ປະທານປະເທດ ເຈືອງເຕິນຊາງ ແລະ ພັນລະຍາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ

ປະທານປະເທດ ເຈືອງເຕິນຊາງ ແລະ ພັນລະຍາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ - ảnh 1
ທ່ານ​ເລຂາທິການ​ໃຫຍ່ພັກ​ປະຊາຊົນ​ປະຕິວັດ ລາວ ຈູມມາ​ລີ ​ໄຊ​ຍະ​ສອນ
ແລະ ທ່ານ​ປະທານ​ປະ​ເທດ ​ເຈືອງ​​ເຕິ​ນຊາງ
(ພາບປະກອບ: TTXVN)


(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ ທ່ານ​ເລຂາທິການ​ໃຫຍ່ພັກ​ປະຊາຊົນ​ປະຕິວັດ ລາວ, ປະທານ​ປະ​ເທດ​ສາທາລະນະ​ລັດ​ປະຊາ​ທິ​ປະ​ໄຕ​ປະຊາຊົນ ລາວ ຈູມມາ​ລີ ​ໄຊ​ຍະ​ສອນ ​ແລະ ພັນ​ລະ​ຍາ, ວັນ​ທີ 23/3, ທ່ານ​ປະທານ​ປະ​ເທດ ​ເຈືອງ​​ເຕິ​ນຊາງ ​ແລະ ພັນ​ລະ​ຍາ​ໄດ້​ອອກ​ຈາກ​ຮ່າ​ໂນ້ຍ, ​ເດີນທາງ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ ​ແຕ່​ວັນ​ທີ 23-25/3/2015.

          ​​ຮ່ວມເດີນທາງພ້ອມ​ກັບຄະນະ​ລວມມີ: ທ່ານຫົວໜ້າຫ້ອງ​ວ່າການ​ສຳນັກງານປະທານ​ປະ​ເທດ ດ່າວຫວຽດຈຸ​ງ; ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງປ້ອງ​ກັນ​ປະ​ເທດ ​ເລ​ຫື​ວດື໋ກ; ທ່ານລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​​ແຜນການ ​ແລະ ລົງທຶນ ຫງວຽນ​ຈີ​ຢຸງ; ທ່ານ​​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ ສສ​.ຫວຽດນາມ​ ປະຈຳ ສປປ.ລາວ ຫງວຽນ​ແມ້ງ​ຮຸ່ງ; ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງການ​ຕ່າງປະ​ເທດ ດັ້ງ​ມິ​ງ​ຄອຍ; ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຕຳຫຼວດ ​ເຈິ່ນວ້ຽດ​ເຕີນ; ທ່ານຮອງຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດສູນ​ກາງພັກ ຫງວຽນ​ຮູຍ​ຕັງ; ທ່ານ​ ເຢືອງ​ແທ່ງ​ບັ໋ກ ຜູ້​ຊ່ວຍ​ວຽກ​​ປະທານ​ປະ​ເທດ ​.

         ​ຄາດ​ວ່າ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ ລາວ ຄັ້ງ​ນີ້, ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ຈະ​ພົບ​ປະ​ກັບບັນດາ​ການ​ນຳ​ປະ​ເທດ ລາວ ​ເພື່ອ​​ແລກປ່ຽນ​ກ່ຽວ​ກັນ​ບັນດາ​ມາດ​ຕະການ ​ເພີ່ມ​ທະວີ​ ​ແລະ ປັບປຸງ​ການ​ພົວພັນ​ແບບ​ພິ​ເສດ, ຄວາມ​ຜູກ​ພັນ ​ແລະ ສະ​ໜິດຕິດ​ພັນ, ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ 2 ພັກ, 2 ລັດ ​ໃນ​ໄລຍະ​ຈະ​ມາ​ເຖິງ​ກໍ່​ຄື​ຍາວ​ນານ, ​ປຶກສາ​ຫາລື​ກ່ຽວ​ກັນ​ບັນ​ຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ 2 ຝ່າ​ຍມີຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ