າ ຫວຽດ​ນາມ​ຊົມ​ເຊີຍ​ປະ​ຊາ​ຄົມ​ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝະ​ລັ່ງ​ຊຶ່ງ​ໄດ້​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ສ້າງ​ຄວາມ​ມີຫຼາຍ​ຮ​ູບຫຼາຍ​ສີ​ທາງ​ດ້ານ​ພາ​ສາ, ວັດ​ທະ​ນະ​ທຳ, ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ​ແຫ່ງ​ຊາດ​ໃນ​ສະ​ພາ​ວະ​ໂລ​ກາ​ພິ​ວັດ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃນ​ໂລກ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້​າຍກວາງ ຖື​ວ່າ ໂດຍ​ແມ່ນ​ສະ​ມາ​ຊິກ​ອັນ​ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ ປະ​ຊາ​ຄົມ​ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝະ​ລັ່ງ, ຫວຽດ​ນາມ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ຍຸດ​ທະ​ສາດ, ໂຄງ​ການ​ຮ່ວມ​ມື​ຂອງ​ປະ​ຊາ​ຄົມ, ປະ​ກອບ​ສ່​ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ປັບ​ປຸງ​ນ້ຳ​ໃຈ​ສາ​ມັກ​ຄີ ແລະ ຄວາມ​ເປັນ​ເອ​ກະ​ພາບ​ພາຍ​ໃນ​ກຸ່ມ, ເປີດ​ກ້​ວາງ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ, ຜ່ານ​ນັ້ນ ປະ​ກອບ​ສ່ວນ​ເຂົ້າ​ໃນ​ຄວາມ​ຈະ​ເລີນ​ວັດ​ທະ​ນາ​ລວມ.

     ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້​າຍກວາງສະ​ເໜີປະ​ຊາ​ຄົມ​ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝະ​ລັ່ງຊຸກ​ຍູ້ ແລະ ໜູນ​ຊ່ວຍ​ການ​ຜັນ​ຂະ​ຫຍາຍ​ໂຄງ​ການ​ດຳ​ເນີນ​ງານ 2030 ແລະ ຂໍ້​ຕົກ​ລົງ​ປາ​ຣີ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ສ້າງ​ບັນ​ດາ​ການ​ພົວ​ພັນ​ຄູ່​ຮ​່ວມ​ມືທົ່ວ​ໂລກ, ຮັບ​ປະ​ກັນ​ແຫຼ່ງ​ກຳ​ລັງ….

    ກ່ຽວ​ກັບ​ບັນ​ຫາ​ຕາ​ເວັນ​ຕາ​ເວັນ​ອອກ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້​າຍກວາງສະ​ເໜີ​ວ່າ : ຫວຽດ​ນາມ​ຫວັງ​ວ​່າ ປະ​ຊາ​ຄົມ​ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝະ​ລັ່ງສືບ​ຕໍ່​ມີ​ສຽງ​ເວົ້າ​ຢ່າງ​ພາ​ວະ​ວິ​ໄສ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ, ຮຽກ​ຮ້ອງບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງບໍ່​ນຳ​ໃຊ້​ກຳ​ລັງ​ອາ​ວຸດຫຼື​ນາບ​ຂູ່​ນຳ​ໃຊ້​ກຳ​ລັງ​ອາ​ວຸດ, ແກ້​ໄຂ​ການ​ຂັດ​ແຍ້ງ​ດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ, ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ​ພ້ອມ​ກັບ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງປະ​ຕິ​ບັດ​ຕາມ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່ ທະ​ເລ​ຕາ​ເວັນ​ອອກ (DOC),  ກ້າວ​ໄປ​ສູ່​ການ​ສ້າງ​ປະ​ມວນ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່ ທະ​ເລ​ຕາ​ເວັນ​ອອກ (COC).

   ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້​າຍກວາງຢືນ​ຢັນ​ວ່າ ຫວຽດ​ນາມ​ພ້ອມ​ແລ້ວ​ເປັນ​ຂົວ​ເຊື່ອມ​ຕໍ່​ຂອງ ປະ​ຊາ​ຄົມ​ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝະ​ລັ່ງ​ກັບ​ປະ​ຊາ​ຄົມ​ອາ​ຊຽນ ແລະ ອາ​ຊີ-ປາ​ຊີ​ຟິກ ເພື່ອ​ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ໂລກ​ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ.
ຂ່າວ/ບົດ​ອື່ນ