ປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກວາງນິງ

ປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກວາງນິງ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຮັດ​ວຽກ​ຢູ່​ແຂວງ ກວາງ​ນິງ)

(vovworld) – ​​​ໂດຍ​ສືບ​ຕໍ່​ການ​ໄປ​ປະຕິບັດ​ງານ​ຢູ່​ແຂວງ​ກວາງ​ນິງ, ຕອນ​ເຊົ້າ​ວັນ​ທີ 27/07, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອ​ນ​ເຕີນ​ຊາງ ພ້ອມ​ກັບ​ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ຕ່າງໆ​ຂັ້ນສູນ​ກາງ ​ລົງ​​ໄປຊອກ​ຮູ້​ການ​ເຄື່ອນ​ໄຫວ​ຢູ່​ທ່າ​ກຳ​ປັ່ນ Container ສາກົນ ກ໋າຍ​ເລີ​ນ ​ແລະ ຢ້ຽມຢາ​ມ, ​ໂອ້​ລົມ​ກັບ​ພະນັກງານ, ກຳມະກອນ​ບໍລິສັດຕໍ່​ກຳ​ປັ່ນ ຮ້າ​ລອງ ຈຳກັດ ​ແລະ ພະນັກງານສັງກັດ​ກຳ​ປັ່ນ​ກວດກາ​ການ​ປະມົງ 782.

        ​ເມື່ອ​ຢ້ຽມຢາມບໍລິສັດທ່າກຳ​ປັ່ນ Container ສາກົນ ກ໋າຍ​ເລີ​ນ ຈຳກັດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ສະ​ເໜີ​ບັນດາ​ຂົງ​ເຂດ​ໃດ ທີ່ຕ້ອງ​ໄດ້​ຮັບ​ການ​ລົງທຶນຈາກ​ລັດ​ນັ້ນ, ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນຄວນ​ແລກປ່ຽນສຸມ​ໃສ່​ແກ້​ໄຂ​​ໂດຍ​ທັນ​ທີ.

        ຕໍ່​ຈາກ​ນັ້ນ, ທ່ານ​ປະທານ​ປະ​ເທດ ​ໄດ້​​ຢ້ຽມຢາມ​ກຳ​ປັ່ນ​ກວດກາ​ການ​ປະມົງ 782 ​ແລະ ​ໂອ້​ລົມ​ກັບ​ພະນັກງານ, ພາລະ​ກອນ​ບໍລິສັດ​ຕໍ່​ກຳ​ປັ່ນ ຮ້າ​ລອງ ​ເຊິ່ງ​ເປັນ​ຫົວໜ່ວຍ​ຫາ​ກໍ່​ຕໍ່​ກຳ​ປັ່ນ​ກວດກາ​ການ​ປະມົງ 782 ລຳ​ໃໝ່​ທີ່​ທັນ​ສະ​ໄໝສຳ​ເລັດ ​ແລະ ຫາ​ກໍ່​ໄດ້ມອບ​ໃຫ້​ກຳລັງກວດກາ​ການ​ປະມົງ​ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຂອງໜ້າ​ທີ່​ໃນ​ສະພາບ​ການ​ໃໝ່. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ ​​ໂຮງງານ​ຕໍ່​ກຳ​ປັ່ນ​ຮ້າ​ລອງ ຕ້ອງ​ເປີດ​ກວ້າງ​ຕະຫຼາດ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​​ໃນ​ໂລກ ​ເພື່ອ​ນຳ​ໃຊ້​ທ່າ​ແຮງ​ດ້ານ​ເຄື່ອງໝາຍ​ການ​ຄ້າ, ບົດຮຽນ​ຄຸ້ມ​ຄອ​ງ ​ແລະ ລະ​ດັບ​ເຕັກ​ນິກຂອງ​ເຂົ້າ​ເຈົ້າ​ເພື່ອ​ສ້າງ​ຜະລິດຕະ​ພັນ​ທີ່​ມີຊື່​ສຽງ ​ແລະ ມີ​ຄຸນ​ນະພາ​ບ.

        ​ແລະ ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 27/07, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ​ນຊາງ ​ແລະ ຄະນະ​ປະຕິບັດ​ງານ​ໄດ້​ລົງ​ຢ້ຽມຢາມ ສູນ​ກາງ​ປົກຄອງ​ແຂວງ​ກວາງ​ນິງ​ ອີກ​ດ້ວຍ.
     
        ກ່ອນ​ໜ້າ​ນັ້ນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ຄະນະ​ປະຕິບັດ​ງານ​ສູນ​ກາງ ​ໄດ້​ລົງ​ຢ້ຽມຢາມ, ກວດກາ​ຢູ່​ເມືອງ​ເກາະ ​ໂກ​ໂຕ ​ແລະ​ ​ເກາະ ຫງອກ​ເວີນ ​ເມືອງ​ເວີນ​ດົ່ນ. ທີ່​ຕາ​ແສງ​ຫງອກ​ເວີນ, ທ່ານ​ປະທານ​ປະ​ເທດ​ໄດ້​ເນັ້ນ​ໜັກ​ວ່າ ທະຫານ ​ແລະ ປະຊາຊົນ​ໃນ​ເກາະ ຕ້ອງ​ສາ​ມັກ​ຄິກັນ, ​ເປັນ​ເຈົ້າ​ການ​ພ້ອມ​ກັນ​ອຳນາດ​ການ​ປົກຄອງ​ຊອກ​ຫາ​ທິດ​ທາງ​ທີ່​ເໝາະ​ສົມ​ເພື່ອ​ກໍ່ສ້າງ​ຕາ​ແສງ​ເກາະ​ໃຫ້​ຮັບ​ມື້​ນັບ​ຮັ່ງມີ​ເຂັ້ມ​ແຂງ, ​ໂດຍ​ສະ​ເພາະ​ແມ່ນ​ທ່າ​ແຮງ​ກ່ຽວ​ກັບ​ເສດຖະກິດ​ທະ​ເລ ​ເພື່ອ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່, ພ້ອມ​ທັງ​ປະກອບສ່ວນ​ຮັບປະກັນ​ການ​ປ້ອງ​ກັນຊາ​ດປ້ອງ​ກັນຄວາມ​ສະຫງົບ.    ​ເມື່ອ​ລົງ​ຢ້ຽມຢາມ​​ເກາະ ​ໂກ​ໂຕ, ທ່ານ​ປະທາ​ນປະ​ເທດ​ຢືນຢັນ​ວ່າ: ​ໃນ​ຍຸດ​ທະ​ສາດທະ​ເລ​ຂອງ​ຫວຽດນາມ, ​ຍາມ​ໃດ ໂກ​ໂຕ ກໍ່​ມີ​ບົດບາດ​ສຳຄັນ, ທະຫານ ​ແລະ ປະຊາຊົນ​ໃນ​ເກາະ​ຕ້ອງ​ສາມັກຄີ​ກັນ ​ເພື່ອ​ພັດທະນາ​ເສດຖະກິດ​ສັງຄົມ.

ຂ່າວ/ບົດ​ອື່ນ