ປະທານປະເທດ ເຈີນ​ດ້າຍກວາງ​ສິ້ນ​ສຸດການຢ້ຽມຢາມທາງລັດຖະກິດຢູ່ ອິນເດຍ

(VOVWORLD) -ຕອນບ່າຍວັນທີ 4 ມີນາ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມໄດ້ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ອິນເດຍ.
ປະທານປະເທດ ເຈີນ​ດ້າຍກວາງ​ສິ້ນ​ສຸດການຢ້ຽມຢາມທາງລັດຖະກິດຢູ່ ອິນເດຍ - ảnh 1 ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຢ້ຽມຢາມທາງລັດຖະກິດຢູ່ ອິນເດຍ (ພາບ: TTXVN)

 ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 04 ມີນາ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານປະທານພັກກອມມູນິດ ອິນເດຍ, ທ່ານປະທານພັກກອມມູນິດ ມາກຊິດ ອິນເດຍ, ທ່ານປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ອິນເດດ - ຫວຽດນາມ ແລະ ອັກຄະລັດຖະທູດກິດຕິມະສັກ ຫວຽດນາມ ປະຈຳ ເນປານ.   

ທີ່ການຕ້ອນຮັບທ່ານ Sudhakar Reddy ປະທານພັກກອມມູນິດ ອິນເດຍ ແລະ ທ່ານ Sitaram Yechury ປະທານພັກກອມມູນິດ ມາກຊິດ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຂອບໃຈການສະໜັບສະໜູນ, ຊ່ວຍເຫຼືອອັນລ້ຳຄ່າຂອງ 2 ພັກ ແລະ ປະຊາຊົນ ອິນເດຍ ທີ່ສະຫງວນໃຫ້ແກ່ພັກກອມມູນິດ ແລະ ປະຊາຊົນ ຫວຽດນາມ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດໃນໄລຍະກ່ອນນີ້ ກໍ່ຄື ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ.

ຕອນຄ່ຳວັນທີ 03 ມີນາ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ພົບປະກັບທ່ານປະທານາທິບໍດີ ອິນເດຍ Ram Nath Kovind. ທ່ານປະທານາທິບໍດີ Ram Nath Kovind ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມ ສຳລັບເລື່ອງຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ. ທ່ານປະທານາທິບໍດີ Ram Nath Kovind ຕີລາຄາສູງບົດບາດຂອງ ຫວຽດນາມ ໃນ ອາຊຽນ ແລະ ຢັ້ງຢືນວ່າ ອິນເດຍ ສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ໃນບັນດາໂຄງປະກອບພາກພື້ນ. ທ່ານປະທານາທິບໍດີ Ram Nath Kovind ຢັ້ງຢືນຄືນໃໝ່ວ່າ ອິນເດຍ ສະໜັບສະໜູນ ຫວຽດນາມ ອອກສະໝັກຮັບເລືອກຕັ້ງເປັນສະມາຊິກບໍ່ປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021.

        ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານປະທານາທິບໍດີ Ram Nath Kovind ສະແດງຄວາມພາກພູມໃຈ ເມື່ອເຫັນວ່າການພົວພັນຮ່ວມມືລະຫວ່າງ 2 ປະເທດພວມພັດທະນາຢ່າງແຮງ, ພິເສດ ແມ່ນດ້ານການເມືອງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເສດຖະກິດ - ການຄ້າ, ວິທະຍາສາດ - ເຕັກໂນໂລຢີ ແລະ ວັດທະນະທຳ - ການສຶກສາ.

        ຕອນບ່າຍວັນທີ 03 ມີນາ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ອິນເດຍ. ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ:

        “ດ້ວຍຄວາມຕັດສິນໃຈຂອງ 2 ປະເທດ ແລະ ຄວາມຂະຫຍັນຂັນເຄື່ອນຂອງປະຊາຄົມວິສາຫະກິດ 2 ປະເທດ, ຄາດໝາຍນຳວົງເງິນການຄ້າ 2 ສົ້ນໃຫ້ບັນລຸລະດັບ 15 ຕື້ USD ໃນປີ 2020 ແມ່ນສາມາດບັນລຸໄດ້ຢ່າງສິ້ນເຊີງ. ພວກຂ້າພະເຈົ້າປາດຖະໜາຢາກ ອິນເດຍ ກາຍເປັນປະເທດສະໜອງວັດຖຸດິບໃຫ້ບັນດາຂະແໜງຕ່ຳແຜ່ນຕັດຫຍິບ, ເກີບໜັງ…ກໍ່ຄືສ້າງເງື່ອນໄຂສະດວກໃຫ້ສິນຄ້າຂອງ ຫວຽດນາມ ຫລາຍກ່ວາອີກ ຄືຜະລິດຕະພັນກະເສດ, ສິນໃນນ້ຳ, ຜະລິດຕະພັນໄມ້, ເກີບໜັງ…ເຂົ້າໃນຕະຫລາດຂອງ ອິນເດຍ.

        ທີ່ເວທີປາໄສວິສາຫະກິດ ຫວຽດນາມ - ອິນເດຍ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ການນຳຂັ້ນສູງຂອງ ຫວຽດນາມ ແລະ ອິນເດຍ ໄດ້ເປັນສັກຂີພິຍານເລື່ອງບໍລິສັດການບິນ Vietjet ປະກາດເປີດສາຍການບິນໂດຍກົງລະຫວ່າງ ຫວຽດນາມ ແລະ ອິນເດຍ.

ປະທານປະເທດ ເຈີນ​ດ້າຍກວາງ​ສິ້ນ​ສຸດການຢ້ຽມຢາມທາງລັດຖະກິດຢູ່ ອິນເດຍ - ảnh 2 ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍດວາງ ຕອບສຳພາດຕໍ່ສື່ມວນຊົນ

         ແລະກໍ່ໃນຕອນບ່າຍວັນທີ 03 ມີນາ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາຕ່ຳ ອິນເດຍ Mumitra Mahajan, ທ່ານລັດຖະມົນຕີການຕ່າງປະເທດ ອິນເດຍ Sushma Swaraj. ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ພັນລະຍາ ກໍ່ເຂົ້າຮ່ວມພິທີໄຂ “ຊຸມວັນວັດທະນະທຳ ຫວຽດນາມ ຢູ່ ອິນເດຍ”.

        ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 03 ມີນາ, ພາຍຫລັງພິທີຕ້ອນຮັບ ແລະ ການເຈລະຈາ, ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ແລະ ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ເປັນປະທານການປະຊຸມຂ່າວ ປະກາດໝາກຜົນແຫ່ງການເຈລະຈາ.  2 ຝ່າຍປຶກສາຫາລືບັນດາແງ່ມູມຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ໃນນັ້ນ ເຫັນດີເປັນເອກະພາບເພີ່ມວົງເງິນການຄ້າ.

        ສ່ວນທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ: 2 ຝ່າຍໄດ້ດຳເນີນການເຈລະຈາໃນບັນຍາກາດເປີດອົກເປີດໃຈ ແລະ ກົງໄປກົງມາກ່ຽວກັບການພົວພັນ 2 ຝ່າຍ ກໍ່ຄືບັນດາບັນຫາພາກພື້ນ ແລະ ສາກົນຊຶ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ຊີ້ແຈ້ງວ່າ:

        “ກ່ຽວກັບການຮ່ວມມືຢູ່ບັນດາເວທີປາໄສຫລາຍຝ່າຍ, 2 ຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫລາຍຝ່າຍ, ເປັນຕົ້ນແມ່ນໃນຂອບເຂດສະຫະປະຊາຊາດ. ພວກຂ້າພະເຈົ້າຢືນຢັນການສົມທົບຢ່າງແໜ້ນແຟ້ນ ເພື່ອໃຫ້ ອິນເດຍ ເພີ່ມທະວີການພົວພັນ ແລະ ການເຊື່ອມຕໍ່ໃນທຸກດ້ານກັບ ອາຊຽນ ກ່ວາອີກ. ຍົກສູງຄວາມສຳຄັນຂອງເລື່ອງຮັກສາຄວາມໝັ້ນຄົງ, ເສລີໃນການເດີນເຮືອ, ການບິນ. ແກ້ໄຂບັນດາການຂັດແຍ້ງກັນດ້ວຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982.


ຕອບກັບ

ຂ່າວ/ບົດ​ອື່ນ