ປະທານປະເທດ ເຈືອງເຕີນຊາງ ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ເຂົ້ນຍືນສານຕາຕັ້ງ

ປະທານປະເທດ ເຈືອງເຕີນຊາງ ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ເຂົ້ນຍືນສານຕາຕັ້ງ - ảnh 1
ທ່ານປະທານປະເທດ ເຈືອງເຕີນຊາງ ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ Indonesia

(vovworld) - ຕອນ​ເຊົ້າ​ວັນ​ທີ 21/2, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ບັນດາ​ເອກ​ອັກຄະ​ລັດຖະທູດ  Urugoay, Indonesia, Boolivia, Mianma, Braxin ​ແລະ Litva ​ເຂົ້າ​ຍືນ​ສານ​ຕາ​ຕັ້ງ​ເນື່ອງ​​ໃນ​ໂອກາດ​ມາ​ຮັບ​ໜ້າ​ທີ່​ການ​ທູດ​ໃໝ່​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ ສ. Urugoay ທ່ານ Carlos Maria Irigaray Santana, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າ: ຫວຽດນາມ​ພ້ອມ​ແລ​້ວທີ່​ຈະ​ສ້າງ​ເງື່ອນ​ໄຂ​ດີ​ສຸດທີ່​​ໃຫ້​ແກ່​ທ່ານ​ເອກ​ອັກຄະ​ລັດຖະທູດ​ເພື່ອ​ສຳ​ເລັດ​ໜ້າ​ທີ່​ການ​ທູດ​ຢູ່​ຫວຽດນາມ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ດ້ວຍ​ມູນ​ເຊື້ອ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບຈະ​​ເປັນພື້ນຖານ​ສຳຄັນ​ເພື່ອ​ພັດທະນາ​ສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ປະຈຸ​ບັນ​ໃນ​ທຸກໆ​ຂົງ​ເຂດຍິ່ງ​ກ່ວາ​ອີກ. ທ່ານ​ເອກ​ອັກຄະ​ລັດຖະທູດ Carlos Maria Irigaray Santana ຫວັງ​ວ່າ 2 ປະ​ເທດ​ຈະ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ໃນ​ບັນດາ​ຂົງ​ເຂດ​​ການ​ເມືອງ, ວັດທະນະທຳ, ສື​ກສາ ​ແລະ ກະສິກຳ - ປ່າ​ໄມ້.

​ໃນ​ການ​ຕ້ອນຮັບ​ທ່ານ​ເອກ​ອັກ​ຄະ​ລັດຖະທູ​ດ Indonesia Mayerfas, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຕີ​ລາຄາ​ສູງ​ສາຍ​ພົວພັນ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ຜ່ານ​ບັນດາ​ການ​ຢ້ຽມຢາມ​ຂັ້ນ​ສູງ​ເປັນ​ປະຈຳ, ​ໄດ້​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ 2 ປະ​ເທດ​ໃນ​ກຸ່ມ​ອາ​ຊຽນ. ພິ​ເສດ​ຫວຽດນາມ ​ແລະ Indonesia ພວມ​ມຸ້ງ​ໄປ​ເຖິງ​ການ​ສ້າງສາ​ຍພົວພັນ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດ ນັ້ນ​ຈະ​​ແມ່ນ​ເງື່ອນ​ໄຂ​ສຳຄັນ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພັດທະນາ​ທາງ​ດ້ານ​ເສດຖະກິດ - ການ​ຄ້າ​ລະຫວ່າງ 2 ປະ​ເທດ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ​ໂລກ. ທ່ານ​ເອກ​ອັກຄະ​ລັດຖະທູດ Mayerfas ສະ​ແດງ​ຄວາມ​ຫວັງ​ປະຕິບັດ​ໜ້າ​ທີ່​ສຳຄັນ​ຊຸກຍູ້​ການ​ພົວພັນ 2 ຝ່າຍ​ສຳ​ເລັດ​ຜົນ, ຮ່ວມ​ມື​ໃນ​ຂົງ​ເຂດອາ​ຊຽນ ​ແລະ ​ໃນ​ໂລກ ສຳ​ເລັດ​ຜົນ.

​​ໂດຍ​ມີ​ຄວາມ​ເປັນ​ກຽດ​​ມາ​ຮັບ​ໜ້າ​ທີ່​ການ​ທູ​ດ​ຢູ່​ຫວຽດນາມ, ທ່ານ​ເອກ​ອັກຄະ​ລັດຖະທູດ Mianma Thet U ​ເນັ້ນ​ໜັກ​ວ່າ: ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​​ໃນການ​ປະຕິບັດ​ງານ​ຢູ່​ຫວຽດນາມ, ພ້ອມ​ກັນ​ນັ້ນ​ກໍ​ຢາກ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ລັດຖະບານ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ​ຫວຽດນາມ ​ເພື່ອ​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ 2 ປະ​ເທດຍິ່ງ​ກ່ວາ​ອີກ, ພິ​ເສດ​ແມ່ນ​ທາງ​ດ້ານ​ການ​​ເມືອງ ​ແລະ ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າ: ຫວຽດນາມ​ຍາມ​ໃດ​ກໍ່​ເປັນ​ເພື່ອ​ມິດ​ທີ່​ຈົ່ງ​ຮັກ​ພັກ​ດີ, ພ້ອມ​ແລ້ວ​ທີ່​ສະໜັບສະໜູນ Mianma, ​ແລະ ປາດ​ຖະໜາ​ວ່າ Mianma ພັດທະນາ​ແບບ​ຍືນ​ຍົງ.

​ໃນ​ການ​ຕ້ອນຮັບ​ທ່ານ​ນາງ Victoria Alice Clearver ​ເອກ​ອັກຄະ​ລັດຖະທູດ Braxin, ທ່ານ​ປະທານ​ປະ​ເທດ ຢືນຢັນ​ວ່າ: ຫວຽດນາມ​ພ້ອມ​ແລ້ວ​ທີ່​ສະໜັບສະໜູນ Braxin ກາຍ​ເປັນ​ກຳມະການ​ປະຈຳການຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ເມື່ອ​ເປີດ​ກ້ວາງ. ທ່ານ​ປະທານ​ປະ​ເທດ​ຖື​ວ່າ​: ຄວາມ​ສາມາດ​ບົ່ມ​ຊ້ອນ​ພັດທະນາ​ຂອງ 2 ປະ​ເທດ​​ແມ່ນ​ໃຫຍ່​ຫຼວງ, ອາດ​ຈະ​ເປີດ​ກ້ວາງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ 2 ປະ​ເທດ ​ແລະ 2 ພາກ​ພື້ນ​ອາ​ຊຽນ ​ແລະ ອາ​ເມ​ລິ​ກາ​​ໃຕ້. ທ່ານ​ນາງເອກ​ອັກຄະ​ລັດຖະທູດ Victoria Alice Clearver  ​ເຊື່ອ​ໝັ້ນ​ຈະ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ 2 ປະ​ເທດ​ກ້າວ​ເຂົ້າ​ສູ່​ລວງ​ເລິກ ​ແລະ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

​ໃນ​ການ​ຕ້ອນຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະທູດ Boolivia Gullermo Chalup Liendo,  ​ແລະ ​ເອກ​ອັກຄະ​ລັດຖະທູດ ສ. Litva Lina Antanavicinene, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ: ສາຍ​ພົວພັນ​ອັນ​ເປັນ​ມູນ​ເຊື້ອ, ມິດຕະພາບ​ລະຫວ່າງ 2 ປະ​ເທດ​ຈະ​ນັບ​ມື​ນັບ​ພັດທະນາ ​ແລະ ​ເຊື້ອ​ໝັ້ນ​ວ່າ​ດ້ວຍ​ການ​ພົວພັນ​ທາງ​ການ​ເມືອງ​ອັນ​ດີງາມ​ນັ້ນ​ອາດ​ຈະ​ມຸ້ງ​ໄປ​ເຖິງການ​ເຊັນ​ບັນດາ​ສັນຍາ​ຮ່ວມ​ມື​ດ້ານເສດຖະກິດ ​ເພື່ອ​ຊຸກຍູ້​ການ​ພົວພັນ​​ໃນ​ທຸກ​ຂົງ​ເຂດ​ລະຫວ່າງ 2 ປະ​ເທດ​ຍິ່ງກ່ວາ​ອີກ.

ຂ່າວ/ບົດ​ອື່ນ