ປະທານປະເທດ ເຈືອງເຕີນຊາງ ເຮັດວຽກກັບອົງການໄອຍະການປະຊາຊົນສູງສຸດ

ປະທານປະເທດ ເຈືອງເຕີນຊາງ ເຮັດວຽກກັບອົງການໄອຍະການປະຊາຊົນສູງສຸດ - ảnh 1
ປະທານປະເທດ ເຈືອງເຕີນຊາງ ເຮັດວຽກກັບອົງການໄອຍະການປະຊາຊົນສູງສຸດ
(ພາບ: radiovietnam.vn)



(vovworld) – ຕອນ​ເຊົ້າ​ວັນ​ທີ 22/12, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ, ຫົວໜ້າຄະ​ນະ​ຊີ້​ນຳ​ການປະຕິ​ຮູບ​ດ້ານ​ຕຸລາການສູນ​ກາງ, ​ໄດ້​ລົງ​ເຮັດ​ວຽກ​ກັບອົງການ​​ໄອ​ຍະ​ການປະຊາຊົນ​ສູງ​ສຸດ ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ໜ້າ​ທີ່​ຂອງຂະ​ແໜງ​ປີ 2014.

        ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ປະທານ​ປະ​ເທດ ​ໄດ້​ຮັບ​ຮູ້​ບັນດາ​ຜົນງານ​ເຊິ່ງຂະ​ແໜງ​ໄອ​ຍະ​ການ​ບັນລຸ​ໄດ້​ໃນ​ຊຸມ​ປີຜ່ານມາ, ​ໃນ​ນັ້ນ​ພົ້ນ​ເດັ່ນ​ແມ່ນ​ຂະ​ແໜງ​ໄດ້​ຫັນ​ບັນດາ​ຮ່າງ​ກົດໝາຍ​ເປັນລະບອບ​ລະບຽບ​ການ​​ຢ່າງ​ທັນ​ການ ບົນ​ຈິດ​ໃຈ​ລັດຖະບານ​ມະນູນ​ສະບັບ​ປັບປຸງ, ​ໃນ​ນັ້ນ​ມີ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ​ທີ່​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ. ​ທ່ານ​ປະທານ​ປະ​ເທດ ​ເຈື່ອ​ແງ​ເຕີນ​ຊາງ ຊີ້​ແຈ້ງວ່າ.

        “​ເຖິງ​ວ່າ​ປະຊາຊົນ​ຍັງ​ບໍ່​ທັນ​​ເພິ​ງພໍ​ໃຈ​ທັງ​ໝົດ, ​ແຕ່​ເຫັນ​ໄດ້​ວ່າ ​ໃນ​ຊຸມ​ປີຜ່ານມາ ​ແລະ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ວຽກ​ງານ​ຕ້ານ​ສໍ້​ລາດ​ບັງ​ຫຼວງ,   ການ​ຕ່າ​ນການ​ຕັດສິນ​ລົງ​ໂທດ​ທີ່​ຜິດ​ພາດໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ບັນລຸ​ໝາກຜົນ. ສະ​ນັ້ນ, ຕ້ອງ​ເສີມຂະຫຍາຍ​ເພື່ອ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ເຂົ້າ​ໃນ​ຄວາມ​ຍຸຕິ​ທຳ​, ລະບອບ. ຢາກ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ເຂົ້າ​ໃນ​ຄວາມ​ຍຸຕິ​ທຳ​, ລະບອບ​ເຊື່ອ​ໝັ້ນ​ຕໍ່ພັກ ​ແລະ​ ລັດ, ຍິ່ງ​ກວ່າ​​ໃຜໝົດປະຊາຊົນ​ຕ້ອງ​ສັງ​ເກດ​ການ​ເຄື່ອນ​ໄຫວ​ຂອງ​ບຸກຄົນ​ລະອຽດ, ຄຳ​ສັດ​ສິນ​ຂອງ​ສານ, ການ​ກະທຳ, ​​ແກ້​ໄຂ​ລະອຽດ”.

ຂ່າວ/ບົດ​ອື່ນ