ປະ​ທານ​ປະ​ເທດ ໂຕ​ເລິມ ພົບ​ປະ​ເຈ​ລະ​ຈາ ກັບ​ທ່ານ​ປະ​ທານ​ພັກ CPP, ປະ​ທານ​ສະ​ພາ​ສູງ ກຳ​ປູ​ເຈຍ Hun Sen

(VOVWORLD) - ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ກຳປູເຈຍ, ຕອນບ່າຍວັນທີ 12 ກໍລະກົດ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ມີການພົບປະເຈລະຈາກັບທ່ານປະທານພັກປະຊາຊົນ ກຳປູເຈຍ (CPP), ປະທານສະພາສູງ ກຳປູເຈຍ Hun Sen.
ປະ​ທານ​ປະ​ເທດ ໂຕ​ເລິມ ພົບ​ປະ​ເຈ​ລະ​ຈາ ກັບ​ທ່ານ​ປະ​ທານ​ພັກ CPP, ປະ​ທານ​ສະ​ພາ​ສູງ ກຳ​ປູ​ເຈຍ Hun Sen - ảnh 1ທ່ານປະທານປະເທດ ຫວຽດນາມ ໂຕເລິມ ພົບປະເຈລະຈາ  ແລະ ທ່ານປະທານພັກ CPP, ປະທານສະພາສູງ ກຳປູເຈຍ Hun Sen

ທີ່ການພົບປະເຈລະຈາ, ການນຳສອງທ່ານໄດ້ຕີລາຄາສູງບັນດາຜົນງານໃນການຮ່ວມມືເຊິ່ງສອງຝ່າຍບັນລຸໄດ້ໃນໄລຍະຈະມາເຖິງ. ສອງຝ່າຍໄດ້ສະແດງຄວາມເຄົາລົບນັບຖືການຊ່ວຍເຫຼືອ, ຄວາມສາມັກຄີ, ສະໜິດຕິດພັນ ແລະ ການເສຍສະຫຼະໃຫ້ກັນໃນໄລຍະຕໍ່ສູ້ປົດປ່ອຍຊາດໃນເມືອກ່ອນ ກໍ່ຕືໄລຍະສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ ແລະ ຢັ້ງຢັ້ນນັ້ນແມ່ນ ສັດຈະທຳ ບໍ່ສາມາດປະຕິເສດໄດ້. ທ່ານປະທານ Hun Sen ໄດ້ສະແດງນ້ຳໃຈຄວາມຮັກແພງ,ຈາລຶກການຊ່ວຍເຫຼືອ, ເສຍສະຫຼະຂອງ ຫວຽດນາມໃນການຊ່ວຍເຫຼືອ ກຳປູເຈຍຫຼຸດພົ້ນອອກຈາກລະບົບດັບສູນເຊື້ອຊາດ Polpot ແລະ ຟື້ນຟູປະເທດ ກຳປູເຈຍ ຄືນໃໝ່.

ນຳການພົວພັນສອງປະເທດພັດທະນາຢ່າງແຮງກ່ວາອີກໃນໄລຍະໃໝ່, ສອງຝ່າຍໄດ້ເຫັນດີເປັນເອກະພາບຕັ້ງໜ້າຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ໝາກຜົນຂອງການພົບປະຂັ້ນສູງລະຫວ່າງສອງພັກ, ເພີ່ມທະວີການພົບປະລະຫວ່າງການນຳສອງຝ່າຍ, ເປັນຕົ້ນແມ່ນລະຫວ່າງການນຳໜຸ່ມ ແລະ ຊາວໜຸ່ມສອງປະເທດ; ເສີມຂະຫຍາຍບັນດາກົນໄກຄະນະກຳມະການປະສົມ ຫວຽດນາມ - ກຳປູເຈຍ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດ ແລະ ເຕັກນິກຢ່າງມີປະສິດທິຜົນ, ກອງປະຊຸມຮ່ວມມື ແລະ ພັດທະນາບັນດາແຂວງຊາຍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ