ປະ​ທານ​ປະ​ເທດ ໂຕ​ເລິມ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລັດ​ເຊຍ ປະ​ຈຳ ຫວຽດ​ນາມ

(VOVWORLD) -       ຕອນເຊົ້າວັນທີ 17 ມິຖຸນາ, ຢູ່ທຳນຽບປະທານປະເທດ (ຮ່າໂນ້ຍ), ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ສະຫະພັນ ລັດເຊຍ ປະຈຳ ຫວຽດນາມ, Gennady Bezdetko.
ປະ​ທານ​ປະ​ເທດ ໂຕ​ເລິມ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລັດ​ເຊຍ ປະ​ຈຳ ຫວຽດ​ນາມ - ảnh 1ທ່ານປະທານປະເທດ ຫວຽດນາມ ໂຕເລິມ  ແລະ  ທ່ານເອກອັກຄະລັດຖະທູດ Gennady Bezdetko (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖື ລັດເຊຍ ເປັນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ, ບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງຕົນ; ຕີລາຄາສູງການພັດທະນາຢ່າງຕັ້ງໜ້າຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ກັບ ລັດເຊຍ ໃນໄລຍະຜ່ານມາ; ໂດຍຖືວ່າ ສອງຝ່າຍຍັງມີກຳລັງບົ່ມຊ້ອນຫຼາຍຢ່າງເພື່ອຊຸກຍູ້ການຮ່ວມມື. ທ່ານປະທານປະເທດ ເຊື່ອໝັ້ນວ່າ ຜ່ານບັນດາກົນໄກຮ່ວມມືສອງຝ່າຍໃນປັດຈຸບັນ, ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ລັດເຊຍ ຈະສືບຕໍ່ໄດ້ຮັບການເພີ່ມທະວີຫຼາຍກວ່າອີກໃນໄລຍະຈະມາເຖິງ.

        ສ່ວນທ່ານເອກອັກຄະລັດຖະທູດ Gennady Bezdetko ມີຄວາມປາດຖະໜາຢາກຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃນຫຼາຍຂົງເຂດ, ໃນນັ້ນມີຂົງເຂດເສດຖະກິດ, ການຄ້າ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາບຳລຸງສ້າງ, ວິທະຍາສາດເຕັກນິກ, ການທ່ອງທ່ຽວ ແລະ ການພົວພັນປະຊາຊົນ.

      

ຕອບກັບ

ຂ່າວ/ບົດ​ອື່ນ