ປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມ ແລະ ອວຍພອນປີໃໝ່ ພະນັກງານ, ນັກຮົບຕຳຫຼວດ, ສະພາກາແດງ

ປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມ ແລະ ອວຍພອນປີໃໝ່ ພະນັກງານ, ນັກຮົບຕຳຫຼວດ, ສະພາກາແດງ - ảnh 1
​ທ່ານປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢ້ຽມຢາມພະນັກງານ, ນັກຮົບ​ຕຳຫຼວດນະຄອນ​ຮ່າ​ໂນ້ຍ
(ພາບ: TTXVN)


(vovworld) -  ຕອນ​ເຊົ້າ​ວັນ​ທີ 21/01, ​ທ່ານປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່​ພະນັກງານ, ນັກຮົບ​ຕຳຫຼວດນະຄອນ​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ສະ​ເໜີ​ໃຫ້​ຕຳຫຼວດ​ນະຄອນຫຼວງ ຍູ້​ແຮງ​ຂະ​ບວນການ​ທົ່ວ​ປວງ​ຊົນ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​​ແຫ່ງຊາດ; ສືບ​ຕໍ່​ປ່ຽນ​​ໃໝ່​ບັນດາ​ຂົງ​ເຂດ​ວຽກ​ງານຢ່າງຮອບດ້ານ, ປ່ຽນ​ໃໝ່​ສະຕິ​ຮັບ​ຮູ້ ​ແລະ ຈິນຕະນາການ​ດ້ານ​ກົດໝາຍ, ວິຊາ​ການ, ກຳ​ໄດ້​ສະພາບ​ການ​ເຄື່ອນ​ໄຫວ​ຂອງອາດຊະ​ຍາ​ກຳ, ​ເປັນ​ເຈົ້າ​ການ​ປ້ອງ​ກັນຕ້ານ, ຕັ້ງໜ້າ​ບຸກ​ໂຈມ​ຕີ ​ແລະ ບຸກ​ໂຈມ​ຕີ​ຢ່າງ​ລຽນຕິດ​ ​ເພື່ອ​ເຮັດ​ໃຫ້ທຸກກົນ​ອຸບາຍ​ມ້າງທຳລາຍ​ຂອງ​ບັນດາ​ອິດທິກຳລັງ​ທີ່​ເປັນ​ປໍ​ລະ​ປັກປະລາ​ໄຊ; ສ້າງ​ກຳລັງ​ຕຳຫຼວດ​ນະຄອນຫຼວງໃຫ້​ປອດ​ໄສ, ໝັ້ນຄົງ​ເຂັ້ມ​ແຂງ​ຢ່າງ​ແທດ​ຈິງ, ​ເປັນ​ແບບຢ່າງ​ກ່ຽວ​ກັບ​ຈິດ​ໃຈ​ຮັບຜິດຊອບໜ້າ​ທີ່​ຮັບ​ໃຊ້​ປະຊາຊົນ, ກ່ຽວ​ກັບ​ສະຕິ​ຈັດ​ຕັ້ງ, ປະຕິບັດ​ກົດ​ລະບຽບວິ​ໄລ, ກ່ຽວ​ກັບນ້ຳ​ໃຈເພື່ອນ​ສະຫາຍ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​​ຂອງໜ້າ​ທີ​ໃນ​ສະພາບ​ການ​ໃໝ່.

        ​​ເມື່ອ​ຢ້ຽມຢາມ​ກອງພັນ​ໃຫຍ່​ຕຳຫຼວດ​ເຄື່ອນ​ທີ​ຕາ​ເວັນ​ອອກ​ພາກ​ເໜືອ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຮັບ​ຮູ້​ການ​ອຸທິດ​ສ່ວນ, ການ​ເສຍສະຫຼະ​ຊີວິດ​ຂອງ​ພະນັກງານ, ນັກຮົບ​ໃນ​ກຳລັງ​ຕຳຫຼວດ​ປະຊາຊົນ​ເວົ້າ​ລວມ ​ແລະ ກຳລັງ​ຕຳຫຼວດ​ເຄື່ອນ​ທີ​ເວົ້າ​ສະ​ເພາະ ​ໃນໜ້າ​ທີ່​ປົກ​ປັກ​ຮັກສາ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ທ່ານ​ປະທານ​ປະ​ເທດ ​ໄດ້​ອວຍ​ພອນ​ບັນດາ​ພະນັກງານ, ນັກຮົບ​ໃນ​ກົມ​ກອງ​ສືບ​ຕໍ່​ສ້າງ​ຜົນງານ ​ແລະ ວິລະ​ກຳໃໝ່ຫຼາຍ​ຢ່າງ, ພິ​ເສດ​ແມ່ນ​ຮັບປະກັນ​ຄວາມປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ໂອກາດ​ບຸນປີ​ໃໝ່ ປີ​ມະ​ເມຍ ຈະ​ມາ​ເຖິງ.

        ທີ່​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ສະພາກາ​ແດງ​ຫວຽດນາມ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ສະ​ເໜີ​ໃຫ້​ສະພາ​ທຸກ​ຂັ້ນສຸມ​ໃສ່ 6 ​ເນື້ອ​ໃນ. ​ເຊິ່ງຕາມ​ນັ້ນ​ແລ້ວ, ສະພາ​ຕ້ອງ​ປັບປຸງ, ພັດທະນາ​ອົງການ​ຈັດ​ຕັ້ງ ​ແລະ ກຳລັງ​ຂອງ​ສະພາ, ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ເຂດ​ຫ່າງ​ໄກ​ຊອກ​ຫຼີກ, ​ເຂດ​ຊາຍ​ແດນ, ໝູ່​ເກາະ; ສະມາຊິກ​ສະພາ​ທຸກ​ຂັ້ນ ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ມະນຸດ​ສະ​ທຳ​ຢູ່ປະຊາ​ຄົມ, ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ໃນ​ວຽກ​ງານ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ມະນຸດສະທຳ​ກັບ​ບັນດາ​ອົງການ, ອົງການ​ຈັດ​ຕັ້ງ, ວິ​ສາ​ຫະກິດ; ຍູ້​ແຮງ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ, ​ເຂົ້າ​ຮ່ວມ​ການ​ປ້ອງ​ກັນ, ຮັບ​ມື​ກັນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ຕາມ​ກຳນົດ​ທິດ​ເຊິ່ງຄະນະ​ປະຈຳ​ສູນ​ກາງ​ສະພາ​ໄດ້​ວາງ​ອອກ.

ຂ່າວ/ບົດ​ອື່ນ