ປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມກຸ່ມບໍລິສັດ ນ້ຳມັນອ້າຍແກັດແຫ່ງຊາດ

ປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມກຸ່ມບໍລິສັດ ນ້ຳມັນອ້າຍແກັດແຫ່ງຊາດ - ảnh 1
(ທ່ານ​ປະທາ​ນປະ​ເທດ ​ເຈືອງ​ເຕີນ​ຊາງ
ຢ້ຽມຢາມກຸ່ມ​ບໍລິ​ສັດ​ນ້ຳມັນ​ອ້າຍ​ແກັດ​ແຫ່ງ​ຊາດຫວຽດນາມ)

(vovworld) - ຕອນ​ບ່າຍ​ວັນ​ທີ 10/02, ​ເມື່ອ​ລົງ​ຢ້ຽມຢາມ​ໝູ່​ພະນັກງານ, ກຳມະກອນ​ຜູ້​ອອກ​ແຮງ​ງານ​ຂອງກຸ່ມ​ບໍລິ​ສັດ​ນ້ຳມັນ​ອ້າຍ​ແກັດ​ແຫ່ງ​ຊາດຫວຽດນາມ, ທ່ານ​ປະທາ​ນປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຕີ​ລາຄາ​ສູງ​ຜົນງານ​​ເຊິ່ງກຸ່ມ​ບໍລິ​ສັດ​ນ້ຳມັນ​ອ້າຍ​ແກັດ​ແຫ່ງ​ຊາດ​ບັນລຸ​ໄດ້​ໃນ 40 ປີຜ່ານມາ, ນຳ​ກຸ່ມ​ບໍລິສັດ​ທີ່​ມີ​ຂອບ​ຂະໜາດ​ໃຫຍ່ ດ້ວຍ​ຈຳນວນ​ທຶນ​ຂຶ້ນ​ເຖິງ 25 ຕື້ USD, ພິ​ເສດ​ແມ່ນ​ເປີດ​ກວ້າງ​ການ​ຮ່ວມ​ມືດ້ານ​ນ້ຳມັນ​ອາຍ​ແກັດ​ກັບ​ປະ​ເທດຕ່າງໆ​ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ປະທານປະ​ເທດ ສະ​ເໜີ​ວ່າ ​ໃນ​ປີ 2014 ກຸ່ມ​ບໍລິສັດ​ຄວນ​ກວດກາ​​ການ​ເຄື່ອນ​​ໄຫວຄືນ​ໃໝ່, ຍູ​້​ແຮງ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ​ຢູ່​ບາງ​ຂົງ​ເຂດ ​ເພື່ອ​ສ້າງ​ແຫຼ່ງທຶນ​​ເປີດ​ກວ້າງ​ການ​ລົງທຶນ, ​ເຄື່ອນ​ໄຫວ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເຖິງ​ການ​ປະຕິບັດ​ຍຸດ​ທະ​ສາດ​ເສດຖະກິດ​ທະ​ເລ​ເປັນ​ຢ່າງ​ດີ, ກໍ່ສ້າງ​ສຳ​ເລັດ​ໂຄງການ​ໂຮງງານ​ກັນ​ນ້ຳມັນ​ໃຫຍ່​ຢູ່ 3 ພາກແມ່ນ​ ງີ​ເຊີນ (​ແທງ​ຮ໋ວາ), ຢຸງກ໋ວດ (ກວາງ​ນາມ) ​ແລະ ລອງ​ເຊີນ (ບ່າ​ເຮືຍ - ວູງ​ເຕົ່າ), ພ້ອມ​ທັງ​​ເສີມ​ຂະຫຍາຍ​ຮູບ​​ແບບ​ຮ່ວມ​ມື​ກັບ​ສະ​ຫະພັນ​ລັດ​ເຊຍ ຢ່າງ​ມີ​ປະສິດທິ​ຜົນ ແນ​ໃສ່​ເປີດ​ກວ້າງ​ການ​ຮ່ວມ​ມື​ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກັດ​ຢູ່​ປະ​ເທດ​ອື່ນ​ໃນ​ໂລກ ​.

        ປີ 2014, ກຸ່ມ​ບໍລິ​ສັດ​ນ້ຳມັນ​ອ້າຍ​ແກັດ​ແຫ່ງ​ຊາດຫວຽດນາມ ສູ້​ຊົນ​ຂຸດ​ຄົ້ນ​ນ້ຳມັນ​ດີບ​ໃຫ​້​ໄດ້ 17 ລ້ານ​ໂຕນ, ລາຍ​ຮັບ​ບັນລຸ​ກວ່າ 670.000 ຕື້​ດົງ ​ແລະ ສືບ​ຕໍ່​ເປີດ​ກວ້າງ​ການ​ສຳ​ຫຼວດ, ຂຸດ​ຄົ້ນ​ຢູ່​ປະ​ເທດ​ຕ່າງໆໃນ​ທະວີບ​ຢູ່​ອາຊີ, ອາ​ຟລິ​ກາ, ອາ​ຟລິ​ກາ​ລາ​ຕິນ.


ຂ່າວ/ບົດ​ອື່ນ