ປະທານປະເທດ ເຈືອງເຕີນຊາງ ຝາກຈົດໝາຍໃຫ້ເຍົາວະຊົນເນື່ອງໃນໂອກາດວັນບຸນໄຫວ້ພະຈັນ

ປະທານປະເທດ ເຈືອງເຕີນຊາງ ຝາກຈົດໝາຍໃຫ້ເຍົາວະຊົນເນື່ອງໃນໂອກາດວັນບຸນໄຫວ້ພະຈັນ - ảnh 1
ພາບປະກອບ

(vovworld) – ​ເນື່ອງ​​ໃນ​ໂອກາດ​ບຸນ​ໄຫວ້​ພະຈັນ ປີ 2013, ວັນ​ທີ 19/9, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຝາກ​ຈົດໝາຍ​ເຖິງ​​ເຍົາວະ​ຊົນ, ອະນຸຊົນ​ໃນ​ທົ່ວ​ປະ​ເທດ. ຈົດໝາຍ​ມີ​ຕອນ​ຂຽນ​ວ່າ: ​ເນື່ອງ​ໃນ​ໂອກາດ​ບຸນ​ໄຫວ້ພະ​ຈັນ, ລຸງ​ຝາກ​ເຖິງ​ເຍົາວະ​ຊົນ, ອະນຸຊົນ ​ໃນ​ທົ່ວ​ປະ​ເທດ, ພວກ​ຫຼານ​​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ພວກ​ຫຼານຊາວ​ຕ່າງປະ​ເທດ ຢູ່ ຫວຽດນາມ ​ນ້ຳ​ໃຈ​ຮັກ​​ແພງ​ທີ່​ສຸດ. ພັກ, ລັດ ຫວຽດນາມ, ​ໂຮງຮຽນ, ຄອບຄົວ ​ແລະ ສັງຄົມ ຍາ​ມ​ໃດ​ກໍ່ສະຫງວນ​ໃຫ້​ພວກ​ຫຼານຄວາມ​ເອົາ​ໃຈ​ໃສ່, ການ​ເບິ່ງ​ແຍງ​ດູ​ແລ​ດີ​ທີ່​ສຸດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ສະ​ເໜີ​ໃຫ້​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ອົງການ​ຈັດ​ຕັ້ງ​ມະຫາຊົນທຸກ​ຂັ້ນ, ພໍ່​​ແມ່​ນັກຮຽນ ສືບ​ຕໍ່​ເອົາ​ໃຈ​ໃສ່​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຈຸດ​ດີງາມ​ຂອງ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ບຸນ​ໄຫວ້​ພະຈັນ, ປະຕິບັດ​ວຽກ​ງານສຶກສາ, ​ເບິ່ງ​ແຍງ​ດູ​​ແລ ​ແລະ ປົກ​ປ້ອງເດັກນ້ອຍ, ປະຕິບັດ​ບັນດາ​ສິດ​ຂອງ​ເດັກ​ໃຫ້​ນັບ​ມື້​ນັບ​ຄົບ​ຖ້ວຍ​ກ່ວາ.

    ຕອນ​ຄຳ່​ວັນ​ທີ 19/9, ກົງ​ກັບວັນ​​ບຸນ​ໄຫວ້​ພະ​ຈັນ 15/8 ຕາມ​ຈັນທະ​ປະຕິທິນ, ບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ​ໄດ້​ຈັດ​ຕັ້ງການ​ເຄື່ອນ​ໄຫວ​ຕ່າງໆ​ຕ້ອນຮັບ​ບຸ​ນ​​ໄຫວ້​ພະ​ຈັນ ​ໃຫ້​ເດັກ. ພະ​ແນ​ກ​ແຮງ​ງານ - ທະ​ຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ແຂວງ​ລາຍ​ເຈົາ ​ໄດ້​ຈັດ​ຕັ້ງ “ບຸນ​ໄຫວ້​ພະ​ຈັນ​” ​ໃຫ້​ເດັກ​ກຳພ້າ, ​ເດັກພິການ. ​ຢູ່ແຂວງ ດັກ​ນົງ, ບັນດາ​ເມືອງ ​ໃນ​ແຂວງ​ໄດ້​ຈັດຕັ້ງການ​ເຄື່ອນ​ໄຫວ​ຕ່າງໆ​ໃນ​ວັນບຸນ​ໄຫວ້​ພະຈັນ​ໃຫ້​ອະນຸຊົນ​ທຸກ​ຍາກ​ນັບ​ພົນ​ຫຼານ, ພິ​ເສດ​ແມ່ນ​ບັນດາ​ຫຼານ​ຢູ່​ເຂດ​ຫ່າງ​ໄກຊອກ​ຫຼີກ.

    ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ນະຄອນຫຼວງ ວຽງ​ຈັນ, ​ໄດ້​ຈັດ​ຕັ້ງ “ຄຳ່​ຄືນ​ບຸນ​ໄຫວ້​ພະຈັນ” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງ​ໜ້າ​ສະຖານທູດ ຫວຽດນາມ ປະຈຳ ລາວ, ບັນດາ​ອົງການ​ຕາງໜ້າ​ຫວຽດນາມ ​ແລະ ​ເຍົາວະ​ຊົນ, ອະນຸຊົນ ​ເຊິ່ງ​ແມ່ນລູກ​ຫຼານ​ປະຊາ​ຄົມຊາວ​ ຫວຽດນາມ ຢູ່ ລາວ ນັບ​ພັນ​ຄົນ.

    ຢູ່ ລັດ​ເຊຍ, ສະຖານທູດ ຫວຽດນາມ ສົມທົບ​ກັບ​ປະຊາ​ຄົມ​ຊາວ ຫວຽດນາມ ປະຈຳ​ລັດ​ເຊຍ ຈັດ​ຕັ້ງພິທີ​ມອບ​ໃບ​ຍ້ອງຍໍ​ໃຫ້​ນັກຮຽນ​ດີ​ເດັ່ນ​ສົກຮຽນ 2012 – 2013 ​ແລະ ຕ້ອນຮັບ​ບຸນ​ໄຫວ້​ພະ​ເຈັນ 2013.

ຂ່າວ/ບົດ​ອື່ນ