ປະທານປະເທດ ເຈືອງເຕີນຊາງ ພົບປະສັງສັນກັບອະດີດນັກໂທດກອມມູນິດ ຢູ່ ຟູ໋ກວກ

ປະທານປະເທດ ເຈືອງເຕີນຊາງ ພົບປະສັງສັນກັບອະດີດນັກໂທດກອມມູນິດ ຢູ່ ຟູ໋ກວກ - ảnh 1

ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​
ພົບ​ປະ​ສັງ​ສັນກັບອະ​ດີດ​ນັກ​ໂທດ​ກອມ​ມູນິດ ຢູ່ ຟູ໋ກວກ
(ພາບ: Khoa Nam)

(vovworld) - ຕອນ​ເຊົ້າ​ວັນທີ 15/3, ຢູ່​ເຂດ​ປູ​ຊະ​ນີຍະສະ​ຖານຄ້າຍ​ຄຸ້ມ​ຂັງ​ນັກ​ໂທດ​ກອມ​ມູນິດ ຫວຽດນາມ ຢູ່ ຟູ໋ກວກ, ​ແຂ​ວງ ກຽນ​ຢາງ ພ້ອມ​ກັບ​ຄະນະ​ຕິດ​ຕໍ່​ພົວພັນ​ນັກ​ໂທດ​ການ​ເມືອງ ຫວຽດນາມ ​ໄດ້ຈັດ​ຕັ້ງ​ງານ​ພົບ​ປະ​ສັງ​ສັນສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນໄຊຊະນະ ​ແລະ ພິທີ​ອາ​ໄລ​ຫາ​ບັນດາ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດຢູ່ ຟູ໋ກວກ. ມີຜູ້​ແທນ​ກ່ວາ 1.500 ​ທ່ານແມ່ນ​​ນັກ​ໂທດ​ກອມ​ມູນິດ ຫວຽດນາມ ຢູ່ ຄຸກ ຟູ໋ກວກ ​​ໄດ້​ເຂົ້າ​ຮ່ວມ​ງານ​ພົບ​ປະ​ສັງ​ສັນ. ​ແຕ່​ປີ 1967 ຮອດ​ປີ 1973, ມີ​ນັກຮົບ​ກ່ວາ 4000 ຄົນ ​ໄດ້​ເສຍ​ສະຫຼະ​ຊີວິດ​ຢ່າງ​ອົງອາດ​ກ້າຫານ​ຢູ່ ຄຸກ ຟູ໋ກວກ. ກ່າວ​ຄຳ​ເຫັນ​ທີ່​ງານ​ພົບ​ປະ​ສັງ​ສັນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ອະ​ດີດນັກຮົບກອມ​ມູນິດ​ຢູ່ ຟູ໋ກວກ ​ໄດ້​ເວົ້າ​ດ້ວຍ​ຄວາມ​ສະ​​ເທ​ືອນ​ໃຈ​​ວ່າ:

“​ເມື່ອ​ຮັບ​ຄຳ​ເຊື້ອ​ເຊີນ​ເຂົ້າ​ຮ່ວມ​ງານ​ພົບ​ປະ​ສັງ​ສັນ​ຄັ້ງ​ນີ້, ຂ້າພະ​ເຈົ້າ​ຮູ້ສຶກ​ສະ​ເທືອ​ນ​ໃຈ ​ແລະ ຕື້ນ​ຕັນ​ໃຈ​ຫຼາຍ, ຫວນ​ຄືນ​ກ່ວາ 40 ປີ​ກ່ອນຢູ່​ທີ່​ນີ້, ອ້າຍ​ນ້ອງ​ເຮົາ​ຕ້ອງດຳລົງ​ຊີວິດ​ໃນ​ຄວາມ​ລຳບາກ​ກາກ​ກຳ. ຍາມ​ໃດ​ທຳ​ມະ​ໂລງ​ ສາ​ລະ​ວັດ​ຄວບ​ຄຸມ​ຄຸກ ກໍ່​ພ້ອມ​ແລ້ວ​ທີ່​ທໍ​ລະ​ມານ, ປາບ​ປາມ​ນັກ​ໂທດ. ຄາວ​ນັ້ນ, ອາຍຸ​ຂອງ​ພວກ​ເຮົາ​ຍັງ​ໜຸ່ມ​​ແໜ້ນ​ຫຼາຍ ​ແຕ່​ພາຍ​ໃຕ້​ການ​ນຳພາ​ຢ່າງ​ສະຫຼາດ​ສະຫຼຽວ​ຂອງ​ຄະນະ​ພັກ, ໜ່ວຍ​ພັກ​​ໃນ​ຄຸກ,​ ອ້າຍ​ນ້ອງ​ໄດ້​ສາມັກຄີ​ເປັນ​ກຸ່ມ​ກ້ອນ​ທີ່​ໝັ້ນຄົງ, ຕໍ່ສູ້​ຢ່າງ​ອ​ົງອາດ​ກ້າ​ແກ່ນ, ພ້ອມ​ແລ້ວທີ່ຈະ​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ.”

        ທ່ານ​ປະທານ​ປະ​ເທດ ຮຽກຮ້ອງ​ໃຫ້​ບັນດາ​ທ້ອງ​ຖິ່ນ​ຕ້ອງ​ເບິ່ງ​ແຍງ​ດູ​​ແລ​ໃຫ້​ອະ​ດີດນັກ​ໂທ​ດກອມ​ມູນິດ. ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ປະທ​ານປະ​ເທດ ​ໄດ​​້ຕັດ​ແຖບ​ຜ້າ​ສະຫຼອງໄລຍະ 1 ​ເຂດ​ປູຊະນີຍະສະຖານ​ປະຫວັດສາດ ຄ້າຍ​ຄຸ້ມ​ຂັງ​ນັກກອມ​ມູນິດ ຫວຽດນາມ ຢູ່ ຟູ໋ກວກ.

ຂ່າວ/ບົດ​ອື່ນ