ປະທານປະເທດ ໂຕເລີມ ພົບປະກັບຊາວໜຸ່ມເຍົາວະຊົນທີ່ດີເດັ່ນເປັນລູກຫຼານໃນກຳລັງຕຳຫຼວດ

(VOVWORLD) -ເນື່ອງໃນໂອກາດເດືອນເຄື່ອນໄຫວເພື່ອເດັກນ້ອຍ ແລະ ວັນເດັກນ້ອຍສາກົນ 1 ມິຖຸນາ, ຕອນບ່າຍວັນທີ 28 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ໂຕເລີມ ໄດ້ມີການພົບປະເພື່ອຍ້ອງຍໍຊົມເຊີຍພວກເດັກທີ່ເປັນລູກຂອງຕຳຫຼວດທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ເດັກທີ່ໄດ້ຮັບການອຸປະກາລະຈາກ ສະມາຄົມແມ່ຍິງຕຳຫຼວດ, ເດັກທີ່ເປັນລູກຂອງນັກຮົບຕຳຫຼວດທີ່ໄດ້ຮັບລາງວັນລະດັບຊາດ ແລະ ສາກົນ 2023-2024 ໃນຂອບເຂດລາຍການ “ຄ້າຍພັກແລ້ງແຫ່ງຄວາມຮັກແພງ” ໂດຍກະຊວງ ຕຳຫຼວດຈັດຕັ້ງຂຶ້ນ
ປະທານປະເທດ ໂຕເລີມ ພົບປະກັບຊາວໜຸ່ມເຍົາວະຊົນທີ່ດີເດັ່ນເປັນລູກຫຼານໃນກຳລັງຕຳຫຼວດ - ảnh 1ທ່ານປະທານປະເທດໂຕເລີມມອບຂອງຂວັນໃຫ້ພວກຫຼານເຍົາວະຊົນ

   ກ່າວຄຳເຫັນທີ່ນີ້, ທ່ານປະທານປະເທດໂຕເລີມ ສະເໜີວ່າ:   “ ຂ້າພະເຈົ້າສະເໜີບັນດາກະຊວງ,ຕະນະ, ຂະແໜງການ, ຄະນະພັກ, ອຳນາດການປົກຄອງທຸກຂັ້ນ ສຸມໃສ່ປະຕິບັດບັນດາແຜນນະໂຍບາຍຂອງພັກ, ນະໂຍບາຍກົດໝາຍຂອງລັດ ກ່ຽວກັບການເບິ່ງແຍງດູແລ, ສຶກສາອົບຮົມ ແລະ ປົກປ້ອງເດັກຢ່າງຂ້ຽວຂາດ ດ້ວຍບັນດາເປົ້າໝາຍລະອຽດ. ນັ້ນແມ່ນ “ທົ່ວສັງຄົມເອົາໃຈໃສ່ເບິ່ງແຍງດູແລເດັກ, ເດັກໃນສະພາບການໃດກໍ່ຕ້ອງໄດ້ຮັບການບິ່ງແຍງດູແລໃຫ້ເປັນຢ່າງດີ”; ເດັກນ້ອຍໃນໄວຮຽນ ລ້ວນແຕ່ໄດ້ໄປໂຮງຮຽນ.. ພ້ອມນັ້ນ ກໍຕ້ອງມີນະໂຍບາຍພິເສດສໍາລັບເດັກ ຢູ່ເຂດຊົນເຜົ່າສວ່ນໜ້ອຍ; ເດັກມີສະພາບຄອບຄົວ ທີ່ຫຍຸ້ງຍາກ ກໍຕ້ອງໄດ້ຮັບການເບິ່ງແຍງດີແລ”

ຕອບກັບ

ຂ່າວ/ບົດ​ອື່ນ