ປະທານປະເທດ ເຈືອງເຕີ້ນຊາງ ລົງອວຍພອນປີໃໝ່ກຳມະກອນຢູ່ແຂວງບາເຣັ້ຍ - ວຸ້ງເຕົາ


ປະທານປະເທດ ເຈືອງເຕີ້ນຊາງ ລົງອວຍພອນປີໃໝ່ກຳມະກອນຢູ່ແຂວງບາເຣັ້ຍ - ວຸ້ງເຕົາ - ảnh 1
ປະທານປະເທດ ເຈືອງເຕີ້ນຊາງ ລົງອວຍພອນປີໃໝ່ ກຳມະກອນຢູ່ ແຂວງບາເຣັ້ຍ - ວຸ້ງເຕົາ

(vovworld) - ເນື່ອງໃນໂອກາດປີໃຫມ່,ປີ​ວອກ 2016, ຕອນ​ບ່າຍ​ວັນ​ທີ 9/2, ທ່ານປະທານປະເທດ ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງໄດ້ໄປຢ້ຽມຢາມ ແລະ ອວຍພອນປີ​ໃໝ່​ ບັນ​ດາ​ກຳ​ມະ​ກອນ, ຜູ້​ອອກແຮງງານ ສັງ​ກັດ​ເຂດ​ອຸດ​ສາ​ຫະ​ກຳ ມີ້​ຊວນ A2 ທີ່ແຂວງບາ​ເຣັ້ຍ - ວຸ້ງ​ເຕົາ. ຢູ່​ທີ່ນີ້, ທ່ານປະທານປະເທດ ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ພົບ​ປະ ແລະ ຢື້​ຢາມ​ຖາມ​ຂ່າວ​ກ່ຽວ​ກັບ​ສະ​ພາບ​ການ​ຂອງ​ກຳ​ມະ​ກອນ​ຈຳ​ນວນ​ໜຶ່ງສັງ​ກັດ​ບໍ​ລິ​ສັດ​ຜະ​ລິດ​ໜັງ Prime Asia ຫວຽດ​ນາມ.

ທ່ານປະທານປະເທດ ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງໄດ້ສະແດງ ຄວາມເຫັນອົກ ເຫັນໃຈ ແລະ ລະ​ດົມກໍາລັງໃຈແກ່​ກຳ​ມະ​ກອນ. ທ່ານປະທານປະເທດ ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ຍັງຊົມ​ເຊີຍ​ບັນ​ດານັກລົງທຶນທີ່ໄດ້​ໃຫ້ການກໍ່ສ້າງຫໍພັກເພື່ອ​ຊ່ວຍ​ກຳ​ມະ​ກອນ​ສ້າງ​ການ​ດຳ​ລົງ​ຊີ​ວິດ​ເປັນ​ປົກ​ກະ​ຕິ.

 

ຂ່າວ/ບົດ​ອື່ນ