ປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມກອງບັນຊາການກຳລັງນະຄອນຫຼວງຮ່າໂນ້ຍ

ປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມກອງບັນຊາການກຳລັງນະຄອນຫຼວງຮ່າໂນ້ຍ - ảnh 1
(ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ
ກອງ​ບັນຊາ​ການກຳລັງນະຄອນຫຼວງ​ຮ່າ​ໂນ້ຍ)


(vovworld) – ຕອນ​ເຊົ້າ​ວັນ​ທີ 09/10, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ລົງ​ຢ້ຽມຢາມກອງ​ບັນຊາ​ການກຳລັງນະຄອນຫຼວງ​ຮ່າ​ໂນ້ຍ, ກົມ​ກອງ​ກຳ​ຫຼັງ​ຫຼວງ​ໃນ​ການ​ຕໍ່ສູ້​ຮົບປົກ​ປັກ​ຮັກສາ​ນະຄອນຫຼວງ ​ແລະ ກັບ​ເມືອຮັບ​ການ​ປົກຄອງນະຄອນຫຼວງ​ຮ່າ​ໂນ້ຍ ກ່ອນ​ນີ້ 60 ປີ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ສະ​ເໜີວ່າ ພ້ອມ​ກັບ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ນະຄອນຫຼວງ, ພະນັກງານ, ນັກຮົບກອງ​ບັນຊາ​ການກຳລັງ​​ນະຄອນຫຼວງ ຕ້ອງຊາບ​ຊຶມ ​ແລະ ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມຄັ້ງ​ທີ 8 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຊຸດ​ທີ 11 ກ່ຽວ​ກັບ “ຍຸດ​ທະ​ສາດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່” ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຊີ້​ແຈ້ງວ່າ.

   “ກອງ​ບັນຊາ​ການ​​ກຳລັງນະຄອນຫຼວງ ຕ້ອງ​ເອົາ​​ໃຈ​ໃສ່​ເຖິງ​ການ​ກໍ່ສ້າງ​ອົງຄະ​ນະ​ພັກ​ເປັນ​ປະຈຳ, ສືບ​ຕໍ່​ປະຕິບັດ​ມະຕິ​ສູນ​ກາງ​ພັກຄັ້ງ​ທີ 4 ຊຸດ​ທີ 11 “ບາງ​ບັນຫາ​ຮີບ​ດ່ວນກ່ຽວ​ກັບ​ວຽກງານ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ” ຢ່າງ​ມີ​ປະສິດທິ​ຜົນ ຕິດ​ພັນ​ກັບ​ການ​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ​ “ສືບ​ຕໍ່​ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ​ໂຮ່ຈິ​ມິນ”. ສ້າງ​ອົງການ​ຈັດ​ຕັ້ງ​ພັກທຸກ​ຂັ້ນ​ໃຫ້​ປອດ​ໄສ, ​ເຂັ້ມ​ແຂງ, ມີ​ກຳລັງ​ຄວາມ​ສາມາດ​ຊີ້​ນຳ​ນຳພາ ​ແລະ ກຳລັງ​ຕໍ່ສູ້​ສູງ, ສ້າງ​ຖັນ​ແຖວ​ພະນັກງານ, ສະມາຊິກ​ພັກ​​ໃຫ້ເຂັ້ມ​ແຂງທາງ​ດ້ານ​ການ​ເມືອງ, ນຳ​ໜ້າກ່ຽວ​ກັບທິດ​ສະ​ດີ ​ແລະ ຄວາມ​ສາມາດເຄື່ອນ​​ໄຫວ, ​ເປັນ​ແບບຢ່າງ​ດ້ານ​ຄຸນ​ສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ, ຮັບ​ໃຊ້​ປະ​ເທດ​ຊາດ ​ແລະ ປະຊາຊົນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ”.


ຂ່າວ/ບົດ​ອື່ນ