ປະທານປະເທດ ໂຕເລີມ ພົບປະກັບພະມະຫາກະສັດ ກຳປູເຈຍ Norodom Sihamoni

(VOVWORLD) -ຕອນບ່າຍວັນທີ 12 ກໍລະກົດນີ້, ທ່ານປະທານປະເທດ ໂຕເລີມ ໄດ້ເດີນທາງເຖິງສະໜາມບິນສາກົນພະນົມເປັນ, ນະຄອນຫຼວງພະນົມເປັນ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ລາຊະອານາຈັກກຳປູເຈຍແຕ່ວັນທີ 12-13 ກໍລະກົດນີ້, ຕາມຄຳເຊີນຂອງພະມະຫາກະສັດກຳປູເຈຍ Norodom Sihamoni .
ປະທານປະເທດ ໂຕເລີມ ພົບປະກັບພະມະຫາກະສັດ ກຳປູເຈຍ Norodom Sihamoni  - ảnh 1ປະທານປະເທດ ໂຕເລີມ ພົບປະກັບພະມະຫາກະສັດ ກຳປູເຈຍ Norodom Sihamoni 

     ພິທີຕ້ອນຮັບທ່ານປະທານປະເທດໂຕເລີມ ໄດ້ຈັດຂຶ້ນຢ່າງມີກຽດຢູ່ພະລາຊະວັງທີ່ນະຄອນຫຼວງພະນົມເປັນໃນຕອນບ່າຍວັນດຽວກັນ, ໂດຍພະມະຫາກະສັດ Norodom Sihamoni ເປັນປະທານ. ພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດ ໂຕເລີມ ໄດ້ມີການພົບປະກັບພະມະຫາກະສັດ Norodom Sihamoni

     ທີ່ການພົບປະ, ການນຳສອງທ່ານໄດ້ຕີລາຄາສູງການພົວພັນຮ່ວມມືລະຫວ່າງສອງປະເທດສືບຕໍ່ພັດທະນາຢ່າງບໍ່ຢຸດຢັ້ງໃນໄລຍະຜ່ານມາ; ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມສາມັກຄີລະຫວ່າງການນຳ ແລະ ປະຊາຊົນສອງປະເທດນັບມື້ນັບຮັດແໜ້ນ; ການຄ້າລະຫວ່າງສອງປະເທດແມ່ນຈຸດທີ່ສົດໃສ ດ້ວຍ ການເຕີບໂຕທີ່ໜ້າປະທັບໃຈ. ການນຳສອງປະເທດຫວັງວ່າໃນໄລຍະຈະມາເຖິງ, 2 ຝ່າຍຈະເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ, ວັດທະນະທຳ, ວິທະຍາສາດ - ເຕັກນິກ ແລະ ການພົບປະແລກປ່ຽນປະຊາຊົນ…

  ການນຳທັງສອງຢືນຢັນວ່າ: ນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງ 2 ປະເທດແມ່ນຊັບສົມບັດອັນລ້ຳຄ່າທີ່ຕ້ອງໄດ້ຮັກສາໄວ້ໃຫ້ຄົນລຸ້ນຫຼັງ; ຢືນຢັນຈະສືບຕໍ່ເສີມຂະຫຍາຍສາຍພົວພັນອັນດີງາມນັ້ນ, ພ້ອມກັນນັ້ນກໍ່ຕັ້ງໜ້າຊຸກຍູ້ການໂຄສະນາເຜີຍແຜ່ຢ່າງກວ້າງຂວາງ, ສຶກສາອົບຮົມລຸ້ນໜຸ່ມຂອງສອງປະເທດໃຫ້ມີຄວາມເຂົ້າໃຈຢ່າງເໝາະສົມເຖິງນ້ຳໃຈສາມັກຄີ, ຄວາມສາມັກຄີ, ການເສຍສະຫຼະຂອງສອງປະເທດ, ປະຊາຊົນສອງປະເທດ ສືບຕໍ່ຊຸກຍູ້ການພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ກຳປູເຈຍ.

    ຕອນຄ່ຳວັນດຽວກັນ, ພະບາດສົມເດັດ ມະຫາກະສັດ Norodom Sihamoni ໄດ້ຈັດງານລ້ຽງຮອງຮັບທ່ານປະທານປະເທດ ໂຕເລີມ ແລະ ຄະນະຜູ້ແທນຂັ້ນສູງລັດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ