ປະທານປະເທດ ເຈືອງເຕີນຊາງ ເຂົ້າຮ່ວມລາຍການ ລະດູບານໃໝ່ແຫ່ງ ບ້ານເກີດເມືອງນອນ 2014

ປະທານປະເທດ ເຈືອງເຕີນຊາງ ເຂົ້າຮ່ວມລາຍການ ລະດູບານໃໝ່ແຫ່ງ ບ້ານເກີດເມືອງນອນ 2014 - ảnh 1
ລາຍການ​ລະດູບານ​ໃໝ່​ແຫ່ງ​ບ້ານ​ເກີດ​ເມືອງ​ນອນປີ 2014 
(ພາບ: hanoimoi.com.vn)

(vovworld) -     ຕອນ​ຄໍ່າ​ວັນ​ທີ 23/01, ຢູ່​ເຂດປູຊະນີ​ຍະສະ​ຖານພະລາຊະ​ວັງ ທັງ​ລອງ ນະຄອນຫຼວງ​ຮ່າ​ໂນ້ຍ, ​ໄດ້​ຈັດ​ລາຍການ​ລະດູບານ​ໃໝ່​ແຫ່ງ​ບ້ານ​ເກີດ​ເມືອງ​ນອນປີ 2014 ດ້ວຍ​ຫົວ​ຂໍ້​ວ່າ “​ເຊີດ​ຊູ ລາກ​ຮົ່ງ” (​ເຊີດ​ຊູ​ຊາວ​ຫວຽດນາມ). ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ພໍ່​ແມ່​ປະຊາຊົນ 2.000 ຄົນ ​ທີ່​ຕາງ​ໜ້າ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດກວ່າ 4,5 ລ້ານ​ຄົນ​ພວມ​ດຳລົງ​ຊີວິດຢູ່ 103 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໃນ​ທົ່ວ​​ໂລກເຂົ້າ​ຮ່ວມ​ລາຍການ.

        ກ່າວ​ຄຳ​ເຫັນ​ທີ່​ງານ​ພົບ​ປະ​ແລກປ່ຽນ​ສິລະ​ປະ ລະດູບານ​ໃໝ່​ແຫ່ງ​ບ້ານ​ເກີດ​ເມືອງ​ນອນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຖື​ວ່າ, ປີ 2013, ຍ້ອນ​​ເສີມ​ຂະຫຍາຍ​ກຳລັງ​​ແຮງ​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ປະ​ເທດ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ ​ແລະ ບັນລຸ​ໄດ້​ບັນດາ​ຜົນງານທີ່​ສຳຄັນ: ​ເສດຖະກິດ​ສືບ​ຕໍ່​ມີ​ບາດກ້າວ​ພັດທະນາ; ຮັບປະກັນ​ສະຖຽນ​ລະ​ພາບ​ດ້ານການ​ເມືອງ - ສັງຄົມ​, ​ຊີວິດການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ, ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ຮັບ​ການ​ຮັກສາ​ໄວ້​ຢ່າງ​ໝັ້ນຄົງ, ອິດ​ທິພົນ​ຊື່​ສຽງ ​ແລະ ທີ່​ຕັ້ງ​ຂອງ​ຫວຽດນາມ ບົນ​ເວທີ​ສາກົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ບັນດາ​ໝາກຜົນ​ດັ່ງກ່າວ​ແມ່ນ​ມີ​ການ​ປະກອບສ່ວນ​ບໍ່​ແມ່ນ​ໜ້ອຍ​ຂອງ​ພໍ່​ແມ່​ປະຊາຊົນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ.

        “​ໃນ​ປີຜ່ານມາ, ຢູ່​ຕ່າງປະ​ເທດ, ພໍ​່ແມ່​ປະຊາຊົນຫວຽດນາມ ກໍ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​, ຍ້ອນ​ການ​​ເໜັງຕິງດ້ານ​ເສດຖະກິດ - ສັງຄົມ ຢູ່​ຫຼາຍ​ປະ​ເທດ​ໃນ​​ໂລກ, ​ແຕ່​ພວກ​ເຮົາ​ມີ​ຄວາມ​ເອກ​ອ້າງ​ຖະນົງ​ໃຈ​ທີ່​ວ່າ, ພໍ່​ແມ່​ປະຊາຊົນ​ພວກ​ເຮົາ​ໄດ້​ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ, ດູ​ໝັ່ນ​ຂະຫຍັນ​ພຽນ, ສະຫຼາດ​ສະຫຼຽວ, ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ອອກ​ແຮງ​ງງານ, ຮໍ່າຮຽນ​ເພື່ອ​​ໃຫ້​ຊີ​ວິ​ດນັບ​ມື້​ນັບ​​ເປັນ​ປົກກະຕິ, ​ເຊື່ອມ​ໂຍງ​ເຂົ້າ​ປະ​ເທດ​ປະຈຳ​ຖິ່ນ​ຢ່າງ​ໝັ້ນຄົງ, ​​ຮັກສາ​ສີສັນ​ວັດທະນະທຳ​ຂອງ​ຊາດ ​ແລະ ຍາມ​ໃດ​ກໍ່​ອ່ວາຍ​ເມືອ​ຫາ​ບ້ານ​ເກີດ​ເມືອງ​ນອນ ​ແລະ ປະ​ເທດ​ຊາດ”.

   ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢືນຢັນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ ​ແລະ ລັດ​ຫວຽດນາມ ທີ່​ວ່າ ຍາມ​ໃດ​ກໍ​ຖື​​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແມ່ນ​ພາກສ່ວນ​ໜຶ່ງທີ່​ບໍ່​ອາດສາມາດ​ຕັດ​ແຍກ​ອອກ​ຈາກປະຊາ​ຄົມບັນດາເຜົ່າ​ຫວຽດນາມ ​ໄດ້. ​ໃນ​ໂອກາດປີ​ໃໝ່, ປີ​ມະ​ເມຍ 2014, ທ່ານ​ປະທານ​ປະ​ເທດ ​ໄດ້​ອວຍພອນ​ໃຫ້​ພໍ​່ແມ່​ປະຊາຊົນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໄດ້​​ຕ້ອນຮັບ​ບຸນ​ປີ​ໃໝ່​ຢ່າງ​ມ່ວນ​ຊື່ນ, ອົບ​ອຸ່ນພ້ອມ​ກັບ​ຄ​ອບຄົວ ​ແລະ ບ້ານ​ເກີດ​ເມືອງ​ນອນ, ພ້ອມ​ທັງ​ອວຍພອນ​ໃຫ້​ຊາວ​ຫວຽດນາມ ອາ​ໄສຢູ່​ຕ່າງ​ປະ​ເທດ​ ປີ​ໃໝ່ຈົ່ງ​ມີ​ອະນາ​ໄມ​ສົມ​ບູນ, ມີ​ຄວາມຜາ​ສຸກ ​ແລະ ປະສົບ​ຜົນ​ສະ​ເລັດ.

ຂ່າວ/ບົດ​ອື່ນ