ປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບຄະນະປະຕິບັດງານ ສະໂລວັກ

ປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບຄະນະປະຕິບັດງານ ສະໂລວັກ - ảnh 1
ປະທານປະເທດ ເຈືອງເຕີນຊາງ ແລະ ທ່ານຮອງ​ລັດຖະມົນ​ຕີ​ກະຊວງ​ເສດຖະກິດ Pavol Pavlis
(ພາບ: Nguyễn Khang/TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 11/4, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ປະຕິບັດ​ງານ​ລັດຖະບານ ສະ​ໂລ​ວັກ ​ໂດຍ​ທ່ານ Pavol Pavlis, ຮອງ​ລັດຖະມົນ​ຕີ​ກະຊວງ​ເສດຖະກິດ ​ເປັນ​ຫົວໜ້າ​ຄະນະ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ ຢືນຢັນ​ວ່າ: ຫວຽດນາມ ຢາກ​ຍູ້​ແຮງ​ການ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ​ 2 ປະ​ເທດ. ຫວຽດນາມ ພ້ອມ​ແລ້ວ​ທີ່​ສ້າງ​ທຸກໆ​ເງື່ອນ​ໄຂ​ເພື່ອ​ຊຸກຍູ້​ການ​ລົງທຶນ​ຂອງ ສະ​ໂລ​ວັກ ​ຢູ່ ຫວຽດນາມ.

        ທ່ານຮອງ​ລັດຖະມົນ​ຕີ​ກະຊວງ​ເສດຖະກິດ ສະ​ໂລ​ວັກ ​Pavol Pavlis ຢືນຢັນ​ຄວາມ​ປາດ​ຖະໜາ​ຢາກ​ເປີດ​ກ້ວາງ​ການ​ລົງທຶນ​ຢູ່ ຫວຽດນາມ. ສະ​ໂລ​ວັກ ຢາກ​ແບ່ງປັນ​ບົດຮຽນ ​ແລະ ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ຂົງ​ເຂດ​ພະລັງງານ, ພິ​ເສດ​ແມ່ນ​ພະລັງງານ​ປະລະມານູ, ກະສິກຳ ​ແລະ ພັດ​ທະ​ນາ​ຊົນນະບົດ, ອຸດສາຫະກຳ​ປ້ອງ​ກັນ​ປະ​ເທດ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ລັດຖະມົນຕີການ​ຕ່າງປະ​ເທດ ຫວຽດນາມ ​ໂຮ່ຊວນ​ເຊີນ ​ແລະ ຮອງ​ລັດຖະມົນຕີການ​ຕ່າງປະ​ເທດ ສ. ສະ​ໂລ​ວັກ Peter Burian ​ໄດ້​ດຳ​ເນີນ​ການ​ທາ​ບທາມ​ຄວາມ​ເຫັນ​ດ້ານການ​ເມືອງ. ທີ່​ການ​ທາ​ບທາມ​ຄວາມ​ເຫັນ, 2 ຝ່າຍ​ໄດ້​ປະກາດ​ໃຫ້​ກັນຊາ​ບກ່ຽວ​ກັບ​ສະພາບ​ການ​ເສດຖະກິດ - ການ​ເມືອງ​ຂອງ​ແຕ່ລະ​ປະ​ເທ​ດ, ປຶກ​ສາ​ຫາລື​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ​ຕ່າງໆ​ຄື: ການ​ເມືອງ - ການ​ຕ່າງປະ​ເທດ, ​ເສດຖະກິດ - ການ​ຄ້າ - ການ​ລົງທຶນ, ການ​ສຶກສາ - ບຳລຸງ​ສ້າງ, ວັດທະນະທຳ - ການທ່ອງ​ທ່ຽວ, ​ແລກປ່ຽນ​ທັດສະນະ​ກ່ຽວກັບ​ບາງ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​​ເຊິ່ງຕ່າງ​ຝ່າຍຕ່າງ​ມີ​ຄວາມ​ສົນ​ໃຈ. ຮອງ​ນາຍົກລັດຖະມົນຕີ ທັງ 2 ທ່ານ​ພ້ອມ​ກັນ​ຢືນຢັນ​ຄວາມ​ຕັດສິ​ນ​ໃຈ​​ສືບ​ຕໍ່​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ສະໜັບ​ສະ​ໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ສາກົນ. ຮອງລັດຖະມົນຕີ 2 ທ່ານ ຕີ​ລາຄາ​ສູງໝາ​ກຜົນ​​ແຫ່ງ​ການຮ່ວມ​ມື​ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ​ໃນ​​ໄລ​ຍະ​ຜ່ານ​ມາ ​ແລະ ​ເຫັນ​ດີ​ເພີ່ມ​ທະວີ​ກົນ​ໄກ​ທາ​ບທາມ​ຄວາມ​ເຫັນ​ການ​ເມືອງ​​ເປັນ​ປະຈຳ​ກ່ວາ​ອີກ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​​ໃນ​ການ​ຊຸກຍູ້​ການ​ພົວພັນ 2 ຝ່າຍ.

ຂ່າວ/ບົດ​ອື່ນ