ປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບຫົວໜ້າຜູ້ຕາງໜ້າ JICA ປະຈຳຫວຽດນາມ

ປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບຫົວໜ້າຜູ້ຕາງໜ້າ JICA ປະຈຳຫວຽດນາມ - ảnh 1


ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງຕ້ອນຮັບ
ທ່ານ Tsumo Motonori, ຫົວໜ້າຜູ້ຕາງໜ້າ JICA ປະຈຳ​ຫວຽດນາມ
(ພາບປະກອບ: vietnamplus.vn)

(vovworld) -  ​ວັນ​ທີ 23/05, ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບທ່ານ Tsumo Motonori, ຫົວໜ້າຜູ້ຕາງໜ້າ JICA ປະຈຳ​ຫວຽດນາມ, ກ່ອນ​ທີ່​ທ່ານ​ສິ້ນ​ສຸດ​ອາ​ຍຸ​ການປະຕິບັດ​ງານ​ຢູ່​ຫວຽດນາມ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຕີ​ລາຄາ​ສູງ​ການ​ຊ່ວຍ​ເຫຼືອ​ທີ່​ສຸດ​ອົກ​ສຸດ​ໃຈ​ຂອງ​ຍີ່ປຸ່ນ ສຳລັບ​ຫວຽດນາມ ​ໃນ​ຊຸມ​ປີຜ່ານມາ, ຮັກສາ​ແຫຼ່ງທຶນ ODA ​ໃຫ້​ແກ່​ຫວຽດນາມ ​ໃຫ້ນັບ​ມື້​ນັບ​ຫຼາຍ, ນັບ​ທັງ​ໃນ​ໄລຍະ​ທີ່​ຍີ່​ປຸນ ຖືກ​​ປະສົບ​ໄພ​ທຳ​ມະ​ຊາດ​ຈາກ​​ເຫດແຜນ​ດິນ​ໄຫວ ​ແລະ ຄື້ນຍັກ. ທ່ານ​ປະທານ​ປະ​ເທດ ​ໄດ້​ຮັບ​ຮູ້​ປະສິດທິ​ຜົນ​ຂອງ​ບັນດາ​ວິ​ສາ​ຫະກິດ​ຍີ່ປຸ່ນ ທີ່​ລົງທຶນ​ເຂົ້າ​ຫວຽດນາມ ​ເຊິ່ງ​ສະ​ແດງ​ອອກ​ຢ່າງ​ຕັ້ງໜ້າ ​ນັບ​ທັງທາງ​ດ້ານ​ຈຳ​ນວນ ​ແລະ ຄຸນ​ນະພາ​ບ. ທ່ານ​ປະທານ​ປະ​ເທດ ຕີ​ລາຄາ​ສູງ​ບົດບາດ​ຂອງ​ທ່ານ Tsumo ໃນ​ໄລຍະ​ປະຕິບັດ​ໜ້າ​ທີ່ເປັນ​ຫົວ​ໜ້າ​ຜູ້ຕາງໜ້າ JICA ປະຈຳ​ຫວຽດນາມ ​ແລະ ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ​ໃນຕຳ​ແໜ່​ງ​ເປັນຫົວໜ້າ​ຜູ້ຕາງໜ້າ​ດ້ານການ​ຄ້າ ​ແລະ ອຸດສາຫະກຳ​ເຂດ Kansai, ​ໃນ​ໄລຍະຈະ​ມາ​ເຖິງ ທ່ານ Tsumo ຈະ​ສືບ​ຕໍ່​ຊຸກ​ຍູ້ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ​ເຂດ Kansai.



ຂ່າວ/ບົດ​ອື່ນ