ປະທານປະເທດ ເຈືອງເຕີນຊາງ ເຂົ້າຮ່ວມງານບຸນ ໄຖນາ

ຕອນ​ເຊົ້າ​ວັນ​ທີ 29/1 ​ແມ່ນ​ກົງ​ກັບ​ວັນ​ທີ 7 ຂອງ​ບຸນ​ເຕັດ, ທ່ານ​ປະທານ​ປະ​ເທດ​ ​ເຈືອງ​ເຕີນ​ຊາງ ​ໄດ້​ເຂົ້າ​ຮ່ວມ​ງານ​ບຸນ​ໄຖ​ນາ ດ້ອຍ​ເຊີນ 2012 ​ຢູ່​ເມືອງ ຢູຍຕຽນ ​ແຂວງ ຮ່າ​ນາມ. ງານ​ບຸນ​ນີ້ ມີ​ຄວາມ​ໝາຍ​​ແມ່ນ​ເປີດ​ສາກ​ໃຫ້​ປີ​ແຫ່ງ​ການ​ອອກ​ແຮງ​ງານ ດິນ​ຟ້າ​ອາກາດ​ເອື້ອ​ອຳນວຍ​ຄວາມ​ສະດວກ, ລະດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ, ທຸກ​ຄອບຄົວ​ມີ​ຄວາມ​ອີ່ມ​ໜຳ​ສຳລານ. ກ່າວ​ຄຳ​ເຫັນ​​ໄຂ​ງານ​ບຸນ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ໄດ້​ເນັ້ນ​ຫນັກ​ວ່າ: ປະຫວັດສາດ​ຫວຽດນາມ ຜ່ານ​ບັນດາ​ໄລຍະ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ ບໍ່​ວ່າ​ຢູ່​ໃນ​ສະພາບ​ການ​ໃດ, ກະສິກຳ, ຊາວ​ກະສິກອນ ​ແລະ ຊົນນະບົດ ຍັງ​ຄົງ​​ແມ່ນ​ພື້ນຖານ​ຢ່າງ​ໝັ້ນ​ແກ່ນ ​ແມ່ນ​ພື້ນຖານ​ໃຫ້​ແກ່​ການ​ພັດທະນາ​ດ້ານເສດຖະກິດ, ການ​ເມືອງ,​ ສັງຄົມ​ຂອງ​ປະ​ເທດ​ຊາດ. ​ໃນ​ວິວັດ​ການ​ສ້າງສາ​ປະ​ເທດ​ຊາດ​ປະຈຸ​ບັນ, ທ່ານ​ປະທານ​ປະ​ເທດ​ຖື​ວ່າ: ມະຕິ​​ກອງ​ປະຊຸມ​ຄັ້ງ​ທີ 7 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 10 ກ່ຽວ​ກັບ​ການ​ພັດທະນາ​ກະສິກຳ ຊາວ​ກະສິກອນ ​ແລະ ຊົນນະບົດ​ໄດ້​ກ້າວເຂົ້າ​ສູ່​ຊີວິດ​. ພາລະກິດ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ ​ແມ່ນ​ຂຶ້ນ​ກັບ​ການ​ພັດທະນາ​ຂອງ​ແນວ​ໂຮມ​ກະສິກຳ​ຢ່າງ​ຫລວງຫລາຍ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​ເວົ້າ​ວ່າ:

        “ມະຕິ​​ກອງ​ປະຊຸມ​ຄັ້ງ​ທີ 7 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 10 ກ່ຽວ​ກັບ​ການ​ພັດທະນາ​ກະສິກຳ ຊາວ​ກະສິກອນ ​ແລະ ຊົນນະບົດ​ໄດ້​ກ້າວເຂົ້າ​ສູ່​ຊີວິດ​. ​ໃນ​ສະພາບ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ເສດຖະກິດ​ສາກົນ ​ເມື່ອ​ມວນມະນຸດ​​ຢືນ​ຢູ່​ຕໍ່ຫນ້າ​ບັນດາ​ສິ່ງ​ທ້າ​ທາຍ​ໃຫຍ່, ບັນຫາ​ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ​ນັບ​ມື້​ນັບ​ໄດ້​ຮັບ​ຄວາມ​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ. ພາລະກິດ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ ​ແມ່ນ​ຂຶ້ນ​ກັບ​ການ​ພັດທະນາ​ຂອງ​ແນວ​ໂຮມ​ກະສິກຳ​ຢ່າງ​ຫລວງຫລາຍ.​ງານ​ບຸນ​ນີ້ ມີ​ຄວາມ​ໝາຍສຳຄັນ​ຍິ່ງ, ບໍ່​ພຽງ​ແຕ່​​ໃຫ້​ພວກ​ເຮົາ​ທົບ​ທວນຄືນ​ມູນ​ເຊື້ອ​ວັດທະນະທຳ​ປະຫວັດສາດ​ຂອງ​ຊາດ​ຫວຽດນາມ​, ຂອງ​ກະສິກຳ​ຫວຽດນາມ ​ເທົ່າ​ນັ້ນ ຫາກ​ຍັງ​ສຶກສາ​ມູນ​ເຊື້ອ​​ມັກ​ການ​ອອກ​ແຮງ​ງານຢູ່​ໃນ​ເຂດ​ດິນ​ແດນ​ບ້ານ​ເກີດ​ເມືອງ​ນອນຂອງ​ຕົນ​ອີກ​ດ້ວຍ ​ເພື່ອ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.”

        ​ແລະ​ກໍ​ໃນ​ຕອນ​ເຊົ້າວັນ​ດຽວ​ກັນ ຢູ່ ຕາ​ແສງ ບີ່​ງດົງ ​ເມືອງ​ກີ​ມ​ເຊີນ ​ແຂວງ ນີງບີ່​ງ,​ ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​​ເຂົ້າ​ຮ່ວມ​ພິທີປຸກລະດົມບຸນ​ເຕັດ​ປູກ​ຕົ້ນ​ໄມ້. ນະ​ທີ່​ນີ້ ທ່ານ​ປະທານ​ປະ​ເທດ ​ໄດ້​ຢ້ຳຄືນ​ຄຳ​ສັ່ງສອນ​ຂອງ​ລຸງ​ໂຮ່ທ່ີ​ວ່າ: ລະດູບານ​ໃຫມ່​ແມ່ນ​ບຸນ​ເຕັດ​ປູກ​ຕົ້ນ​ໄມ້, ​ເຮັດ​ໃຫ້​ປະ​ເທດ​ຊາດ​ນັບ​ມື້​ນັບ​ພັດທະນາ. ພາຍ​ໃຕ້​ຫົວ​ຂໍ້​ວ່າ: ປູກ​ຕົ້ນ​ໄມ້​ເພື່ອ​ບັນ​ເທົາ​ໄພ​ທຳ​ມະ​ຊາດ, ທ່ານ​ປະທານ​ປະ​ເທດ​ເນັ້ນ​ຫນັກ​ວ່າ: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃນ​ທົ່ວ​​ໂລກ ​ແລະ ນ້ຳ​ທະ​ເລ​ເພີ່ມ​ຂຶ້ນ​ພວມ​ນາບ​ຂູ່​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ຫວຽດນາມ, ສະ​ນັ້ນ ​ເພື່ອ​ພັດທະນາ​ເສດຖະກິດ​ແບບ​ຍື່ນ​ຍົງ ຕ້ອງ​ໄປ​ຄຽງ​ຄູ່​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ປູກ​ຕົ້ນ​ໄມ້​ນັບ​ມື້​ນັບ​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ທີ່​ສຳຄັນ​ຍິ່ງ./.

 


ຕອບກັບ

ຂ່າວ/ບົດ​ອື່ນ