ປະທານປະເທດ ເຈືອງເຕີນຊາງ ພົບປະ ກັບຜູ້ມີສິດເລືອກຕັ້ງ ເມືອງ 4, ນະຄອນໂຮ່ຈິມິນ

ປະທານປະເທດ ເຈືອງເຕີນຊາງ ພົບປະ ກັບຜູ້ມີສິດເລືອກຕັ້ງ ເມືອງ 4, ນະຄອນໂຮ່ຈິມິນ - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ
​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ 4
(ພາບ: baomoi.com)


(vovworld) -     ຕອນ​ເຊົ້າ​ວັນ​ທີ 25/11, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ຄະນະ​ສະມາຊິກສະພາ​ແຫ່ງ​ຊາດເຂດ​ເລືອກ​ຕັ້ງ​ທີ 1, ​ນະຄອນ​​ໂຮ່ຈິ​ມິນ, ​​ໄດ້​ລົງການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ 4, ພາຍຫຼັງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13. ທີ່​ການ​ພົບ​ປະ, ບັນດາ​ສະມາຊິກ​ສາ​ພາ​ແຫ່ງ​ຊາດ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ລາຍ​ງານ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ​ປີ 2012 ​ແລະ ບັນດາ​ໝາກຜົນ​ຂອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ທີ່​ຜ່ານ​ມາ. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ສຳ​​ເລັດ​ບັນດາ​ເນື້ອ​ໃນວຽກ​ງານທີ່​ວາງ​ອອກ, ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື ​ແລະ ຕົກລົງ​ບັນດາ​ບັນຫາ​ສຳຄັນ​ຂອງ​ປະ​ເທດ​ຊາດຄື ສະພາບ​ການ​ເສດຖະກິດ​ສັງຄົມ​ປີ 2012 ​ແລະ ຈຸດໝາຍ​ຂອງ​ປີ 2013. ຮັບ​ເອົາ​ຄຳ​​ເຫັນຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ທ່ານ ​ເຈື່​ນຢູຫຼິກ ສະມາຊິກ​ສະພາ​ແຫ່ງ​ຊາດ​ໂຮ່ຈິ​ມິນ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງກ່ຽວ​ກັບ​ຂໍ້​ຍັງ​ຄົງ​ຄ້າງ​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ, ພິ​ເສດ​ແມ່ນ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ຜູ້ນຳ​ໜ້າ​ໃນ​ການ​ແກ້​ໄຂ​ການ​ສໍ້​ລາດ​ບັງ​ຫຼວງ; ການ​ລົງມະຕິ ​ແລະ ປ່ອນ​ບັດ​ໄວ້​ວາງ​ໃຈທີ່​ມີ​ຕໍ່​ບັນດາ​ຜູ້​ຮັກສາ​ຕຳ​ແໜ່​ງເຊິ​່ງ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​​ໄດ້ເລືອກ​ຕັ້ງ ​ຫຼື ​ໃຫ້​ສັດຕະຍາບັນ, ບັນຫາຊົດ​​ເຊີຍ​ທີ່​ດິນ… ບັນດາ​ບັນ​ຫາ​ດັ່ງກ່າວ​ຈະ​ໄດ້​ຍື່ນສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ອົງການ​ທີ່​ມີໜ້າ​ທີ່, ​ໃນ​ຂອບ​ເຂດ​ຮັບຜິດຊອບ​ຂອງ​ຕົນ ​ແລະ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ຕອບ​ສະໜອງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງຜູ້​ມີ​ສິດ​ເລືອກ​ຕັ້ງ. ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະຄອນ​ໂຮ່ຈິ​ມິນ, ​ໄດ້​ລົງພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ 3.

ຂ່າວ/ບົດ​ອື່ນ