ປະທານປະເທດ ເຈືອງເຕີນຊາງ ຝາກຈົດໝາຍໃຫ້ໄວໜຸ່ມເຍົາວະຊົນ, ເນື່ອງໃນໂອກາດບຸນໄຫວ້ພະຈັນ

ປະທານປະເທດ ເຈືອງເຕີນຊາງ ຝາກຈົດໝາຍໃຫ້ໄວໜຸ່ມເຍົາວະຊົນ, ເນື່ອງໃນໂອກາດບຸນໄຫວ້ພະຈັນ - ảnh 1
(ພາບປະກອບ)

(vovworld) - ເນື່ອງ​ໃນ​ໂອກາດ​ບຸນ​ໄຫວ້​ພະຈັນ 2013, ທ່ານ​ປະທາ​ນປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຝາກ​ຈົດໝາຍ​ໃຫ້ໄວ​ໜຸ່ມ​ເຍົາ​ວະ​ຊົນ ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ​ໃນ​ຈົດໝາຍ, ທ່ານ​ປະທານ​ປະ​ເທດ ຢືນຢັນ​ວ່າ ຍາມ​ໃດ ພັກ, ລັດຫວຽດນາມ, ​ໂຮງຮຽນ, ຄອບຄົວ ​ແລະ ສັງຄົມ ກໍ່​ສະ​ຫງວນ​ໃຫ້​ບັນດາໄວໜຸ່ມ​ເຍົາ​ວະ​ຊົນ ຄວາມ​ເອົາ​ໃຈ​ໃສ່, ​​ເບິ່ງ​ແຍງ​ເປັນ​ຢ່າງ​ດີ​ທີ່​ສຸດ. ທ່ານ​ປະທາ​ນປະ​ເທດ ປາດ​ຖະໜາ​ວ່າ ຍາມ​ໃດບັນດາໄວ​ໜຸ່ມ​ເຍົາ​ວະ​ຊົນ ກໍ່​ສາມັກຄີ, ຮູ້​ຄວາມ, ຮຽນ​ເກັ່ງ, ຮັກ​ແພງ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ​ກັນ​ພ້ອມ​ກັນ​ກ້າວ​ຂຶ້ນ, ​ເພື່ອ​ໃນ​ອະ​ນາ​ຄົດ ປະກອບ​ສ່ວນ​ສ້າງສາ​ບ້ານ​ເກີດ​ເມື​ອງ​ນອນ, ປະ​ເທດ​ຊາດ. ​ເນື່ອງ​ໃນ​ໂອກາດນີ້, ທ່ານ​ປະທານ​ປະ​ເທດສະ​ເໜີ​ໃຫ້​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ, ບັນດາ​ອົງການ​ມະຫາຊົນທຸກ​ຂັ້ນ ​ແລະ ພໍ່​ແມ່​ນັກຮຽນ ສືບ​ຕໍ່​ເອົາ​ໃຈ​ໃສ່​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຈຸດ​ທີ່​ດີງາມ​ຂອງ​ວັດ​ທະ​ທະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​​ບຸນ​ໄຫວ້​ພະຈັນ, ປະຕິບັດ​ວຽກ​ງານ​ສຶກສາ, ​ເບິ່ງ​ແຍງ, ດູ​ແລ ​ແລະ ປົກ​ປັກ​ຮັກສາ ​ເປັນ​ຢ່າງ​ດີ, ປະຕິບັດ​ສິດ​ຂອງ​ເດັກ​ຢ່າງ​ຄົບ​ຖ້ວນ​ກວ່າ.

ຂ່າວ/ບົດ​ອື່ນ