ປະທານປະເທດ ເຈີນດ້າຍກວາງຕ້ອນຮັບຫົວໜ້າບັນນາທິການສຳນັກຂ່າວສານ Kyodo News

ປະທານປະເທດ ເຈີນດ້າຍກວາງຕ້ອນຮັບຫົວໜ້າບັນນາທິການສຳນັກຂ່າວສານ Kyodo News - ảnh 1
ປະ​ທານ​ປະ​ເທດ​ ເຈີນ​ດ້າຍກວາງ ແລະ ທ່ານຫົວ​ໜ້າ​ບັນ​ນາ​ທິ​ການສຳ​ນັກ​ຂ່າວ​ສານ Kyodo News

(vovworld)- ທີ່​ການ​ຕ້ອນ​ຮັບ​ທ່ານ​ປະ​ທານ, ຫົວ​ໜ້າ​ບັນ​ນາ​ທິ​ການ​ສຳ​ນັກ​ຂ່າວ​ສານ Kyodo News ເມື​ອ່​ຕອນ​ບ່າຍ​ວັນ​ທີ 12/4, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ​ເນັ້ນ​ໜັກ​ວ່າ  ຫວຽດ​ນາມ ແລະ ຍີ​ປຸ່ນ​ມີ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ມີ​ຈຸດ​ຄ້າຍ​ຄື​ກັນ​ທາງ​ດ້ານ​ວັດ​ທະ​ນະ​ທຳ ແລະ ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ແຫ່ງ​ການ​ຮ່ວມ​ມື​ພັດ​ທະ​ນາ​ຢ່າງແຂງ​ແຮງ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ​ ຖື​ວ່າ ບັນ​ດາ​ປັດ​ໄຈ​ນີ້ ແມ່ນພື້ນ​ຖານຢ່າງ​ໝັ້ນ​ແກ່ນ ແລະ ເປັນ​ກຳ​ລັງ​ໜູນ​ຢ່າງ​ແຮງ​ເພື່ອ​ນຳ​ການ​ພົວ​ພ​ັນ​ລະ​ຫວ່າງ 2 ປະ​ເທດ​ສືບ​ຕໍ່​ພັດ​ທະ​ນາ​ຂຶ້ນ​ລະ​ດັບ​ສູງ​ໃໝ່. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ​ຖື​ວ່າ ​ສຳ​ນັກ​ຂ່າວ​ສານຫວຽດ​ນາມ  ແລະ ​ສຳ​ນັກ​ຂ່າວ​ສານ Kyodo News ຄວນ​ເພີ່ມ​ທະ​ວີ​ແລກ​ປ່ຽນ​ຂ່າວ​ຄາວ ເພື່ອ​ແນະ​ນຳ​ປະ​ເທດ​ຊາດ ວັດ​ທະ​ນະ​ທຳ, ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ປະ​ຊາ​ຊົນ​ຂອງ​ກັນ,​ພ້ອມ​ທັງ​ແນະ​ນຳ​ກ່ຽວ​ກັບ​ປີ APEC ຫວຽດ​ນາມ 2017, ປະ​ກອບ​ສ່ວນ​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ