ປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບລັດຖະມົນຕີການຄ້າ ກີເນ

ປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບລັດຖະມົນຕີການຄ້າ ກີເນ - ảnh 1
ທ່າ​ນປະ​ທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ
ຕ້ອນຮັບ​ທ່ານ​ລັດຖະມົນຕີ​ການ​ຄ້າ ສ.ກີເນ
(ພາບ: nguyentandung.org)


(vovworld) - ​ວັນ​ທີ 03/04, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່າ​ນປະ​ທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ການ​ຄ້າ ສ.ກີ​ເນ, Mohammed Dorval Doumbouya, ທີ່​ນຳ​ໜ້າ​ຄະນະ​ປະຕິບັດ​ງານ​ກະຊວງ​ການ​ຄ້າ ກີ​ເນ, ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ ຫວຽດນາມ ຕີ​ລາຄາ​ສູງ ​ແລະ ຮັກສາ​ທັດສະນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ໃນ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ ອາ​ຟລິ​ກາ ​ໃນ​ນັ້ນ​ມີ ກີເນ; ສະ​ເໜີ​ໃຫ້ 2 ຝ່າຍ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ກວດກາ​ທ່າ​ແຮງ​ຂອງ 2 ປະ​ເທດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ ຫວຽດນາມ ພ້ອມ​ແລ້ວທີ່​ຈະສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ຍູ້​ແຮງ​ການ​ຮ່ວມ​ມື, ​ເຈດ​ຕະນາ​ດີ​ແບ່ງປັນ​ບົດຮຽນ​ພັດທະນາ​ກັບ ກີ​ເນ ​ໃນ​ຫຼາຍ​ຂົງ​ເຂດ.

        ສ່ວນ​ຝ່າຍ ກີ​ເນ, ທ່ານ​ລັດຖະມົນຕີ Mohammed Dorval Doumbouya ​ຖື​ວ່າ ຜະລິດ​ຕະພັນ​ກະ​ເສດ​ແມ່ນ​ສິນຄ້າ​ສຳຄັນ, ຄວນ​​ເພີ່ມ​ທະວີ​ການແລກປ່ຽນ​ດ້ານການ​ຄ້າລະຫວ່າງ 2 ປະ​ເທດ. ທ່ານ​ລັດຖະມົນຕີ​ເນັ້ນ​ໜັກ​ວ່າ ກີ​ເນ ປາດ​ຖະໜາ​ວ່າ ຫວຽດນາມ ຈະສົ່ງ​​ຜູ້​ຊ່ຽວຊານ​ຫຼາຍຄົນມາ​ໜູນ​ຊ່ວຍ​​ໃຫ້ຂະ​ແໜງ​ກະສິກຳ​ຂອງ​ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ