ປະທານປະເທດ ເຈືອງເຕີນຊາງ: ຫາຍຟ່ອງ ຕ້ອງເອົາໃນໃສ່ເຖິງການພັດທະນາເສດຖະກິດທະເລ

ປະທານປະເທດ ເຈືອງເຕີນຊາງ: ຫາຍຟ່ອງ ຕ້ອງເອົາໃນໃສ່ເຖິງການພັດທະນາເສດຖະກິດທະເລ - ảnh 1
(ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອ​ນ​ເຕີນ​ຊາງ
​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ​ຫາຍ​ຟ່ອງ)


(vovworld) –  ​ເມື່ອ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ​ຫາຍ​ຟ່ອງ ​ໃນ​ວັນ​ທີ 22/07, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອ​ນ​ເຕີນ​ຊາງ ຖື​ວ່າ ຫາຍ​ຟ່ອງ ຕ້ອງ​ຈັດ​ຕັ້ງ​ລະບົບ​ໂຮງຮຽນ​ບຳລຸ​ງສ້າງ​ວິຊາ​ຊີບ​ເປັນ​ຢ່າງ​ດີ ​ເພື່ອ​ຍົກ​ລະດັບ​ແຫຼ່ງຊັບພະຍາກອນ​ມະນຸດ, ປະກອບສ່ວນ​ພ້ອມ​ທັບ​ທົ່ວ​ປະ​ເທດ​ຫັນ​ຮູບ​ແບບ​ເສດຖະກິດ​ຈາກ​ລວງ​ກວ້າງ ​ໄປ​ສູ່​ລວງ​ເລີກ​ເທື່ອ​ລະ​ກ້າວ, ຮັບເອົາກະລະໂອກາດ​ເຊື່ອມ​ໂຍງເຂົ້າກັບສາກົນ. ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ບັນດາ​ກິດຈະກຳ​ຈຸດ​ສຸມ, ທ່ານ​ປະທານ​ປະ​ເທດ​ຖື​ວ່າ ຫາຍ​ຟ່ອງ ອາດ​ຈະ​ຈຳໜ່າຍ​ພັນທະບັດ ​ແລະ ຍາດ​ແຍ່ງ​ແກຼ່ງກຳລັງ​ຫັນ​ເປັນ​ສັງຄົມ​ຢ່າງ​ສູງ, ພິ​ເສດ​ແມ່ນ​ຈາກ​ບັນດາ​ວິ​ສາ​ຫະກິດ​ພາກ​ເອກະ​ຊົນ​ໃນ​ບໍລິ​ເວັນ​ແຂວງ. ຫາຍ​ຟ່ອງ ຕ້ອງ​ສືບ​ຕໍ່​ເອົາ​ໃຈ​ໃສ່​ຊຸກຍູ້​ເສດຖະກິດ​ທະ​ເລ​ໃຫ້​ເຕີບ​ໂຕ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນດາ​ທ້ອງ​ຖິ່ນ​ຄື ​ເມືອງ​ເກາະ ​ແບກ​ລອງ​ວິ້ ປະຕິບັດ​ພາລະ​ໜ້າ​ທີ່​ຮັບໃຊ້ການປະກອບ​ອາຊີບ​ຫາ​ປາ, ສູນ​ກູ້​ໄພ​ກູ້​ຊີບ​ເປັນ​ຢ່າງ​ດີ.

        ກ່ອນ​ໜ້າ​ນັ້ນ, ທ່ານ​ປະທານ​ປະ​ເທດ ​ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ໄດ້​ລົງ​ຢ້ຽມຢາມ, ມອບ​ຂອ​ງ​ຂວັນ​ໃຫ້​ພະນັກງານ, ນັກຮົບ​ກອງ​ບັນຊາ​ການ​ກອງ​ທັບ​ເຮືອ. ທ່ານ​ປະທານ​ປະ​ເທດ​ຖື​ວ່າ ​ໃນ​ສະພາບ​ປະ​ເທດ​ຊາດ​ຄື​ປະຈຸ​ບັນ, ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກສາ​ອະທິປະ​ໄຕ ​​ໄດ້​ວາງ​ອອກ​ບັນດາ​ໜ້າ​ທີ່​ອັນ​ໜັກໜ່ວງ, ພະນັກງານ, ນັກຮົບ​ກອງທັບ​ເຮືອຫວຽດນາມ ຕ້ອງ​ຢືນຢັນ​ບົດບາດ​ເປັນ​ແກ່ນສານ​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕເຂດທະ​ເລ, ໝູ່​ເກາະ, ​ໄຫຼ່​ທະວີ​ບຂອງ​ປະ​ເທດ​ຊາດ. ທ່ານ​ປະທານ​ປະ​ເທ​ດ ສະ​ເໜີ​ວ່າ ກອງທັບ​ເຮືອ​ຫວຽດນາມ ພະຍາຍາມ​ກໍ່ສ້າງ​ກຳລັງ, ປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ອະທິປະ​​ໄຕ​ປະ​ເທດ​ຊາດ​ເປ​ັນຢ່າງ​ດີ, ​ເປັນ​ບ່ອນ​ອີງ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ໝັ້ນຄົງ​ໃຫ້ແກ່ບັນດາ​ການ​ເຄື່ອນ​ໄຫວ​ເສດຖະກິດ​ທະ​ເລ.

ຂ່າວ/ບົດ​ອື່ນ