ປະທານປະເທດ ໂຕເລີມ ຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຍືນສານຕາຕັ້ງ

(VOVWORLD) -ຕອນບ່າຍວັນທີ 18 ມິຖຸນາ, ຢູ່ສຳນັກງານປະທານປະເທດທີ່ຮ່າໂນ້ຍ, ທ່ານປະທານປະເທດ ໂຕເລີມ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ປາກິດສະຖານ Kohdayar Marri; ເອກອັກຄະລັດຖະທູດ ໂມຊຳບິກ, Ilundi Dos Santos, ແລະ ເອກອັກຄະລັດຖະທູດ ຕີມໍ ຕາເວັນອອກ João Pereira ເຂົ້າຍືນສານຕາຕັ້ງ ເລີ່ມຕົ້ນອາຍຸການປະຕິບັດງານ ຫວຽດນາມ.
ປະທານປະເທດ ໂຕເລີມ ຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຍືນສານຕາຕັ້ງ - ảnh 1ທ່ານເອກອັກຄະລັດຖະທູດ ປາກິດສະຖານ Kohdayar Marri ເຂົ້າຍືນສານຕາຕັ້ງຕໍ່ ທ່ານປະທານປະເທດ ໂຕເລີມ

    ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ປາກິດສະຖານ Kohdayar Marri, ທ່ານປະທານປະເທດ ໂຕເລີມ ເນັ້ນໜັກວ່າ ຫວຽດນາມ ຖືເປັນສຳຄັນການພົວພັນກັບ ປາກິດສະຖານ; ຫວັງວ່າທ່ານເອກອັກຄະລັດຖະທູດຈະສົມທົບຢ່າງແໜ້ນແຟ້ນກັບກະຊວງການຕ່າງປະເທດ ແລະ, ບັນດາກະຊວງ, ອົງການ, ຂະແໜງການຂອງຫວຽດນາມ ເພື່ອແນໃສ່ເພີ່ມທະວີການພົວພັນດ້ານເສດຖະກິດ, ການຄ້າ, ວິທະຍາສາດເຕັກໂນໂລຢີ, ວັດທະນະທຳ, ທ່ອງທ່ຽວ ແລະ ການພົວພັນປະຊາຊົນ. ທ່ານປະທານປະເທດ ໃຫ້ຮູ້ວ່າ: ຫວຽດນາມ ຍາມໃດກໍ່ຍູ້ແຮງ ແລະ ພ້ອມແລ້ວທີ່ຈະສ້າງເງື່ອນໄຂໃຫ້ບັນດາວິສາຫະກິດ ປາກີສະຖານ ເຂົ້າມາລົງທຶນຢູ່ ຫວຽດນາມ, ພິເສດແມ່ນບັນດາຂົງເຂດທີ່ ປາກິດສະຖານ ມີທ່າແຮງຄື: ເຕັກໂນໂລຊີຂໍ້ມູນຂ່າວສານ, ການທ່ອງທ່ຽວ, ປຸງແຕ່ງອາຫານ. ພ້ອມກັນນັ້ນ, ກໍຫວັງວ່າ 2 ຝ່າຍຈະສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ຈັດຕັ້ງປະຕິບັດບັນດາກົນໄກຮ່ວມມືລະຫວ່າງສອງປະເທດເປັນໄລຍະໆ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນ ແລະ ປະຊາຄົມວິສາຫະກິດ.

     ເມື່ອຕ້ອນຮັບທ່ານນາງເອກອັກຄະລັດຖະທູດ Mozambique, Ilundi Dos Santos, ທ່ານປະທານປະເທດ ໂຕເລີມ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ແລະປາດຖະໜາຢາກ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ໂມຊຳບິກ; ທ່ານນາງເອກອັກຄະລັດຖະທູດ ສົມທົບກັບບັນດາອົງການຂອງຫວຽດນາມ ໃນໄລຍະດຳລົງຕຳແໜ່ງ ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອຂອງສອງປະເທດໃນທຸກຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການທູດ. ທ່ານປະທານປະເທດ ເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ຊ່ວຍເຫຼືອ ໂມຊຳບິກ ຂະຫຍາຍການພົວພັນກັບບັນດາປະເທດ ອາຊຽນ, ພ້ອມກັນນັ້ນ ຫວັງວ່າ ໂມຊຳບິກ ຈະແມ່ນຂົວຕໍ່ຊ່ວຍໃຫ້ ຫວຽດນາມ ເປີດກວ້າງການພົວພັນກັບບັນດາປະເທດໃນປະຊາຄົມອາຟຣິກາ.

   ເມື່ອຕ້ອນຮັບທ່ານເອກອັກຄະລັດຖະທູດ ຕີມໍ ຕາເວັນອອກ João pereira, ທ່ານປະທານປະເທດ ຖືວ່າ: ຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງ 2 ປະເທດຍັງໃຫຍ່ຫຼວງຢູ່ ໃນນັ້ນມີການຮ່ວມມື ດ້ານກະສິກຳ, ໂທລະຄົມມະນາຄົມ, ການສຶກສາ, ນ້ຳມັນອາຍແກັສ; ເພີ່ມທະວີການແລກປ່ຽນ ແລະ ການພົວພັນໃນທຸກຂັ້ນ. ທ່ານປະທານປະເທດຫວັງວ່າ 2 ປະເທດຈະສືບຕໍ່ປະຕິບັດບັນດາຂໍ້ຕົກລົງ ທີ່ໄດ້ປຶກສາຫາລື ແລະ ລົງນາມ; ພ້ອມກັນນັ້ນ, ກໍດຳເນີນການລົງນາມໃນສັນຍາ ແລະ ຂໍ້ຕົກລົງໃໝ່; ສົ່ງເສີມບັນດານັກລົງທຶນຂອງສອງປະເທດປະຕິບັດບັນດາແຜນງານ ແລະ ໂຄງການລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ