ປະທານປະເທດ ເຈືອງເຕີນຊາງ ໂອ້ລົມກັບ ນັກສຳມະນາກອນ ຝຶກອົບຮົມແຫຼ່ງພະນັກງານ ຂັ້ນສູງຊຸດທີ 3

ປະທານປະເທດ ເຈືອງເຕີນຊາງ ໂອ້ລົມກັບ ນັກສຳມະນາກອນ ຝຶກອົບຮົມແຫຼ່ງພະນັກງານ ຂັ້ນສູງຊຸດທີ 3 - ảnh 1
ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ໂອ້​ລົມ​ກັບນັກ​ສຳ​ມະ​ນາກ​ອນຝຶກ​ອົບຮົມ​​ແຫຼ່ງພະນັກງານ​ຂັ້ນ​ສູງ​ຊຸດ​ທີ3
(ພາບ: Nguyễn Khang/TTXVN)

(vovworld) – ຕອນ​ເຊົ້າ​ວັນ​ທີ 12/3, ​ເມື່ອ​ໂອ້​ລົ​ມກັບ​ບັນດາ​ນັກ​ສຳ​ມະ​ນາກ​ອນຝຶກ​ອົບຮົມ​ແຫຼ່ງພະນັກງານ​ຂັ້ນ​ສູ​ງຊຸດ​ທີ 3 ຢູ່​ສະ​ຖາ​ບັນ​ການ​ເມື​ອງ - ການ​ປົກຄອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ: ​ໃນ​ສະພາບ​ການ​ທົ່ວ​ໂລກ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ໃນ​ປະຈຸ​ບັນ ພວມ​ວາງ​ອອກ​ຫຼາຍ​ກາ​ລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ, ຮຽກຮ້ອງ​ໃຫ້​ຖັນ​ແຖວ​ພະນັກງານ, ສະ​ມາ​ຊິກ​ພັກ, ພິ​ເສດ​ແມ່ນ​ຖັນ​ແຖວ​ພະນັກງານ​ຂັ້ນ​ສູງ, ຍົກ​ສູງ​ລະດັບ​ໃນ​ທຸກໆ​ດ້ານ, ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ຄວາມຮຽກຮ້ອງ​ຕ້ອງການ​ຂອງ​ພາລະກິດ​ເພື່ອ​ປະຕິບັດ​ພາລະກິດ​ປ່ຽນ​ໃໝ່​ຮອບດ້ານ, ຫັນ​ປະ​ເທດ​ຊາດເປັນ​ປະ​ເທດ​ອຸດສາຫະກຳ - ທັນ​ສະ​ໄໝ. ທີ່​ການ​ໂອ້​ລົມ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ກໍ່​ໄດ້​ຕອບ​ບັນດາ​ຄຳ​ຖາມ​ກ່ຽວ​ກັບ​ໂຄງການ​ການ​ເມືອງ​ກໍ່ສ້າງ​ປະ​ເທດ​ຊາດ​ໃນ​ໄລຍະ​ຂ້າມ​ຜ່ານ​ກ້າວ​ຂຶ້ນ​ສັງຄົມ​ນິຍົມ (ປັບປຸງ, ​ເພີ່​ມ​ເຕີມ), ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ - ສັງຄົມ​ໄລຍະ 2011 – 2020, ມະຕິ​ກອງ​ປະຊຸ​ມ​ໃຫຍ່​ພັກ​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ຢ່າງລະອຽດ. ທ່ານ​ປະທານ​ປະ​ເທດ​ໄດ້​ແນະນຳ​ໃຫ້​ບັນດາ​ນັກ​ສຳ​ມະ​ນາກ​ອນກ່ຽວ​ກັບ​ທັກ​ສະ​ໃນ​ການ​ນຳພາ, ຄຸ້ມ​ຄອງ, ຄວາມ​ສາມາດ​ຄົ້ນ​ຄ້ວາ, ສະຫລຸບ​ພຶດຕິ​ກຳ​ຕົວ​ຈິງ ​ກໍ່​ຄື​ການ​ຊີ້​ນຳ, ບໍລິຫານ.

 

 

 

ຂ່າວ/ບົດ​ອື່ນ