ປະທານປະເທດ ເຈືອງເຕີນຊາງ ເຂົ້າຮ່ວມກອງປະຊຸມ ຮັບເອົາຄຳເຫັນເຂົ້າໃນ ຍຸດທະສາດປະຕູຮູບດ້ານຕຸລາການ

ປະທານປະເທດ ເຈືອງເຕີນຊາງ ເຂົ້າຮ່ວມກອງປະຊຸມ ຮັບເອົາຄຳເຫັນເຂົ້າໃນ ຍຸດທະສາດປະຕູຮູບດ້ານຕຸລາການ - ảnh 1

ປະທານ​ປະ​ເທ​ດ​ເຈືອງ​ເຕີນຊາງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​

ຮັບ​ເອົາ​ຄຳ​ເຫັນ​ເຂົ້າ​ໃນ​ຍຸດ​ທະ​ສາດ​ປະຕູ​ຮູບ​ດ້ານ​ຕຸລາການ


(vovworld) – ຕອນ​ເຊົ້າ​ວັນ​ທີ 9/12, ຢູ່ນະຄອນ ​ໂຮ່ຈີ​ມິນ, ຄະນະ​ຊີ້​ນຳ​ປະຕິ​ຮູບ​ດ້ານ​ຕຸລາການ​ສູນ​ກາງ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​​ເຂດບັນດາແຂວງພາກ​​ໃຕ້ ຮັບ​ເອົາຄຳ​ເຫັນ​ປະກອບ​​ໃສ່​ຮ່າງ​ບົດ​ລາຍ​ງານ​ສະຫລຸບ 8 ປີ​ແຫ່ງການ​ປະຕິບັດ​ຍຸດ​ທະ​ສາດ​ປະຕິ​ຮູບ​ດ້ານ​ຕຸລາການ. ບັນດາ​ຜູ້​ແທນ​ປຶກສາ​ຫາລື​ບັນດາ​ຫົວ​ຂໍ້​ສະ​ເພາະ​ກ່ຽວ​ກັບ​ການຈັດ​ຕັ້ງ​ລະບົບ​​ສານ​ຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ ​ແລະ ປ່ຽນ​ໃໝ່​ຍົກ​ສູງ​ຄຸນ​ນະພາ​ບໂຕ້ຄວາມຢູ່​ສານ, ຮູບ​ແບບ​ຈັດ​ຕັ້ງ​ອົງການ​ສືບສວນ, ​ໃນ​ການ​ພົວພັນ​ກັບ​ບັນດາ​ອົງການ​ອື່ນ ​ແລະ ບົດບາດ​ຂອງ​ໄອ​ຍະ​ການ​ປະຊາຊົນ​ໃນ​ການ​ກວດກາ​ການ​ເຄື່ອ​ນ​ໄຫວ​ພິພາກສາ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸ​ມ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ຫົວໜ​້າຄະນະ​ຊີ້​ນຳ​ການ​ປະຕິ​ຮູບ​ຕຸລາການ​ສູນ​ກາງ, ຊີ້​ແຈ້ງວ່າ:

        “​ການ​ປະຕິບັດ​ຍຸດ​ທະ​ສາດ​ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ, ສ້າງ​ບາດ​ລ້ຽວ​ໃຫ້​ແກ່​ພື້ນຖານ​ຕຸລາການ​ຂອງ​ປະ​ເທດ​ຊາດ, ຈຸດໝາຍ​ລວມ​ແມ່ນ​ສ້າງ​ພື້ນຖານ​ຕຸລາການ​ປອດ​ໄສ, ໝັ້ນຄົງ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ​ເຂັ້ມ​ງວດ, ປົກ​ປ້ອງ​ຄວາມ​ຍຸຕິ​ທຳ, ທັນ​ສະ​ໄໝ​ເພື່ອ​ຮັບ​ໃຊ້ປະຊາຊົນ​ເທື່ອ​ລະ​ກ້າວ, ຮັບ​ໃຊ້​ປະ​ເທດສັງຄົມ​ນິຍົມ ຫວຽດນາມ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ຄຳ​ຮຽກຮ້ອງ​ພື້ນຖານ​ໃນ​ການ​ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງຄົມ​ນິຍົມ ຫວຽດນາມ ​ເຊິ່ງພວມ​ເຮົາ​ໄດ້, ພວມ ​ແລະ ຈະ​ກໍ່ສ້າງ.”

ຂ່າວ/ບົດ​ອື່ນ