ປະທານປະເທດ ເຈືອງເຕີນຊາງ ປະດັບບຕຳແໜ່ງເອກອັກຄະລັດຖະທູດໃຫ້ແກ່ພະນັກງານສະຖານທູດ

ປະທານປະເທດ ເຈືອງເຕີນຊາງ ປະດັບບຕຳແໜ່ງເອກອັກຄະລັດຖະທູດໃຫ້ແກ່ພະນັກງານສະຖານທູດ - ảnh 1
(ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ມອບ​ຂໍ້​ຕົກລົງ
ປະ​ດັບ​ຕຳ​ແໜ່​ງ​ເອກ​ອັກຄະ​ລັດຖະທູດ ສສ ຫວຽດນາມ)


(vovworld) - ຕອນ​ບ່າຍ​ວັນ​ທີ 02/04, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ໄດ້​ມອບ​ຂໍ້​ຕົກລົງປະ​ດັບ​ຕຳ​ແໜ່​ງ​ເອກ​ອັກຄະ​ລັດຖະທູດ ສສ ຫວຽດນາມ ​ໃຫ້​ແກ່​ພະນັກງານ, ພາລະ​ກອນ​ກະຊວງ​ການ​ຕ່າງປະ​ເທດ 35 ທ່ານ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່າ​ນປະທານ​ປະ​ເທດ ຊີ້​ແຈ້ງ​ວ່າ ​ເລື່ອງ​ ມອບ​ຂໍ້​ຕົກລົງປະ​ດັບ​ຕຳ​ແໜ່​ງ​ເອກ​ອັກຄະ​ລັດຖະທູດ ສສ ຫວຽດນາມ ຄັ້ງ​ນີ້ ​ແມ່ນ​ການ​ຮັບ​ຮູ້​ຂອງ​ພັກ ​ແລະ ລັດ​ທີ່​ມີ​ຕໍ່​ການ​ປະກອບສ່ວນ​ຂອງ​ບັນ​ດາ​ເອກອັກຄະ​ລັດຖະທູດ​ໃນ​ວຽກ​ງານ​ພົວພັນ​ຕ່າງປະ​ເທດ​ເວົ້າ​ສະ​ເພາະ ​ແລະ ​ໃນ​ພາລະກິດ​ພັດທະນາ​ປະ​ເທດ​ຊາດ​ເວົ້າ​ລວມ. ທ່ານ​ປະທານ​ປະ​ເທດ​ຖື​ວ່າ ບົດບາດ​ຂອງ​ວຽກ​ງານການຕ່າງປະ​ເທດແມ່ນ​ມີ​ຄວາມ​ສຳຄັນ​ທີ່​ສຸດ​ເພື່ອ​ຜັນ​ຂະຫຍາຍ​ການ​ປະຕິ​ບັດ​ແນວທາງ​ຂອງ​ກອງ​ປະຊຸມ​ໃຫຍ່​ພັກ​ຄັ້ງ​ທີ 11 ກ່ຽວ​ກັບ​ຍຸດ​ທະ​ສາດ​​ໄລຍະ​ຍາວ​ທີ່​ມີ​ຕໍ່​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

   “ຂະ​ແໜງ​ການ​ຕ່າງປະ​ເທດພວມ​ຢື່ນຢູ່​ຕໍ່ໜ້າ​ບັນດາ​ໜ້າ​ທີ່​ໜັກ​ໜ່ວງ​ທີ່​ສຸດ ​ແຕ່​ກໍ​ເປັນກຽດ​ທີ່​ສຸດ. ຂະ​ແໜງ​ການ​ຕ່າງປະ​ເທດ​ຄວນ​ມານະ​ພະຍາຍາມ​ກວ່າ​ອີກ ​ເພື່ອ​ປັບປຸງສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິ​ພາບ​ໃຫ້​ແກ່​ການ​ພັດທະນາ, ປະກອບສ່ວນ​ປົກ​ປັກ​ຮັກສາ​ອະທິປະ​ໄຕ, ຜືນ​​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ​ແກ້​ໄຂ​ການ​ທ້າທາຍທີ່​ມີ​ຕໍ່​ຄວາມ​ໝັ້ນຄົງ​ຂອງ​ປະ​ເທດ​ຊາດ. ການ​ຕ່າງປະ​ເທດ​ກໍ​ຄວນ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ກຳລັງ​ທີ່​ສຳຄັນ​ອັນ​ດັບ​ໜຶ່ງ​ໃນ​ການ​ປະຕິບັດ​ແຜນ​ນະ​ໂຍບາຍ​ເຊື່ອມ​​ໂຍ​ງ​ເຂົ້າ​ກັບ​ສາກົນ​ຢ່າງຮອບ​ດ້ານ, ພະຍາຍາມ​ສະ​ແຫວງ​ຫາທຸກ​ແຫຼ່ງກຳລັງ​ຈາກ​ພາຍ​ນອກ ​ເພື່ອ​ຮັບ​ໃຊ້​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່, ຫັນ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ຍົກ​ສູງ​ທີ່​ຕັ້ງ​ຫວຽດນາມ ​ໃນ​ເວທີ​ສາກົນ”.

ຂ່າວ/ບົດ​ອື່ນ