ປະທານປະເທດ ເຈືອງເຕີນຊາງ ສະເໜີພັດທະນາການແພດປ້ອງກັນຢ່າງແຂງແຮງ

ປະທານປະເທດ ເຈືອງເຕີນຊາງ ສະເໜີພັດທະນາການແພດປ້ອງກັນຢ່າງແຂງແຮງ - ảnh 1
ທ່ານປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ
ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະຫຼຸບ
(ພາບ: TTXVN)


(vovworld) -     ພາຍຫຼັງ 25 ປີ​​ທີ່​ຜັນ​ຂະຫຍາຍ​ໂຄງການ​ສັກ​ຢາ​ປ້ອງ​ກັນ​ພະຍາດເປີດ​ກວ້າງ​ຢ່າງ​ສຳ​ເລັດ​ຜົນ, ຕອນ​ເຊົ້າ​ວັນ​ທີ 19/12, ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບ 25 ປີ​ແຫ່ງ​ການ​ປະຕິບັດ​ວຽກ​ງານສັກ​ຢາ​ປ້ອງ​ກັນ​ພະຍາດເປີດ​ກວ້າງ​ເພື່ອ​ສັງ​ເກ​ດຕີ​ລາຄາ​ໝາກຜົນ​ທີ່​ບັນລຸ​ໄດ້ ​ແລະ ກຳນົດ​ທິດ​ການ​ເຄື່ອນ​ໄຫວ​ໃນ​ໄລຍະ​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະຫຼຸບທ່ານປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ຖື​ວ່າ.

“ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ໄດ້​ວາງ​ອອກ​ໜ້າ​ທີ່​ພັດທະນາ​ພາລະກິດ​ສາທາລະນະ​ສຸກ​ຢ່າງ​ແຂງ​ແຮງ, ຍົກ​ສູງ​ຄຸນ​ນະພາ​ບການ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ໃຫ້​ແກ່​ປະຊາຊົນ ດ້ວຍ​ເນື້ອ​ໃນ, ​ເງື່ອນ​ໄຂ​ລະອຽດ, ຮອບດ້ານ. ​ໃນ​ນັ້ນພິ​ເສດ​ແມ່ນ​ເນັ້ນ​ໜັກ​ເຖິງ​ການພັ​ດທະ​ນາການ​ແພດ​ປ້ອງ​ກັນ​ຢ່າງ​ແຂງ​ແຮງ, ບໍ່​ປະ​ໃຫ້​ເກີດ​​ໂລກ​ລະບາດ​ຂະໜາດ​ໃຫຍ່, ດ້ວຍ​ທິດ​ນຳ​ກັນ​ພະຍາກ​ດີກ​ວ່າ​ປິ່ນປົວ​ພະຍາດ. ຖ້າຫາກ​ການ​ປ້ອງ​ກັນ​ພະຍາດ​ບໍ່​ໄດ້​ດີ, ​ແມ່ນ​ໂລກລະບາດ​ຈະ​ຂະຫຍາຍຕົວ, ​ເກີດ​ພະຍາດ, ສົ່ງ​ຜົນ​ສະທ້ອນ​ເຖິງ​ສຸຂະພາບ ​ແລະ ສິ້ນ​ເປືອ​ງ​ເງິນທອງ​ຂອງ​ຕົນ​ເອງ, ຄອບຄົວ ​ແລະ ສັງຄົມ. ສະ​ນັ້ນ, ​ເຖິງ​ວ່າ​ບໍ່​ພົ້ນ​ເດັ່ນຄື​ກັບ​ການກວດ​, ປິ່ນປົວພະຍາດ​ໂດຍ​ກົງ​ໃຫ້​ແກ່​ຄົນ​ເຈັບ ​ແຕ່​ຄວາມ​ໝາຍ​ໃນ​ດ້ານ​​ເສດຖະກິດ​ສັງຄົມ​ຂອງການ​ແພດ​ປ້ອງ​ກັນ​ແມ່ນ​ໃຫຍ່​ຫຼວງ​ທີ່​ສຸດ”.

ຂ່າວ/ບົດ​ອື່ນ