ປະທານປະເທດ ເຈືອງເຕີນຊາງ ລົງສຳຫຼວດກວດກາລະບົບຄັນຄູສຳຄັນຢູ່ແຂວງຈ່າວິງ ແລະ ຊອກຈັງ

ປະທານປະເທດ ເຈືອງເຕີນຊາງ ລົງສຳຫຼວດກວດກາລະບົບຄັນຄູສຳຄັນຢູ່ແຂວງຈ່າວິງ ແລະ ຊອກຈັງ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ
ລົງ​ສຳ​ຫຼວດກວດກາ​ລະບົບ​ຄັນ​ຄູສຳຄັນຢູ່ແຂວງ​ຈ່າ​ວິ​ງ
(ພາບ: TTXVN)


(vovworld) - ​ວັນ​ທີ 02/03, ເມື່ອ​ແລກປ່ຽນ​ໂດຍ​ກົງ​ກັບ​ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ການ​ນຳ​ທ້ອງ​ຖິ່ນ​ຢູ່​ເຂດລົງ​ສຳ​ຫຼວດ​ກວດກາລະບົບ​ຄັນ​ຄູສຳຄັນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ຖື​ວ່າ ​ໃນ​ສະພາບ​ຕົວ​ຈິງຄືປະຈຸ​ບັນ​ໄດ້​ມີ​ການ​ຜັນ​ແປ​ຢ່າງ​ວ່ອງ​ໄວ​ກວ່າ​ການ​ຄາດ​ຄະ​ເນ ສິ່ງ​ດັ່ງກ່າວ​ຮຽກຮ້ອງ​ໃຫ້​ຕ້ອງ​ມີ​ມາດ​ຕະການ​ຮັບ​ມື​ຢ່າງ​ທັນ​ການ ​ເພື່ອ​ຈຳກັດ​ຜົນ​ສະທ້ອນ​ເຖິງ​ຊີວິດ​ການ​​ເປັນ​ຢູ່​ຂອງ​ພໍ່​ແມ່​ປະຊາ​ຊົນ​ເຂດ​ແຄມທະ​ເລ. ທ່ານ​ປະທານ​ປະ​ເທດ ຢືນຢັນ​ວ່າ ການ​ກໍ່ສ້າງ​​ໂຄງການ​ຄັນ​ຄູ​ທະ​ເລ​ມີ​ຄວາມ​ໝາຍ​ສຳຄັນ ບໍ່​ພຽງ​ແຕ່​ຊ່ວຍ​ກັນ​ນ້ຳ​ເຄັມ, ນ້ຳ​ທະ​ເລ​ຂຶ້ນ​ສູງ, ປົກ​ປັກ​ຮັກສາ​ຊີວິດ​ອີນຊີ ​ແລະ ຊັບ​ສິນ​ຂອງ​ປະຊາຊົນເທົ່າ​ນັ້ນ ຫາກ​ຍັງ​ຊ່ວຍ​ສ້າງ​ທາງຄົມມະນາຄົມ​ຮັບ​ໃຊ້​ວຽກ​ງານ​ກູ້​ໄພ​ກູ້​ຊີບ​ຢູ່ເຂດ​ແຄມທະ​ເລ ​ແລະ ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ອີກ​ດ້ວຍ, ພ້ອມ​ທັງ​ສ້າງ​ເງື່ອນ​ໄຂ​ພັດທະນາ​ເສດຖະກິດ​ສັງຄົມ​ເຂດ​ຊົນນະບົດ​​ແຄມທະ​ເລ. ທ່ານ​ປະທານ​ປະ​ເທດ ສະ​ເໜີ​ໃຫ້​ແຂວງ​ຊອກ​ຈັງ ​ແລະ ຈ່າ​ວິ​ງ ຕ້ອງ​ກວດກາ​ການວາງ​ແຜນກຳນົດ, ມີ​ການ​ຄັດ​ເລືອກ​ກິດຈະກຳສຳຄັນເພື່ອ​ດຶງ​ດູດ​ບັນດາ​ແຫຼ່ງກຳລັງ​ລົງທຶນ, ຫຼີກລ້ຽງ​ການ​ລົງທຶນ​ແບບ​ກະ​ແຈກ​ກະຈາຍ​ບໍ່​ມີ​ຈຸດ​ສຸມ​ເພື່ອ​ນຳ​ມາ​ເຊິ່ງປະສິດທິ​ຜົນ​ສູງ​ສຸດ.

        ​ແລະ​ກໍ່​ໃນ​ການ​ຢ້ຽມ​ຢາມ​ແຂວງ​ຈ້າ​ວິ​ງ ​ແລະ ຊອກ​ຈັງ, ທ່ານ​ປະທານ​ປະ​ເທດ​ໄດ້​ໄປ​ກວດກາ​ລະດັບ​ຄວາມ​ຄືບ​ໜ້າ​ແຫ່ງການ​ຜັນ​ຂະຫຍາຍ​ໂຄງການ​ສູນ​ໄຟຟ້າ ຢຽນ​ຫາຍ; ​ໂຄງການກໍ່ສ້າງ​ທາງ​ນ້ຳ​ໃຫ້​ກຳ​ປັ່ນ​ມີ​ນ້ຳໜັກສູງ​ເຂົ້າ​ແມ່​ນ້ຳ ​ເຮົ້າ. ​​ເມື່ອ​ລົງ​ຢ້ຽມຢາມ​ນັກຮົບ​ປ້ອມ​ປ້ອງກັນຊາ​ຍ​ແດນ 634, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ, ພະນັກງານ, ນັກຮົບ​ທະຫານ​ປ້​ອງກັນຊາ​ຍ​ແດນ ​ແລະ ປະຊາຊົນ​ຢູ່​ເຂດ​ຊາຍ​ແດນ​ຕ້ອງ​ເປັນ​ເຈົ້າ​ການ​ກຳ​ແໜ້ນ​ກາລະ​ໂອກາດ, ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ, ຄວາມ​ຫຍຸ້ງຍາກ​, ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ວິລະ​ຊົນ​ຂອງ​ຊາດ, ຂອງ​ກອງທັບ, ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ຂົນຂວາຍ​ປະຊາຊົນ, ຊ່ວຍ​ພໍ່​ແມ່​ປະຊາຊົນຫຼຸດຜ່ອນ​ຄວາມ​ຫຍຸ້ງຍາກ, ໜູນ​ຊ່ວຍ, ປ້ອງ​ກັນ​ຕ້ານ​ໄພ​ທຳ​ມະ​ຊາດ...

ຂ່າວ/ບົດ​ອື່ນ