ປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມນະຄອນ ໂອຊາກາ

ປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມນະຄອນ ໂອຊາກາ - ảnh 1
(ທ່ານປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ
ເດີນທາງ​ອອກ​ຈາກ ​ໂຕກ​ຽວ ​ໄປ​ຢ້ຽມຢາມ​ນະຄອນ ​ໂອຊາ​ກາ)


(vovworld) - ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຍີ່​ປຸ່ນ, ວັນ​ທີ 19/03, ທ່ານປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະນະ​ຜູ້​​ແທນ​ຂັ້ນ​ສູງ​ຫວຽ​ດນາມ ​ເດີນທາງ​ອອກ​ຈາກ ​ໂຕກ​ຽວ ​ໄປ​ຢ້ຽມຢາມ​ນະຄອນ ​ໂອຊາ​ກາ. ຢູ່​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ​ໄດ້​ມີ​ບັນດາການ​ພົບ​ປະ​ກັບການ​ນຳ​ນະຄອນ, ພົບ​ປະ​ກັບ​ການ​ນຳ​ສະມາຄົມ​ມິດຕະພາບ​ຍີ່ປຸ່ນ - ຫວຽດນາມ ​ເຂດ ການ​ຊາຍ ​ແລະ ການ​ນຳ​ສະມາຄົມ​ມິດຕະພາບ ຍີ່ປຸ່ນ - ຫວຽດນາມ ຢູ່​ນະຄອນ​ຕ່າງໆ​ຂອງ​ຍີ່ປຸ່ນ. ພິ​ເສດ​ແມ່ນ​ການ​ໂອ້​ລົມ​ສົມ​ທະ​ນາ​ລະຫວ່າ​ງທ່ານ​ປະ​ທານ​ປະ​ເທດ​ກັບ​ການ​ນຳ​ເສດຖະກິດ​ເຂດ​ການ​ຊາຍ.

        ​ເມື່ອ​ແລກປ່ຽນ​ກັບ​ການ​ນຳ​ເສດຖະກິດ​ເຂດ ການ​ຊາຍ ​ແລະ ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ​ວິ​ສາ​ຫະກິດ​, ທ່ານ​ປະທານ​ປະ​ເທດ​ເນັ້ນ​ໜັກ​ວ່າ ຍີ່ປຸ່ນ ພວມ​​ແມ່ນ​ນັກ​ລົງທຶນ ​ແລະ ສະໜອງທຶນ ODA ​ຫຼາຍອັນ​ດັບ​ໜຶ່ງຂອງ​ຫວຽດນາມ ​ແລະ ກໍ່​ແມ່ນ​ຕະຫຼາດ​ສົ່ງ​ອອກນຳ​ເຂົ້າ, ດຶງ​ດູດ​ແຂກ​ທ່ອງ​ທ່ຽວ, ການ​ຮ່ວມ​ມື​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ. ຫວຽດນາມ ພວມ​ຕັ້ງໜ້າ​ເຂົ້າ​ຮ່ວມ​ວິວັດ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ອາ​ຊຽນ - ຍີ່ປຸ່ນ, ອາ​ຊຽນ +3, ສັນຍາ​ຄູ່​ຮ່ວມ​ມື​ຮອບດ້ານ​ໃນ​ພາກ​ພື້ນ ​ແລະ ພິ​ເສດ​ແມ່ນ​ການ​ເຈລະຈາ​ສັນຍາ​ TPP ທີ່​ພວມ​ເປີດ​ບັນດາ​ກາລະ​ໂອກາດ​ທີ່​ສະດວກ​ກວ່າ​ໃຫ້​ແກ​່ການ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ. ທ່ານ​ປະທານ​ປະ​ເທດ ປາດ​ຖະໜາ​ວ່າ, ບັນດາ​ວິ​ສາ​ຫະກິດ​ຍີ່ປຸ່ນ ​ມີຄວາມສົນໃຈເປັນ​ພິ​ເສດ​ເຖິງ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຮັບບຸລິມະສິດ ​ໃນ​ຍຸດ​ທະ​ສາດ​ຫັນ​ເປັນ​ປະ​ເທດ​ອຸດສາຫະກຳ​ຂອງ​ຫວຽດນາມ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ກ່າວ​ວ່າ.

        “​ເພື່ອ​​ໃຫ້​ມີ​ຂະ​ແໜງ​ອຸດສາຫະກຳ​ສຳຮອງ ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ, ພວກ​ຂ້າພະ​ເຈົ້າ​ຖື​ວ່າ ຄວນ​ມີ​ທິດ​ທາງ​ຢ່າງ​ຈະ​ແຈ້ງ, ພັດທະນາ​ຢ່າງ​ຄົບ​ຊຸດ 4 ປັດ​ໃຈ​ສຳຄັນ​ເຊິ່ງລວມມີ: ​ແຫລ່ງຊັບພະຍາກອນ​ມະນຸດ, ​ເຕັກ​ໂນ​ໂລ​ຊີ, ການ​ເງິນ ​ແລະ ກາ​ນ​ເຊື່ອມ​ຕໍ່​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດກັບ​ບັນດາ​ວິ​ສາ​ຫະກິດ, ກຸ່ມ​ວິ​ສາ​ຫະກິດ​ສາກົນ. ພວກ​ຂ້າພ​ະ​ເຈົ້າ​ປາດ​ຖະໜາ​ວ່າ ຍີ່ປຸ່ນ ຈະ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ​ເປັນ​ເພື່ອນ​ມິດ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຫວຽດນາມ, ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ຫວຽດນາມ ພັດ​ທະນາ​ອຸດສາຫະກຳ​ສຳຮອງ”.

        ກອນ​ໜ້າ​ນັ້ນ, ຕອນ​ເຊົ້າ​ວັນ​ທີ 19/03, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​​ໄປ​ຢ້ຽມຢາມ​ສະຖານທູ​ດຫວຽດນາມ ປະຈຳ​ຍີ່ປຸ່ນ. ທີ່​ການ​ໂອ້​ລົມ​ກັບ​ພະນັກງານ​ສະຖານທູດ ​ແລະ ຜູ້​ຕ່າງ​ໜ້າ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຍີ່ປຸ່ນ, ທ່ານ​ປະທານ​ປະ​ເທດ ​ໄດ້​ຢືນຢັນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ​ຍີ່ປຸ່ນ ຄັ້ງ​ນີ້​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ. ທ່ານ​ປະທານ​ປະ​ເທດ ຮຽກຮ້ອງ​ໃຫ້​ແຕ່​ລະ​ອົງ​ການສຳນັກງານ, ສ່ວນ​ບຸກຄົນ ຕ້ອງ​ມານະ​ພະຍາຍາມ​ກວ່າ​ອີກ​ເພື່ອ​ຫັນ​ບັນດາ​ຂໍ້​ຕົກລົງ​ຂອງ 2 ປະ​ເທດ​ໃຫ້ປະກົດຜົນເປັນຈິງ. ທ່ານ​ປະທານ​ປະ​ເທດ ​ເຈື່ອງ​ເຕີນ​ຊາງ ​ເວົ້າ​ວ່າ.

        “​ແຕ່ລະຄົນ, ​ແຕ່ລະ​ຂະ​ແໜງ ​ແລະ ຂັ້ນ​ຕ່າງໆ ຕ້ອງ​ຄິດ​ໄລ ຊັ່ງຊາຕ້ອງ​ມີ​ການ​ເຄື່ອນ​ໄຫວ​ເພື່ອ​ຫັນ​ບັນດາ​ຂໍ້​ຕົກລົງ​ໃຫ້ປະກົດຜົນເປັນ​ຈິງ. ຕ້ອງ​ເຮັດ​ແນວ​ໃດ​​ໃຫ້​ແຕ່ລະກາ​ນພົວພັນນັບ​ທັງ​ດ້ານ​ຄຸນ​ນະພາ​ບ ​ແລະ ປະສິດທິ​ພົນ​​ເພີ່ມ​ຂຶ້ນ​ຢ່າງ​ແຮງ. ​ເຮັດ​ໄດ້​ສິ່ງ​ດັ່ງກ່າວ ບໍ່​ພຽງ​ແຕ່​ນຳມາເຊິ່ງ​ຜົນ​ປະ​ໂຫຍ​ດ​ໃຫ້ສະເພາະປະເທດໜຶ່ງເທົ່ານັ້ນ ຫາກຍັງນຳມາເຊິ່ງໃຫ້ທັງຝ່າຍຫວຽດນາມ - ຍີ່ປຸ່ນ ອີກດ້ວຍ ແລະ ​ແທດ​ເໝາະ​ກັບ​ຜົນ​ປະ​ໂຫຍ​ດຂອງ​ພາກ​ພື້ນ​ ​ແລະ ສາກົນ, ​ໂດຍ​ສະ​ເພາະ​ແມ່ນ​ພາກ​ພື້ນ​ອາຊີ - ປາຊີ​ຟີ​ກ​”.

        ພາຍຫຼັງ​ໄປ​ຢ້ຽມຢາມ ​ໂອຊາ​ກາ, ທ່ານ​ປະທານ​ປະ​ເທດ ​ແລະ ພັນ​ລະ​ຍາ ຈະ​ເດີນທາງ​ອອກ​ຈາກ​ຍີ່ປຸ່ນ ກັບ​ເມື່ອ​ປະ​ເທດ.

ຂ່າວ/ບົດ​ອື່ນ