ປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບຜູ້ອຳນວຍການບໍລິຫານກອງທຶນ UNICEF

ປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບຜູ້ອຳນວຍການບໍລິຫານກອງທຶນ UNICEF - ảnh 1
​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ Anthony Lake ​ຜູ້ອຳນວຍການ​ບໍລິຫານ​ກອງ​ທຶນ​ເຍົາວະ​ຊົນ​ສະຫະ​ປະຊາ​ຊາດ UNICEF
(ພາບ: baomoi.com)

(vovworld) – ຕອນ​ບ່າຍ​ວັນ​ທີ 29/5, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ຜູ້ອຳນວຍການ​ບໍລິຫານ​ກອງ​ທຶນ​ເຍົາວະ​ຊົນ​ສະຫະ​ປະຊາ​ຊາດ UNICEF ທ່ານ Anthony Lake, ທີ່ພວມ​ຢູ່​ຢ້ຽມຢາມ ຫວຽດນາມ​ ຢ່າງ​ເປັນ​ທາງ​ການ ​ແລະ ​ເຂົ້າ​ຮ່ວມ​ພິທີ​ປະກາດ​ທົ່ວ​ໂລກ​ບົດ​ລາຍ​ງານ​ຂອງ UNICEF ກ່ຽວ​ກັບ “ສະພາບ​ການ​ເດັກນ້ອຍ​ໂລກ​ປີ 2013”. ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເນັ້ນ​ໜັກ​ວ່າ: ຍາມ​ໃດລັດ ຫວຽດນາມ ກໍ່​ສະຫງວນ​ບຸລິມະສິດ​ໃຫ້ແກ່​ເລື່ອງ​ເບິງ​ແຍງ​ດູ​ແລ, ສຶກສາ ​ແລະ ​ປົກ​ປ້ອງ​ເດັກ​ນ້ອຍ, ​ເອົາ​ໃຈ​ໃສ່​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ​ຢ່າງ​ຄົບ​ຖ້ວນ. ທ່ານ​ປະທານ​ປະ​ເທດ ຢືນຢັນວ່າ​ໜຶ່ງ​ໃນ​ບັນດາ​ຈຸດໝາຍ​ສຳຄັນ​ຂອງ​ວິວັດ​ການ​ພັດທະນາ​ເສດຖະກິດ - ສັງຄົມ​​ໃນປະຈຸ​ບັນ​ແມ່ນ​ສ້າງ​ສຳ​ເລັດ​ກອບ​ກົດໝາຍ, ສ້າງ​ລະບົບ​ນິຕິ​ກຳ​ສະດວກ​ໃຫ້​ແກ່​ການ​ພັດທະນາ​ຂອງ​ເດັກນ້ອຍ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ສະ​​ເໜີ​ໃຫ້ UNICEF ສືບ​ຕໍ່​ຕັ້ງໜ້າ​ໜູນ​ຊ່ວຍ, ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ສ້າງ​ກົນ​ໄກ, ນະ​ໂຍບາຍ, ​ເພີ່ມ​ທະວີ​ການ​ສຳ​ຜັດ​ກັບບັນດາ​ການ​ບໍລິການ​ທີ່​ຈຳ​ເປັນ, ຕິດຕາມ​ກວດກາ​ເລື່ອງ​ປົກ​ປ້ອງ ​ແລະ ຊຸກຍູ້​ສິດ​​ຂອງເດັກນ້ອຍ.​.​. ພ້ອມ​ທັງ, ​ເອົາ​ໃຈ​ໃສ່​ເຂົ້າ​ຮ່ວມ​ການ​ໜູນ​ຊ່ວຍ​ເດັກ​ພິການໃຫ້​ຫຼາຍ​​ກ່ວາ​ອີກ, ​ໃນ​ນັ້ນ​ມີ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ​ແລະ ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ລູກ​ລະ​ເບີດ​ໝາກ​ມິ່ນທີ່​ຍັງ​ຕົກ​ຂ້າງ​ພາຍຫຼັງ​ສົງຄາມ.

    ທ່ານ​ຜູ້ອຳນວຍການ​ຝ່າຍບໍລິ​ຫານ UNICEF​ Anthony Lake ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ຊຸກຍູ້​ສາຍ​ພົວພັນ​ຮ່ວມ​ມື​ອັນ​ດີ​ງາມ ​ແລະ ຍາວ​ນານ​ກັບ ຫວຽດນາມ, ສືບ​ຕໍ່​ໜູນ​ຊ່ວຍ​ຫວຽດນາມ ​ເພື່ອ​​ແນ​ໃສ່​ປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ​ເສດຖະກິດ - ສັງຄົມ​, ຍົກ​ສູງ​ຄວາມ​ໝັ້ນຄົງ​ຂອງ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ການປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ​ສະຫັດ​ສະ​ຫວັດ (MDG) ​ແລະ ສ້າງ​ສຳ​ເລັດ​ບັນດາ​ຈຸດໝາຍ​ທີ່​ຍັງ​ເຫຼືອ​ກໍ່​ຄື​ໜູນ​ຊ່ວຍ​ເພີ່ມ​ທະວີ​ວຽກ​ງານ​ເບິ່ງ​ແຍງ​ດູ​ແລ ​ແລະ ປົກ​ປ້ອງ​ເດັກ​ນ້ອຍ, ພິ​ເສດ​ແມ່ນ​ການ​ພັດທະນາຢ່າງ​ສະ​ໝຳ່ສະ​ເໝີ ລະຫວ່າງ​ບັນດາ​ເຂດ ​ແລະ ບັນດາ​ກຸ່ມ​ເປົ້າ​ໝາຍ, ​ເພີ່ມ​ທະວີ​ລະບົບຂໍ້​ມູນ​ກ່ຽວ​ກັບ​ເດັກນ້ອຍ, ໜູນ​ຊ່ວຍ​ສ້າງ​ສຳ​ເລັດ, ປັບປຸງກອບ​ກົດໝາຍ​ປົກ​ປ້ອງ ​ແລະ ​ເບິ່ງ​ແຍງ​ດູ​ແລ​ເດັກ.​.​

ຂ່າວ/ບົດ​ອື່ນ